ສປຊ ປະກາດຈຸດສຸມກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 77

ຕາມຂ່າວຈາກ VOVWORLD, ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 77 ໂດຍຈຸດພົ້ນເດັ່ນສຳຄັນຂອງເຫດການ, ຈະຈັດຂຶ້ນໃນເດືອນກັນຍານີ້, ດ້ວຍການເຂົ້າຮ່ວມ ຂອງປະມຸກລັດ ແລະການນຳຈາກບັນດາປະເທດທົ່ວໂລກຫຼາຍຮ້ອຍຄົນໂດຍເນັ້ນໃສ່ປຶກສາຫາລືດ້ານການສຶກສາ, ບັນດາເປົ້າໝາຍພັດທະນາແບບຍືນຍົງ, ສິດຂອງຊາວເຜົ່າ ສ່ວນໜ້ອຍ ແລະດ້ານອື່ນໆອີກ. ຈາກນັ້ນ ທ່ານ Csaba Korosi, ປະທານສະມັດຊາໃຫຍ່ຄົນໃໝ່ຈະດຳລົງຕຳແໜ່ງ ແທນທ່ານ Abdulla Shahid, ປະທານ ສະມັດຊາໃຫຍ່ ຊຸດທີ 76. ພິເສດ, ກອງປະຊຸມ ສະມັດຊາໃຫຍ່ ຊຸດທີ 77 ປີນີ້ຈະມີສັບປະດາບັນດາເປົ້າໝາຍທົ່ວໂລກຊຶ່ງໄດ້ຈັດຂຶ້ນດ້ວຍຮູບແບບທາງໄກ ແລະຊຶ່ງໜ້າ ແຕ່ວັນທີ 16 – 25 ກັນຍານີ້ ເພື່ອແນໃສ່ຈຸດປະສົງຊຸກຍູ້ບັນດາເປົ້າໝາຍລວມຂອງໂລກ.

ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