ໂຮງຮຽນທິບພະຈັນ ເນັ້ນເອົາໃຈໃສ່ເລື່ອງຄຸນນະພາບ

ໂຮງຮຽນ ທິບພະຈັນ ເປັນອີກໜຶ່ງໂຮງຮຽນເອກະຊົນທີ່ເພິ່ນທີ່ເພິ່ນພ້ອມທຸ່ມເທ່ເອົາໃຈໃສ່ທຸກເລື່ອງເພື່ອໃຫ້ໄດ້ມາດຖານຂອງການສຶກສາເພື່ອໃຫ້ນ້ອງນັກຮຽນມີຄວາມຮູ້ຄວາມສາມາດທຽບເທົ່າສາກົນປະຈຸບັນທາງໂຮງຮຽນມີຄວາມພ້ອມທຸກດ່ານຮັບນ້ອງນັກຮຽນໃໝ່.

ທ່ານ ອຈ. ປທ ແປງໃຈ ແສງຈັນທະວົງ ຜູ້ອໍານວຍການໂຮງຮຽນທິບພະຈັນ ໃຫ້ຮູ້ວ່າ: ຄວາມຈິງແລ້ວໂຮງຮຽນທິບພະຈັນກຽມເປີດສອນແຕ່ສົກຮຽນ 2019-2020 ແຕ່ດ້ວພະຍາດໂຄວິດ-19 ລະບາດຢ່າງໜັກໜ່ວງກໍ່ເລີຍໄດ້ໂຈະການເປີດການຮຽນ-ການສອນ ຖືວ່າໂຮງຮຽນໄດ້ປິດຢ່າງສົມບູນໃນສົກຮຽນນັ້ນ. ຈົນມາຮອດສົກຮຽນ 2021-2022 ຈື່ງມີແຜນເປີດການຮຽນ-ການສອນຄືນໃໝ່ຂື້ນ ແຕ່ໂຊກຮ້າຍອີກຄັ້ງພະຍາດໂຄວິດລະບາດອີກຮອບສອງຢ່າງຮ້າຍແຮງ ເລີຍໄດ້ໂຈະການເປີດສອນເປັນເວລາໜື່ງພາກຮຽນ ແຕ່ດ້ວຍເຫັນໃຈລູກຫຼານທີ່ຢຸດຮຽນເປັນເວລາດົນນານສົມຄວນ ທາງຂັ້ນເທິງເພິ່ນເລີຍມີນະໂຍບາຍໃຫ້ເປີດສອນແບບອອນລາຍ ແຕ່ທາງໂຮງຮຽນທິບພະຈັນຍັງຂາດປະສົບການການສອນອອນລາຍກໍ່ເລີຍສ້າງນະໂຍບາຍຂື້ນສອນແບບສອນອອບລາຍສ້າງກຸ່ມວັອດແອັບ (ກຸ່ມຫ້ອງຮຽນ) ໂດຍຄູອັດວີດີໂອອະທິບາຍບົດຮຽນສົ່ງລົງກຸ່ມແລ້ວແນະນຳໃຫ້ຜູ້ປົກຄອງຊ່ວຍສອນ ແລະແກ້ວຽກບ້ານທີ່ຄູເອົາໃຫ້ໃນກຸ່ມວັອດແອັບ.

ເນື່ອງຈາກວ່າໂຮງຮຽນທິບພະຈັນເປັນໂຮງຮຽນເປີດໃໝ່ຫາກໍ່ເປີດສົກຮຽນດຽວ ສົກຮຽນ 2021-2022 ກິດຈະກໍາທີ່ທາງໂຮງຮຽນທິບພະຈັນໄດ້ເຮັດໃນສົກຮຽນຜ່ານມາແມ່ນອີງຕາມນະໂຍບາຍຂອງຂັ້ນເທິງກໍ່ຄືພະແນກສຶກສາທິການ ແລະ ກິລາວາງອອກເຊັ່ນ: ເປີດສອນແບບທາງອີເລັກໂທນິກໃນຊ່ວງໂຄວິດລະບາດແຕ່ເຖິງຢ່າງໃດກໍ່ຕາມ ໂຮງຮຽນທິບພະຈັນຍັງມີກິດຈະກໍາຫຼາຍຢ່າງທີ່ຈັດເຂົ້າໃນການຮຽນ-ການສອນຫຼັງຈາກໄດ້ມີນະໂຍບາຍໃຫ້ນັກຮຽນໄດ້ມາຮຽນແບບເຊີ່ງໜ້າເຊັ່ນ: - ສອບເສັງນັກຮຽນເກັ່ງລະດັບຫ້ອງ (ປ.5) ເພື່ອເອົາໂຕແທນຂອງໂຮງຮຽນໄປສອບເສັງຄັດເລືອກນັກຮຽນເກັ່ງຂັ້ນກຸ່ມເພື່ອເປັນໂຕແທນໄປເສັງນັກຮຽນເກັ່ງລະດັບເມືອງ.

