ປຶກສາຫາລື ວຽກງານໂຄສະນາເພີ່ມອັດຕາປົກຄຸມການສັກວັກຊິນໂຄວິດ-19

ສູນສື່ສານເພື່ອສຸຂະພາບ ເເລະສຸຂະສຶກສາກະຊວງສາທາລະນະສຸກຮ່ວມກັບບັນດາແຂວງພາກໃຕ້ຈັດກອງປະຊຸມປຶກສາຫາລືວຽກງານໂຄສະນາເພື່ອເພີ່ມອັດຕາການສັກວັກຊິນປ້ອງກັນພະຍາດໂຄວິດ-19 ເເລະວັກຊິນຮອບປົກກະຕິໃຫ້ເເກ່ສື່ມວນຊົນຂັ້ນສູນກາງ ເເລະບັນດາເເຂວງພາກໃຕ້ໃນວັນທີໃນວັນທີ 31 ສິງຫາ 2022 ທີ່ນະຄອນປາກເຊ ເເຂວງຈໍາປາສັກ ພາຍໃຕ້ການເປັນປະທານຂອງທ່ານ ວິສິດ ຄໍາລືຊາ ຫົວໜ້າສູນສື່ສານເພື່ອສຸຂະພາບ ເເລະສຸຂະສຶກສາກະຊວງສາທາລະນະສຸກ, ທ່ານ ນາງ ສັງວານ ເເສນສຸກ ຮອງຫົວໜ້າພະເເນກສາທາລະນະສຸກ ເເຂວງຈໍາປາສັກ, ມີຜູ້ຕາງໜ້າສູນວິເຄາະ ເເລະລະບາດວິທະຍາຈາກນະຄອນຫລວງວຽງຈັນ, ຄໍາມ່ວນ,ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ເເລະອັດຕະປື . ພ້ອມດ້ວຍສື່ມວນຊົນຈາກສູນກາງເຂົ້າຮ່ວມ.

ທ່ານ ວິສິດ ຄໍາລືຊາ ໄດ້ໃຫ້ຮູ້ວ່າ: ການຈັດກອງປະຊຸມຄັ້ງນີ້, ເພື່ອແລກປ່ຽນ ແລະຖອດຖອນບົດຮຽນການປຸກລະດົມ ແລະໂຄສະນາສະພາບການຄວບຄຸມພະຍາດ ແລະ ການສັກຊິນປ້ອງກັນພະຍາດໂຄວິດ-19 ຜ່ານທາງສື່ມວນຊົນ, ສື່ອອນລາຍ ແລະ ຊຸມຊົນ ນັບເເຕ່ຂັ້ນສູນກາງຈົນຮອດທ້ອງຖິ່ນ ໃນໄລຍະຜ່ານມາເພື່ອວາງທິດທາງການແຜນໂຄສະນາ ແລະປຸກລະດົມວຽກງານດັ່ງກ່າວຜ່ານສື່ມວນຊົນ ໃຫ້ໄດ້ຮັບປະສິດທິພາບ ເເລະປະສິດທິຜົນຫລາຍຂຶ້ນກວ່າເກົ່າ. ນອກຈາກນີ້, ຍັງໄດ້ເຊີນເອົາສື່ມວນຊົນຈາກພາກສ່ວນຕ່າງໆ ໂດຍສະເພາະສື່ມວນຊົນຢູ່ຂັ້ນສູນກາງເຂົ້າມາຮ່ວມເນື່ອງຈາກວ່າສື່ມວນຊົນມີບົດບາດສໍາຄັນຫລາຍ ໃນການໂຄສະນາຂໍ້ມູນຂ່າວສານ ໄດ້ຢ່າງກວ້າງຂວາງ ໂດຍສະເພາະການປຸກລະດົມໃຫ້ປະຊາຊົນຮູ້ຈັກຜົນຮ້າຍ, ໄພອັນຕະລາຍ, ວີທີປ້ອງກັນ ລວມເຖິງການເຂົ້າມາສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ຫລາຍຂຶ້ນໃນຕໍ່ໜ້າ.

ໂອກາດດັ່ງກ່າວ, ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີ ການບໍລິການວັກຊິນກັນພະຍາດໂຄວິດ-19 ຢູ່ ສປປ ລາວ, ຄາດໝາຍ, ສະພາບການຕົວຈິງ, ບັນຫາ ແລະ ສິ່ງທ້າທາຍ, ການສື່ສານເພື່ອປຸກລະດົມຊຸມຊົນສຳລັບການເຂົ້າເຖິງການບໍລິການໃຫ້ວັກຊິນປ້ອງກັນພະຍາດໂຄວິດ-19, ການນຳສະເໜີຄຳຖາມ-ຄຳຕອບ ກ່ຽວກັບພະຍາດ ແລະວັກຊິນກັນພະຍາດໂຄວິດ-19, ຫລັກການລວມການສື່ສານເພື່ອຫລຸດຜ່ອນຄວາມສ່ຽງຂອງການຕິດເຊື້ອພະຍາດໂຄວິດ-19 ລວມເຖິງວຽກງານສໍາຄັນປິ່ນອ້ອມຈໍານວນໜຶ່ງເຊິ່ງກອງປະຊຸມຈະດຳເນີນເປັນເວລາ 3 ວັນ.
ຂ່າວ: ຢາຕົງ