ຄະນະຜູ້ແທນ ແຂວງໄຊສົມບູນຢ້ຽມຢາມ ແລະເຮັດວຽກຢູ່ ແຂວງເຊີນລາ

ໃນວັນທີ 29 ສິງຫາ ຜ່ານມາ, ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ໄດ້ນໍາພາຄະນະຜູ້ແທນຂອງ ແຂວງໄຊສົມບູນ ສປປ ລາວ ເຂົ້າພົບປະຢ້ຽມຢາມ ທ່ານ ຫງວນຫຶວດົງ ປະທານສະມາຊິກສະພາແຫ່ງຊາດແຂວງ ພ້ອມຄະນະຢູ່ຂວງເຊີນລາ ສສ ຫວຽດນາມ ໂດຍມີ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍບັນດາຄະນະຜູ້ແທນແຂວງໄຊຍະບູລີ ແລະແຂວງຊຽງຂວາງ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ຫງວນຫຶວດົງ ໄດ້ຍົກໃຫ້ເຫັນສະພາບຈຸດພິເສດ ແລະການພັດທະນາເສດຖະກິດ-ສັງຄົມ ຂອງແຂວງເຊີນລາ ໄລຍະ 6 ເດືອນຕົ້ນປີ 2022 ແລະ ໝາກຜົນຂອງການຮ່ວມມື ລະຫວ່າງແຂວງເຊີນລາ ກັບບັນດາແຂວງຂອງ ສປປ ລາວ ຊຶ່ງແຂວງເຊີນລາ ມີຊາຍແດນຕິດກັບ ສປປ ລາວ ຍາວ 270 ກວ່າກິໂລແມັດ, ມີປະຊາກອນ 1,3 ລ້ານກວ່າຄົນ ມີ 12 ຊົນເຜົ່າດໍາລົງຊີວິດຢູ່ຮ່ວມກັນ, ປັດຈຸບັນ ແຂວງເຊີນລາ ມີການພົວພັນຮ່ວມມືຮອບດ້ານໃນຂົງເຂດເສດຖະກິດ, ວັດທະນະທໍາ-ສັງຄົມ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບກັບ 9 ແຂວງຂອງ ສປປ ລາວ ຄື: ແຂວງຫົວພັນ, ຜົ້ງສາລີ, ຊຽງຂວາງ, ໄຊສົມບູນ, ຫລວງພະບາງ, ອຸດົມໄຊ, ແຂວງຫລວງນໍ້າທາ, ບໍ່ແກ້ວ ແລະ ແຂວງໄຊຍະບູລີ, ໃນໄລຍະ ປິ 2017-2021 ແຂວງເຊີນລາ ກໍໄດ້ກໍ່ສ້າງ, ບໍາລຸງພະນັກງານ, ນັກສຶກສາ ສໍາລັບ 9 ແຂວງຂອງລາວ ໃນມູນຄ່າ 200 ກວ່າຕື້ດົງ.

ໃນໂອກາດດຽວກັນ, ຄະນະຜູ້ແທນສອງຝ່າຍກໍໄດ້ແລກປ່ຽນຄໍາຄິດຄໍາເຫັນດ້ວຍຄວາມຈິງໃຈ ແລະຕີລາຄາສູງຕໍ່ກັບຜົນສໍາເລັດທີ່ທັງສອງພັກ, ສອງລັດກໍຄືປະຊາຊົນສອງຊາດ ລາວ-ຫວຽດນາມ ສາມາດຍາດມາໄດ້ໃນໄລຍະຜ່ານມາ. ຫລັງຈາກນັ້ນ, ກໍໄດ້ເດີນທາງໄປວາງພວງມາລາ, ຖະຫວາຍທູບທຽນ ຢູ່ອະນຸສາວະລີປະທານໂຮ່ຈີມິນ ເພື່ອສະແດງຄວາມເຄົາລົບອາໄລເຖິງຄຸນງາມຄວາມດີອັນໃຫຍ່ຫລວງຂອງປະທານໂຮ່ຈີມິນ ແລະບັນດາລູກຫລານນັກປະຕິວັດຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະລະເລືອດເນື້ອເຫື່ອແຮງຕໍ່ສູ້ຢ່າງພິລະອາດຫານ, ນໍ້າໃຈເສຍສະລະອັນຫຍິ່ງໃຫຍ່ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດໃຫ້ເປັນເອກະພາບເພື່ອເປົ້າໝາຍສັງຄົມນິຍົມ.