Flickr ຈະເລີ່ມລົບຮູບພາບທີ່ເກີນລິມິຕທີ່ກຳນົດອອກ

ວັນທີ 5 ກຸມພາ ຜ່ານມາ ຕາມເວລາທ້ອງຖິ່ນ Flickr ເລີ່ມລົບຮູບພາບບົນເຊີເວີຊຶ່ງເດີມໃຫ້ເນື້ອທີ່ຟຣີ 1TB ແຕ່ມີການປ່ຽນຂໍ້ກຳນົດໃໝ່ມີພື້ນທີ່ໃຫ້ເກັບຮູບ ພາບພຽງ 1.000 ຮູບ (ແບບຟຣີ)ຊຶ່ງຫາກເກີນ 1.000 ຮູບບໍລິສັດ ຈະເລີ່ມລົບຮູບທີ່ເກີນມາອອກ.

ຫາກໃຜທີ່ຕ້ອງການເນື້ຶອທີ່ສຳ ລັບເກັບຮູບພາບບົນ Flickr ຫຼາຍ ກວ່າ 1.000 ຮູບກ່ອນທີ່ບໍລິສັດຈະ ເລີ່ມລົບຮູບພາບສາມາດສະໝັກສະມາຊິກລາຍປີໄດ້ໃນລາຄາ 49,99 ໂດລາສະຫະລັດ ແລະໄດ້ສິດທິພິ ເສດເປັນສະມາຊິກ Flickr Pro ຊຶ່ງບໍລິສັດຈະບໍ່ລົບຮູບອອກ.

ທັງນີ້ Flickr ບອກວ່າ 97 % ຂອງຜູ້ໃຊ້ງານມີຮູບພາບນ້ອຍກວ່າ 1.000 ຮູບດັ່ງນັ້ນບໍ່ຕ້ອງຫ່ວງ ວ່າຈະຖືກລົບຮູບໃນໄລຍະທຳອິດ ແຕ່ລະວັງຢ່າໃຫ້ເກີນ 1.000 ຮູບກໍພໍບໍ່ດັ່ງນັ້ນຮູບແຫ່ງຄວາມຊົງຈຳຈະຫາຍໄປ.

ຫາກໃຜບໍ່ຢາກເສຍເງິນໃຊ້ ບໍລິການຂອງ Flickr ກໍອາດ ມອງບໍລິການຂອງບໍລິສັດອື່ນເປັນ ທາງເລືອກດັ່ງ Google Photos ເປັນຕົ້ນ.