ຈັດການແຂ່ງຂັນສິລະປະວັນນະຄະດີ ເຊັ່ນ: ແຂ່ງຂັນຟ້ອນ, ໂຊເຕັ້ນ, ເດີນແບບ, ໂຊຟ້ອນລາຍງ້າວ, ໂຊກິລາຢູໂດ ແລະຈັດການແຂ່ງຂັນລອຍນໍ້າລະດັບໂຮງຮຽນ, ຈັດກິດຈະກໍາປູກຕົ້ນໄມ້ໃນມື້ວັນທີ 31 ພຶດສະພາ 2022 ເພື່ອຕ້ອນຮັບວັນເດັກນ້ອຍສາກົນ ແລະວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາເດີນຂະບວນສວນສະໜາມໃນງານແຂ່ງຂັນກິລາຊີງຂັນເຈົ້າເມືອງເມືອງນາຊາຍທອງ.

ແນ່ນອນວ່າໂຮງຮຽນປະຈຸບັນນີ້ທັງພາກລັດ ແລະ ເອກະຊົນເກີດຂື້ນຫຼາຍສະນັ້ນຄວາມທ້າທາຍກໍ່ເລີຍມີຫຼາຍຕາມໆກັນ ໂຮງຮຽນທິບພະຈັນເປັນໂຮງຮຽນກິນນອນ ໝາຍຄວາມວ່າເດັກ-ນັກຮຽນທີ່ມາເຂົ້າຮຽນຕອນເຊົ້າແລ້ວເຂົາເຈົ້າຈະຢູ່ໃນຮົ້ວໂຮງຮຽນ ຢູ່ໃນຄວາມດູແລຂອງຄູຕອນສວາຍໂຮງຮຽນມີອາຫານບໍລິການ ຫຼັງຈາກກິນເຂົ້າສວາຍແລ້ວ ເດັກ-ນັກຮຽນທຸກຄົນແມ່ນໃນນອນພັກຜ່ອນຕາມຫ້ອງບໍລິເວນທີ່ຄູຈັດໃຫ້. ເດັກ-ນັກຮຽນແມ່ນຢູ່ໃນຄວາມດູແລຂອງຄູ ຄູຈະຮັບຜິດຊອບເດັກ-ນັກຮຽນຈົນຮອດເວລາກັບບ້ານຕອນແລງ ຄູຈະສົ່ງເດັກໃຫ້ຜູ້ປົກຄອງກັບບ້ານດ້ວຍຄວາມປອດໄພ.

ແຕ່ຈຸດເດັ່ນທີ່ໂຮງຮຽນທິບພະຈັນມີກໍ່ຄື ອາຄານສະຖານທີ່ທີ່ຖາວອນໄດ້ມາດຕະຖານທີ່ເຫັນເດັ່ນຊັດກໍ່ແມ່ນສະຖານທີ່ກວ້າງຂວາງມີເດີ່ນໂຮງຮຽນກວ້າງມີສະໂມສອນໃຫຍ່ທີ່ຮອງຮັບໃນການເປີດກອງປະຊຸມ ຈັດກິດຈະກໍາໄດ້ຫຼາຍຮ້ອຍຄົນ ສະໂມສອນມຸງຫຼັງຄາທີ່ຮອງຮັບກັບຟ້າຝົນລົມໄດ້ໂຮງຮຽນມີເດີ່ນກິລາຫຍ້າທຽມມີສະລອຍນໍ້າ ທັງເດີ່ນກິລາ ແລະ ສະລອຍນ້ຳແມ່ນໄດ້ຈັດເຂົ້າເປັນວິຊານອກຫຼັກສູດສອນເຕະບານ ແລະ ສອນລອຍນ້ຳ. ໂຮງຮຽນມີຮົ້ວກໍາແພງອ້ອມຮອບເຊິງຮັກສາຄວາມປອດໄພຂອງເດັກໄດ້ ເຖິງຊິເປັນໂຮງຮຽນຄົບວົງຈອນແຕ່ລ້ຽງເດັກ-ອະນຸບານ, ປະຖົມ ແລະມັດທະຍົມສຶກສາສົມບູນຢູ່ນຳກັນກໍ່ຕາມ ແຕ່ໂຮງຮຽນພວກເຮົາໄດ້ແຍກເຂດຮັບຜິດຊອບກັນຢ່າງຊັດເຈນ ແຍກຕຶກລ້ຽງເດັກ-ອະນຸບານຕ່າງຫາກ ແຍກຫ້ອງຮຽນຊັ້ນປະຖົມຕ່າງຫາກ ແລະແຍກ ຫ້ອງຮຽນມັດທະຍົມຕ່າງຫາກ ແລະ ຈຸດເດັ່ນກວ່າໝູ່ຫ້ອງຮຽນພວກເຮົາແມ່ນຕິດແອ.

