ເຟສບຸກ ແມັສເຊັນເຈີ້ ສົ່ງຟີເຈີຍົກເລີກການສົ່ງຂໍ້ຄວາມ (UNSEND)

 ຫຼັງຈາກ Facebook ເລີ່ມທົດສອບໃນເລື່ອງຂອງການຍົກເລີກການຮັບສົ່ງຂໍ້ຄວາມ ຫຼື Unsend ທີ່ມີການໃຊ້ງານກັບບຸກຄົນບາງກຸ່ມກ່ອນໜ້ານີ້ຫຼ້າສຸດ Facebook ໄດ້ປ່ອຍຟີເຈີດັ່ງກ່າວໃຫ້ກັບຜູ້ໃຊ້ງານ Facebook Messenger ທຸກຄົນ.

ລັກສະນະການໃຊ້ງານເຮົາສາມາດກົດທີ່ຂໍ້ຄວາມແລ້ວເລືອກຄຳ ວ່າ Remove ຫືຼ Remove For Everyone ເມື່ອເຮົາກົດ Removeເພື່ອຢືນຢັນແລ້ວຂໍ້ຄວາມດັ່ງກ່າວຈະຖືກລົບໄປທັນທີ ແລະຟີເຈີນີ້ສາມາດໃຊ້ງານໄດ້ທັງແບບການສົນທະນາລາຍບຸກຄົນ ຫຼື ຈະ ເປັນກຸ່ມກໍໄດ້.ພຽງການຍົກເລີກຂໍ້ຄວາມດັ່ງກ່າວສາມາດເຮັດໄດ້ພາຍໃນ 10 ນາທີ ຫຼັງຈາກສົ່ງຂໍ້ຄວາມຫາກເກີນກວ່ານັ້ນຈະລົບໄດ້ສະເພາະຂໍ້ຄວາມຂອງທ່ານເອງເທົ່ານັ້ນ.ຄາດວ່າ Facebook Messenger ຈະທະຍອຍເປີດຟີເຈີນີ້ ໃຫ້ກັບທຸກຄົນໃນອີກບໍ່ດົນແຕ່ທາງທີ່ດີຄວນຈະຄິດໃຫ້ດີກ່ອນພິມໜ້າຈະດີກວ່າ.

ນສພ ເສດຖະກິດ-ສັງຄົມ