ເຄັບລັບ ການດູເບິ່ງແຍງສຸຂະພາບ ແລະຄວາມງາມ

ສຸຂະພາບຈະແຂງແຮງ ແລະສົດຊື່ນແຈ່ມໃສໄດ້ອາຫານ ແລະການອອກກໍາລັງກາຍກໍເປັນ ສ່ວນທີ່ສຳຄັນແນ່ນອນວ່າການ ອອກກຳລັງກາຍ ແລະການກິນອາ ຫານທີ່ມີປະໂຫຍດນັ້ນຈະເຮັດໃຫ້ ເຮົາມີສຸຂະພາບທີ່ແຂງແຮງປາ ສະຈາກໂລກໄພໄຂ້ເຈັບ, ນັ້ນກໍ່ຄື ລາບອັນປະເສີດອີກຂໍ້ໜຶ່ງທີ່ທຸກຄົນຕ້ອງການມີແຕ່ຈະບໍ່ມີໃຜມອບໃຫ້ ເຮົາໄດ້ນອກຈາກເຮົາຕ້ອງເຮັດມັນ ຂຶ້ນມາເອງໃນມື້ນີ້ພວກເຮົາມີເຄັບ ລັບດີໆມາຝາກ ຊຶ່ງຈະມີຂໍໃດແນ່ນັ້ນເຮົາມາຮູ້ຈັກນຳກັນເລີຍ.

  1. ຕ້ອງກິນອາຫານເຊົ້າທຸກມື້ ຢ່າໄດ້ຂາດເພາະອາຫານເຊົ້າແມ່ນ ຄາບທີ່ສຳຄັນຕໍ່ຮ່າງກາຍຫຼາຍ ແລະອາຫານແຕ່ລະຄາບເຂົ້າຕ້ອງກິນ ຄົບສານອາຫານທັງຫ້າໝູ່.
  2. ດື່ມນ້ຳໝາກໄມ້ທຸກມື້: ເພາະນໍາໝາກໄມ້ອຸດົມໄປດ້ວຍສານຕ້ານອະນຸມູນອິດສະຫຼະຊ່ວຍຕໍ່ຕ້ານຮ່ອງຮອຍໄດ້.
  3. ດື່ມນ້ຳໃຫ້ຫຼາຍໆຕໍ່ມື້ເພາະ ນ້ຳຊ່ວຍລະບາຍຂອງເສຍອອກ ຈາກຮ່າງກາຍ ແລະຍັງມີປະໂຫຍດ ຕໍ່ລະບົບຕ່າງໃນຮ່າງກາຍ.
  4. ດື່ມນົມ: ຊ່ວຍບຳລຸງຜິວພັນ ຂອງສາວໆເພາະໃນນົມມີສານໄອ ໂຊຟຣາໂວນ ທີ່ຈະຊ່ວຍປ້ອງກັນ ບໍ່ໃຫ້ໃບໜ້າຮ່ຽວຍານ ແລະຊ່ວຍ ຜິວພັນສົດໃສ.
  5. ໝັ່ນອອກກຳລັງກາຍເປັນ ປະຈຳເພື່ອຈະເຮັດໃຫ້ຮ່າງກາຍແຂງ ແຮງ.
  6. ພັກຜ່ອນໃຫ້ພຽງພໍເພື່ອຈະ ຊ່ວຍໃຫ້ສຸຂະພາບຮ່າງກາຍ ແລະ ຈິດໃຈສົດຊື່ນມີຊີວິດຊີວາ.       
  7. ຮຽບຮຽງໂດຍ: ຟ້າ