ຄຕພ ຕີລາຄາການເຄື່ອນໄຫວວຽກງານຕ່າງປະເທດຂອງພັກ ແລະການທູດປະຊາຊົນ

ໃນວັນທີ 24 ສິງຫາ 2022 ຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ໄດ້ຈັດກອງປະຊຸມສະຫລຸບຕີລາຄາ ແລະຖອດຖອນບົດຮຽນການເຄື່ອນໄຫວວຽກງານຕ່າງປະເທດຂອງບັນດາອົງການພັກ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ຄະນະສັນຕິພາບ, ສາມັກຄີຂອງລາວ ແລະບັນດາສະມາຄົມມິດຕະພາບລາວກັບຕ່າງປະເທດປະຈຳ 6 ເດືອນຕົ້ນປີ 2022 ແລະວາງທິດທາງແຜນການ ທ້າຍປີ 2022. ໃຫ້ກຽດເປັນປະທານຂອງສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີຜູ້ຕາງໜ້າຈາກບັນດາຄະນະນໍາ, ຄະນະກົມ ແລະ ພະນັກງານຈາກອົງການຈັດຕັ້ງທີ່ກ່ຽວຂ້ອງເຂົ້າຮ່ວມ.
 
ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ, ໄດ້ຕີລາຄາດ້ານດີ, ຍົກໃຫ້ເຫັນດ້ານຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາກ່ຽວກັບການຈັດຕັ້ງປະຕິບັດວຽກງານການຕ່າງປະເທດຂອງພັກ ແລະ ການທູດປະຊາຊົນໂດຍເນັ້ນເຖິງຄວາມສໍາຄັນ ແລະ ຈໍາເປັນໃນການເພີ່ມທະວີການເປັນເສນາທິການໃຫ້ແກ່ສູນກາງພັກໃນການເຄື່ອນໄຫວວຽກງານຕ່າງປະເທດຕາມມະຕິກອງປະຊຸມໃຫຍ່ ສະໄໝ XI ຂອງພັກວາງອອກ ໃນທ່າມກາງສະພາບການຢູ່ພາກພື້ນ ແລະສາກົນສືບຕໍ່ມີການປ່ຽນແປງຢ່າງໄວວາ ແລະສະຫລັບສັບຊ້ອນຄາດຄະເນໄດ້ຍາກມີທັງສິ່ງທ້າທາຍໃໝ່ຫລາຍປະການເກີດຂຶ້ນ.
 
ໂອກາດດັ່ງກ່າວ, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ມີຄຳເຫັນໂອ້ລົມໂດຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານ, ຜົນສໍາເລັດໃນການເຄື່ອນໄຫວການຕ່າງປະເທດຂອງພັກ ແລະ ການທູດປະຊາຊົນ ທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງສືບຕໍ່ເປັນເຈົ້າການຈັດຕັ້ງຜັນຂະຫຍາຍແນວທາງການຕ່າງປະເທດທີ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກວາງອອກ, ສືບຕໍ່ເປີດກວ້າງການພົວພັນດ້ານພັກກັບຕ່າງປະເທດຍູ້ແຮງການທູດປະຊາຊົນ, ຍາດແຍ່ງຂົນຂວາຍການສະໜັບສະໜູນ ແລະ ຊ່ວຍເຫລືອຈາກເພື່ອນມິດທັງໃກ້ ແລະໄກ. ສືບຕໍ່ປະຕິບັດແຜນການສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ກໍຄືວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຄົບຮອບ 45 ປີ ໃຫ້ເປັນຂະບວນຟົດຟື້ນ, ທັງເປັນການໂຄສະນາແນວທາງການຕ່າງປະເທດຂອງພັກເພື່ອປະກອບສ່ວນເຂົ້າໃນການສ້າງສະພາບແວດລ້ອມສາກົນທີ່ເອື້ອອໍານວຍໃຫ້ແກ່ພາລະກິດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສືບຕໍ່ຍົກສູງຖານະບົດບາດຂອງພັກ, ລັດເຮົາໃນເວທີພາກພື້ນ ແລະສາກົນ.
ພາບ: ອ່າຍຄຳ