ຄະນະສູນກາງຊາວໜຸ່ມລາວ ພົບປະເຈົ້າແຂວງຫຼວງພະບາງ

ໃນວັນທີ 29 ສິງຫາ 2022 ທີຫ້ອງຮັບແຂກຫ້ອງວ່າການແຂວງຫຼວງພະບາງ ທ່ານ ທອງຈັນ ພູມີພັນ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ມີທ່ານ ໄພວັນ ຈັນທະສຸກ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີຜູ້ຕາງໜ້າອົງການ ຢູນີເຊັບ ( unicef )ໄດ້ເຂົ້າພົບປະທ່ານ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງພະບາງ ໃນໂອກາດທີ່ໄດ້ມາຢ້ຽມຢາມ ແລະຊີ້ນໍາກອງປະຊຸມສະຫຼຸບຕີລາຄາປະເມີນຜົນການຈັດຕັ້ງປະຕິບັດວຽກງານການໃຫ້ຄຳປຶກສາແກ່ຊາວໜຸ່ມ,ເຍົາວະຊົນ ໃນຂັ້ນແຂວງ ແລະແນະນຳການນຳໃຊ້ຄູ່ມືການໃຫ້ຄຳປຶກສາໄວໜຸ່ມ ແລະເຍົາວະຊົນທີ່ແຂວງຫຼວງພະບາງ. ເຊິ່ງຈັດຂຶ້ນທີ່ຫ້ອງປະຊຸມຄະນະບໍລິຫານງານຊາວໜຸ່ມແຂວງຫຼວງພະບາງ,ມີບັນດາເລຂາ-ຮອງເລຂາ ຊາວໜຸ່ມ 8 ເມືອງ, 1 ນະຄອນ, ຄະນະຮັບຜິດຊອບວຽກງານໃຫ້ຄຳປຶກສາສາຍດ່ວນຂັ້ນແຂວງເຂົ້າຮ່ວມ.

ໂອກາດນີ້, ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງກໍໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານ ແລະພາລະບົດບາດຂອງຊາວໜຸ່ມຢູ່ແຂວງຫຼວງພະບາງ ໂດຍການຊີ້ນໍາຈາກສູນກາງຊາວໜຸ່ມລາວ ເຮັດໃຫ້ການຈັດຕັ້ງວຽກງານຮອບດ້ານຂອງຊາວໜຸ່ມແຂວງຫຼວງພະບາງ ໄດ້ຮັບການພັດທະນາດີຂື້ນເທື່ອລະກ້າວ, ເຊິ່ງສະແດງໃຫ້ເຫັນຢູ່ບັນດາສໍານັກງານ, ເມືອງ, ໂຮງຮຽນຫຼາຍແຫ່ງ ໄດ້ມີການເຄື່ອນໄຫວຢ່າງເປັນຂະບວນຟົດຟື້ນ ແລະມີສະມາຊິກຊາວໜຸ່ມ-ເຍົາວະຊົນທີ່ເພີ່ມຂຶ້ນຫຼາຍ.ຄຽງຄູ່ກັນນີ້ກໍຍັງມີປະກົດການຄວາມສ່ຽງຕໍ່ຊາວໜຸ່ມ-ເຍົາວະຊົນກ່ຽວກັບບັນຫາຢາເສບຕິດເຊິ່ງອາດເປັນປະກົດການຫຍໍ້ທໍ້ໃນສັງຄົມ,ດັ່ງນັ້ນການຈັດຕັ້ງປະຕິບັດວຽກງານໃຫ້ຄຳປຶກສາແກ່ຊາວໜຸ່ມ, ເຍົາວະຊົນ ໃນແຂວງ ຫຼວງພະບາງ ເພື່ອເປັນການສຶກສາອົບຮົມໃຫ້ບັນດາຊາວໜຸ່ມໄດ້ມີພູມຄຸ້ມກັນທີ່ເຂັ້ມແຂງ,ຮູ້ຈັກນຶກຄິດໄຈ້ແຍກຜິດ-ຖືກ ຕໍ່ກັບການດໍາລົງຊີວິດຢູ່ໃນສັງຄົມ ພ້ອມກັນ ຫັ້ນມາເຮັດສິ່ງດີໆໃຫ້ສັງຄົມ ແລະປະເທດຊາດ. ພ້ອມດຽວກັນນີ້ກໍເຮັດໃຫ້ວຽກງານການໃຫ້ຄໍາປຶກສາໃນຕໍ່ໜ້າ ເປັນການສ້າງຄວາມເຂັ້ມແຂງ ໃຫ້ຄະນະຮັບຜິດຊອບວຽກງານໃຫ້ຄໍາປຶກສາຂັ້ນແຂວງ, ເມືອງ ແລະຂັ້ນທ້ອງຖິ່ນໄດ້ມີການພັດທະນາດີຂຶ້ນເປັນກ້າວໆ ແລະສາມາດເຂົ້າເຖິງກຸ່ມເປົ້າໝາຍຊາວໜຸ່ມ, ເຍົາວະຊົນ ແລະກຸ່ມຄົນທົ່ວໄປທີ່ຕ້ອງການຂໍຄໍາປຶກສາຢ່າງມີປະສິດທິພາບ.

ຈາກນັ້ນທ່ານ ທອງຈັນ ພູມີພັນ ຮອງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານ ເຈົ້າແຂວງຫຼວງພະບາງ ພ້ອມທັງລາຍງານກ່ຽວກັບການ ເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ຕື່ມອີກ.
ຂ່າວ: ເພັດສາຄອນ ສິມມະວົງ