ພະເອກຕົວຈິງ! ຄີອານູ ຣີບ ຊ່ວຍເຫຼືອຜູ້ໂດຍສານ ຫຼັງເຮືອບິນລົງຈອດສຸກເສີນ

ນີ້ແຫຼະພະເອກຕົວຈິງຄີອານູຣີບໃຫ້ຄວາມຊ່ວຍເຫຼືອຜູ້ ໂດຍສານຄົນອື່ນໆ ໂດຍບໍ່ຖືໂຕຫຼັງຈາກເຮືອບິນລົງຈອກສຸກເສີນເຖິງແມ່ນວ່າຈະບໍ່ແມ່ນເລື່ອງໃຫຍ່ແຕ່ກໍ່ຖືໄດ້ວ່າເປັນພະເອກທັງໃນຈໍ ແລະ ນອກຈໍເລີຍ.

ເມື່ອບໍ່ດົນມານີ້ຄີອານູຣີບນັກສະແດງຮອນລີວູດທີ່ມີຄວາມສາມາດສວມບົດເປັນພະເອກຕົວຈິງຫຼັງຈາກຄອຍໃຫ້ຄວາມຊ່ວຍເຫຼືອຜູ້ ໂດຍສານຈາກກໍລະນີທີ່ຖ້ຽວບິນລະຫວ່າງຊານຟານຊິສໂກໄປທາງໃຕ້ຂອງແຄລິຟໍເນຍເກີດເຫດສຸກເສີນຈົນຕ້ອງໄດ້ລົງຈອດທີ່ເມືອງເບເກີສະຟິລ. ຂະນະທີ່ຜູ້ໂດຍສານ ຄົນອື່ນກຳລັງວຸ່ນວາຍຫາວິທີເດີນທາງຕໍ່ໄປຍັງລອສແອນເຈລິສນັ້ນຈາກເລື່ອງລາວດັ່ງກ່າວນັ້ນຫຼາຍຄົນອາດຄິດວ່າຊຸບຕາຮອນລີວູດຄົນນີ້ຕ້ອງຮຽກຮ້ອງເຖິງການເບິ່ງແຍງເປັນພິເສດແຕ່ປາກົດວ່າບໍ່ເລີຍພ້ອມກັນນີ້ລາວຍັງຊ່ວຍເຫຼືອແລະຫາທາງອອກໃຫ້ກັບຜູ້ໂດຍສານຄົນອື່ນແທນ ແລະໃນທີ່ສຸດຄີອານູຣີບກໍຕັດສິນໃຈນັ່ງລົດຕໍ່ໄປອີກ 2 ຊົ່ວໂມງເພື່ອເດີນທາງໄປຍັງລອສ ແອງເຈລິສ  ຊຶ່ງລະຫວ່າງການເດີນ ທາງລາວໄດ້ອ່ານເລື່ອງລາວທີ່ໜ້າສົນໃຈກ່ຽວກັບການເມືອງພ້ອມທັງຍັງເປີດເພງພື້ນເມືອງໃຫ້ຜູ້ຮເດີນທາງຄົນອື່ນຟັງ.

ນສພ ເສດຖະກິດ -ສັງຄົມ