ວິທີປ້ອງກັນບໍ່ໃຫ້ເກີດໂລກລົມແດດ

ອາກາດຮ້ອນໆແບບນີ້ສ່ຽງຕໍ່ການເປັນໂລກລົມແດດ ຫຼື (Heat stroke) ຊຶ່ງເປັນພາວະທີ່ຮ່າງກາຍບໍ່ສາມາດປັບໂຕ ຫຼື ຄວບຄຸມລະດັບຄວາມຮ້ອນ ໃນຮ່າງກາຍຖ້າຫາກບໍ່ໄດ້ຮັບການປິ່ນປົວທັນທີ່ອາດຈະເຮັດໃຫ້ໝົດສະຕິ ແລະເສຍຊີວິດໄດ້ສະນັ້ນມື້ນີ້ພວກ ເຮົາມີວິທີປ້ອງກັນພະຍາດດັ່ງກ່າວມາຝາກຈະມີວິທີໃດແນ່ນັ້ນໄປເບິ່ງພ້ອງກັນເລີຍ.

  1. ໃສ່ເສື້ອຜ້າສີອ່ອນແລະບໍ່ໜາເກີນໄປຊຶ່ງ ຈະຊ່ວຍໃຫ້ຮ່າງກາຍມີອຸນຫະພູມທີ່ເຢັນເໝາະສົມ.
  2. ຫຼີກເວັ້ນກິດຈະກຳທີ່ອອກແຮງ ຫຼື ໃຊ້ແຮງ ງານໃນທີ່ແຈ້ງ.
  3. ດື່ມນ້ຳສະອາດຫຼາຍໆເພື່ອຊົດເຊີຍການສູນ ເສຍນໍ້າໃນຮ່າງກາຍ.
  4. ຫຼີກລ່ຽງການດື່ມແອວກໍຮໍ ທຸກຊະນິດ.
  5. ບໍ່ຄວນນັ່ງຫຼືນອນໃນລົດທີ່ຈອດໃນທີ່ແຈ້ງ.

ຄົນເຈັບທີ່ເປັນພະຍາດລົມແດດຄວນໄດ້ຮັບການປິ່ນປົວຢ່າງວ່ອງໄວທີ່ສຸດເທົ່າທີ່ຈະເປັນໄປໄດ້  ໂດຍ ເປົ້າໝາຍຂອງການປິ່ນປົວເບື້ອງຕົ້ນຄືການຫຼຸດອຸນຫະພູມໃນຮ່າງກາຍຂອງຄົນເຈັບເຊັ່ນ: ໃຊ້ນໍ້າພົມ ຕາມຮ່າງກາຍ ແລະໃຊ້ພັດລົມເປົ່າໃຫ້ນໍ້າລະເຫີຍ ຫຼື  ໃຊ້ຖົງນໍ້າກ້ອນແປະຕາມຂີ້ແຮ້, ຄໍ, ຫຼັງ ແລະຂາ, ຖ້າຫາກອາການຍັງບໍ່ດີຂຶ້ນໃຫ້ຮີບພາຄົນເຈັບໄປ ໂຮງໝໍໂດຍດ່ວນ.

ຮຽບຮຽງໂດຍ: ຟ້າ