ພາສີ ຂົວມິດຕະພາບ 3 ເກັບລາຍຮັບໄດ້ 42,43%

ຕາມການລາຍງານຈາກ ທ່ານ ນາງ ກິນນາລີ ທໍາມະວົງ ຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ 3 ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ດ່ານພາສີສາກົນ ຂົວມິດຕະພາບ 3 ໄດ້ຮັບມອບໝາຍຈາກກະຊວງການເງິນກໍຄືລັດຖະບານໃນການຈັດເກັບລາຍຮັບປີ 2022 ຈໍານວນ 412,7 ຕື້ກີບ. ຜ່ານການຈັດຕັ້ງປະຕິບັດໃນໄລຍະ 6 ເດືອນຕົ້ນປີ ສາມາດປະຕິບັດໄດ້ 175 ຕື້ກວ່າກີບ, ເທົ່າກັບ 42,43% ຂອງແຜນການປີ, ຖ້າທຽບໃສ່ໄລຍະດຽວກັນຂອງປີ 2021 ແມ່ນເທົ່າກັບ 118,22%. ສ່ວນລາຍຮັບທີ່ເກັບໄດ້ສ່ວນໃຫຍ່ ແມ່ນໄດ້ມາຈາກສິນຄ້ານໍາເຂົ້າເພື່ອສົ່ງອອກຕໍ່ເຊິ່ງກວມເອົາ 47,41% ຂອງລາຍຮັບທີ່ເກັບໄດ້, ສິນຄ້ານໍາເຂົ້າເສຍພາສີເພື່ອຊົມໃຊ້ພາຍໃນກວມເອົາ 45,75%, ຄ່າທໍານຽມຕ່າງໆກວມເອົາ 6,84% .

ທ່ານ ນາງ ກິນນາລີ ທໍາມະວົງ ຍັງໃຫ້ຮູ້ອີກວ່າ: ສໍາລັບຂໍ້ສະດວກໃນການຈັດຕັ້ງປະຕິບັດຍ້ອນມີການຊີ້ນໍາຈາກພາສີປະຈໍາແຂວງຄໍາມ່ວນ,ດ້ານວິຊາສະເພາະມີລະບຽບ, ກົດໝາຍ, ນິຕິກໍາຈາກກົມພາສີ, ກະຊວງການເງິນເປັນບ່ອນອີງ, ມີລະບົບການຈັດຕັ້ງຂອງດ່ານສາກົນທີ່ອໍານວຍຄວາມສະດວກໃນການບໍລິຫານ ເຮັດໃຫ້ຜູ້ປະກອບການຫັນມາໃຊ້ບໍລິການດ່ານພວກເຮົາ, ມີເຄື່ອງມືທັນສະໄໝໃນການຈັດເກັບ. ສ່ວນດ້ານຂໍ້ຫຍຸ້ງຍາກເຖິງວ່າເຮົາຈະມີລະບົບສາງເພື່ອບໍລິການສິນຄ້າເຂົ້າ-ອອກ ແຕ່ການນໍາໃຊ້ຕົວຈິງຍັງບໍ່ທັນໄດ້ສະດວກເຊັ່ນ: ສະຖານທີ່ກວດກາສິນຄ້າ, ສາງໃນຮົ່ມທີ່ຮັບປະກັນໃນການເກັບຮັກສາສິນຄ້າ, ການນໍາໃຊ້ລະບົບທັນສະໄໝສັນຍານບໍ່ແຮງພໍ, ເຄື່ອງມືສ່ວນຫລາຍແມ່ນນໍາໃຊ້ມາໄດ້ຫລາຍປີແລ້ວ.

ສໍາລັບທິດທາງແຜນການ 6 ເດືອນທ້າຍປີ 2022 ນີ້, ຕ້ອງໄດ້ເຮັດວຽກງານແນວຄິດກັບອ້າຍນ້ອງເຈົ້າໜ້າທີ່ຕື່ມເປັນຕົ້ນການເຜີບແຜ່ບັນດານິຕິກໍາຕ່າງໆທີ່ສໍາຄັນ ແລະຕິດພັນກັບການຈັດເກັບລາຍຮັບໃນໄລຍະປັດຈຸບັນເປັນຕົ້ນ ຄໍາສັ່ງແນະນໍາ 4490/ກງ ແລະແຈ້ງການ 4491/ກງ ວ່າດ້ວຍການອໍານວຍຄວາມສະດວກໃຫ້ແກ່ບໍລິສັດ ທີ່ໄດ້ມາດຕະຖານ AEO ໃຫ້ມີຄວາມສະດວກ, ວ່ອງໄວກວ່າບໍລິສັດທົ່ວໄປ, ປະສານກັບພາກສ່ວນກ່ຽວຂ້ອງເພື່ອອໍານວຍຄວາມສະດວກໃຫ້ຜູ້ປະກອບການໄດ້ມານໍາໃຊ້ດ່ານພວກເຮົາຫລາຍຂຶ້ນ.

ປັດຈຸບັນ, ການໄປມາຜ່ານດ່ານສາກົນຂົວມິດຕະພາບ 3 ແມ່ນນໍາໃຊ້ເຄື່ອງມືທີ່ທັນສະໄໝ, ການບໍລິການຂອງເຈົ້າໜ້າທີ່ກໍໄດ້ມີຄວາມສະດວກ, ວ່ອງໄວເປັນຕົ້ນການຈ່າຍຄ່າທໍານຽມ ແລະການບໍລິການຜ່ານເຂົ້າ-ອອກດ່ານ ແມ່ນຈ່າຍເຂົ້າໃນລະບົບທີ່ທັນສະໄໝ, ສ່ວນສິນຄ້າ, ເຄື່ອງຂອງທີ່ຜູ້ໂດຍສານຊື້ຕິດຕົວເຂົ້າມາຖ້າມູນຄ້າບໍ່ເກີນທີ່ກົດໝາຍກໍານົດໄວ້ກໍຈະໄດ້ຮັບນະໂຍບາຍດ້ານພາສີ.