ໂຮງຮຽນທິບພະຈັນເປັນໂຮງຮຽນສຶກສາສົມບູນຄົບວົງຈອນເລີ່ມແຕ່ຊັ້ນລ້ຽງເດັກ-ອະນຸບານ, ປະຖົມ ແລະມັດທະຍົມສຶກສາສົມບູນ.F ປະຈຸບັນບັນໂຮງຮຽນທິບພະຈັນມີ 3 ຊັ້ນຮຽນ ເຊັ່ນ: ລ້ຽງເດັກ-ອະນຸບານ,ປະຖົມ ແລະ ມັດທະຍົມ ເຊິ່ງແຍກລາຍລະອຽດດັ່ງນີ້:- ຫ້ອງລ້ຽງເດັກ =1ຫ້ອງຫ້ອງອະນຸບານ 1 = 1 ຫ້ອງ,ຫ້ອງອະນຸບານ 2 = 1 ຫ້ອງ,ຫ້ອງອະນຸບານ 3 = 1 ຫ້ອງ,ຊັ້ນປະຖົມ ປ.1 =1ຫ້ອງ,ຊັ້ນປະຖົມ ປ.2 = 1 ຫ້ອ, ຊັ້ນປະຖົມ ປ.3 = 1 ຫ້ອງ,ຊັ້ນປະຖົມ ປ.4 =1 ຫ້ອງ,ຊັ້ນປະຖົມ ປ.5 = 1 ຫ້ອງ,ຊັ້ນມັດທະຍົມ ມ.1 = 1 ຫ້ອງ,ຊັ້ນມັດທະຍົມ ມ.2 = 1 ຫ້ອງແຕ່ລະຊັ້ນຮຽນສາມາດຮອງຮັບນັກຮຽນໄດ້15-35 ຄົນ ອີງຕາມຕົວເລກຂອງນັກຮຽນຕົວຈິງຂອງຊັ້ນນັ້ນ. ຖ້ານັກຮຽນເກີນ35 ຄົນ ກໍ່ແຍກເປັນ 2ຫ້ອງຮຽນ.ປະຈຸບັນມີຄູສອນ 28 ທ່ານໃນນັ້ນມີຄູປະຈໍາ 25 ທ່ານ ແລະຄູຮັບເຊີນ3 ທ່ານ.

ປະຈຸບັນໂຮງຮຽນທິບພະຈັນມີຄວາມພ້ອມຮ້ອຍເປີເຊັນໃນການຮັບນັກຮຽນທັງຊຸດໃໝ່ ແລະ ຊຸດເກົ່າ. ພວກເຮົາມອບວຽກໃຫ້ແຕ່ລະພາກສ່ວນຮັບຜິດຊອບຢ່າງຊັດເຈນ ເຊັ່ນ:ພະນັກງານປະຊາສໍາພັນ, ພະນັກງານຈົດຊື່ເດັກ-ນັກຮຽນລົງທະບຽນ, ພະນັກງານຂາຍເຄື່ອງແບບນັກຮຽນ ແລະອຸປະກອນການຮຽນຂອງນັກຮຽນ. ສໍາລັບການລົງທະບຽນຂອງນັກຮຽນໂຮງຮຽນມີນະໂຍບາຍໃຫ້ຜູ້ປົກຄອງໄດ້ລົງທະບຽນຮຽນໃຫ້ລູກຫຼານທັງມາຈົດຊື່ນຳຄະນະຮັບຜິດຊອບຢູ່ໂຮງຮຽນໂດຍກົງ ແລະມີນະໂຍບາຍໃຫ້ຜູ້ປົກຄອງໄດ້ລົງທະບຽນທາງອອນລາຍສຳລັບຜູ້ບໍ່ສະດວກມາຫຼືມີເວລາໜ້ອຍ.

ສໍາລັບຜູ້ປົກຄອງທ່ານໃດມີລູກທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ 2 ຄົນ ແມ່ນມີສ່ວນຫຼຸດ 5%, 3 ຄົນ ຂື້ນໄປ ມີສ່ວນຫຼຸດ 10%. ແລະຜູ້ປົກຄອງທ່ານໃດຈ່າຍຄ່າຮຽນໃຫ້ລູກຫຼານເປັນເທີມຫຼືເຄີ່ງປີແມ່ນມີສ່ວນຫຼຸດ 5%, ຖ້າຈ່າຍໝົດປີມີສວ່ນຫຼຸດ 10%.

ໂຮງຮຽນທິບພະຈັນຂອງພວກເຮົາຜ່ານມາ ແລະຂໍຝາກເຖິງຜູ້ປົກຄອງຜູ້ທີ່ຍັງຊອກຫາບ່ອນຮຽນຫຼືຢາກຫາໂຮງຮຽນທີ່ມີຄຸນນະພາບທັງວິຊາການ ແລະສຸຂະອະນາໄມໃຫ້ລູກຫຼານທາງໂຮງຮຽນພວກເຮົາມີລົດຮັບສົ່ງ. ຖ້າຜູ້ປົກຄອງທ່ານໃດສົນໃຈສາມາດຕິດຕໍ່ພົວພັນໄດ້ທີ່ເບີ 02054570220

ຂ່າວ: ບຸນນິກ