ສນຊ ເຊື່ອມຊຶມມະຕິ 4 ສະໄໝທີ XI ຂອງພັກ

ໃນວັນທີ 30 ສິງຫາ 2022 ສູນກາງແນວລາວສ້າງຊາດ(ສນຊ) ໄດ້ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຂອງ ຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ໂດຍການເຜີຍແຜ່ຂອງ ສະຫາຍ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັກ, ຮອງປະທານ ສນຊ, ມີບັນດາເລຂາ-ຮອງເລຂາໜ່ວຍພັກຫ້ອງການ, ກົມ ແລະ ສູນຝຶກອົບຮົມ ແລະ ສະມາຊິກພັກ-ພະນັກງານພາຍໃນ ສນຊ ເຂົ້າຮ່ວມ.

ສະຫາຍ ຄໍາເຜີຍ ບຸດດາວຽງ ໄດ້ກ່າວວ່າ: ເນື້ອໃນມະຕິດັ່ງກ່າວໄດ້ຍົກ 9 ບັນຫາສໍາຄັນ ແລະຮີບດ່ວນ ເພື່ອນໍາພາທົ່ວປວງຊົນເປັນຕົ້ນໄດ້ປະເມີນສະພາບແວດລ້ອມຢູ່ພາກພື້ນ ແລະສາກົນໃນປັດຈຸບັນ ແລະ ຄາດຄະເນທ່າຂະຫຍາຍໃນຕໍ່ໜ້າ; ຕີລາຄາຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ຕົ້ນປີ 2022 ຕິດພັນກັບ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ສືບຕໍ່ຍູ້ແຮງການ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ປະກົດຜົນເປັນຈິງ; ຊຸກຍູ້ສົ່ງເສີມຜູ້ປະກອບການທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ຈຸນລະວິສາຫະກິດ ໃຫ້ມີຄວາມເຂັ້ມແຂງ; ເພີ່ມທະວີການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບສູງ; ປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະກົນໄກການເຄື່ອນໄຫວຂອງອົງການບໍລິຫານລັດຕາມທິດເຂັ້ມແຂງ ແລະ ມີປະສິດທິພາບ; ໄດ້ຄົ້ນຄວ້າ, ປືກສາຫາລື ແລະ ໃຫ້ທິດຊີ້ນໍາເບື້ອງຕົ້ນ ກ່ຽວກັບການຄົ້ນຄວ້າທິດສະດີ ແລະ ສະຫລຸບພຶດຕິກໍາ ໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວຂຶ້ນສູ່ຈຸດໝາຍສັງຄົມນຍົມ; ກະກຽມການດໍາເນີນ ກອງປະຊຸມວຽກງານການເມືອງແນວຄິດທົ່ວປະເທດ ຄັ້ງທີ V, ກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ,

ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກໄດ້ວາງວຽກງານຈຸດສຸມໃນການນໍາພາຊີ້ນໍາ ແຕ່ນີ້ຫາກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 5 ສະໄໝ ທີ XI ດ້ວຍ 9 ເນື້ອໃນຈຸດສຸມ ແລະຄະນະບໍລິຫານງານສູນກາງພັກເຫັນວ່າເພື່ອຍົກສູງຄວາມເປັນເຈົ້າການຍູ້ຂະບວນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ເຂົ້າສູ່ວຽກງານຕົວຈິງ ແລະມີຜົນສໍາເລັດ, ຄະນະພັກແຕ່ລະຂັ້ນຕ້ອງຍົກສູງຄວາມສາມາດນໍາພາ ແລະຄວາມເປັນແບບຢ່າງນໍາໜ້າຕໍ່ການແກ້ໄຂບັນຫາຕົວຈິງ ໃນເງື່ອນໄຂສະພາບການຫຍຸ້ງຍາກສັບສົນຄືໃນປັດຈຸບັນເພື່ອສືບຕໍ່ເພີ່ມທະວີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ເປັນເອກະພາບໃນທົ່ວພັກ,ທົ່ວລັດ ແລະ ທົ່ວປວງຊົນ, ສູ້ຊົນອົດທົນ, ຍົກສູງນໍ້າໃຈເສຍສະລະເດັດດ່ຽວຜ່ານຜ່າອຸປະສັກ ແລະຄວາມຫຍຸ້ງຍາກຕ່າງໆໄປສູ່ຜົນສໍາເລັດໃໝ່.
ຂ່າວ-ພາບ: ສນຊ