ເສດຖະກິດຕວັກກີ ໃນໄຕມາດ 2 ຂະຫຍາຍຕົວ 7,6%

ຕາມຂ່າວຈາກ ຊິນຮວາ, ເມື່ອບໍ່ດົນມານີ້, ສະຖາບັນສະຖິຕິ ຂອງຕວັກກີ (Turkia) ເປີດເຜີຍວ່າ: ເສດຖະກິດ ຂອງປະເທດໃນໄລຍະ ໄຕມາດ 2 ນັບແຕ່ ເດືອນເມສາ ຫາເດືອນມິຖຸນາ ຂະຫຍາຍຕົວ 7,6% ເມື່ອທຽບໃສ່ປີກາຍໂດຍລວມຍອດຜະລິດຕະພັນພາຍໃນປະເທດປັດຈຸບັນເພີ່ມຂຶ້ນ 114,6% ລະດັບ 3,4 ພັນຕື້ລີຣາຕວັກກີ. ທ່ານ Mehmed Mush, ລັດຖະມົນຕີການຄ້າ ຕວັກກີ ກ່າວວ່າ: ການສົ່ງອອກສິນຄ້າ ແລະການບໍລິການກວມເອົາເຄິ່ງໜຶ່ງຂອງການຂະຫຍາຍຕົວໂດຍການບໍລິການຂອງຄົວເຮືອນເພີ່ມຂຶ້ນ 22,5% ເມື່ອທຽບໃສ່ປີກາຍ. ຂະນະທີ່ການສະສົມທຶນຖາວອນເບື້ອງຕົ້ນເພີ່ມຂຶ້ນ4,7% ແລະການໃຊ້ຈ່າຍເພື່ອການບໍລິໂພກຂອງລັດ ເພີ່ມຂຶ້ນ 2,3%. ສ່ວນພາກອຸດສາຫະກຳຂະຫຍາຍຕົວ 7,8% ແລະ ພາກການບໍລິການຂະຫຍາຍຕົວ 18,1% ແຕ່ທາງພາກການກໍ່ສ້າງຫົດຕົວ 10,9%,ກະສິກຳປ່າໄມ້ ແລະການປະມົງຫົດໂຕເຊັ່ນກັນລະດັບ 2,9% ໃນໄຕມາດ2ນີ້ ແລະຍັງຖືວ່າເປັນປະເທດທີ່ມີເສດຖະກິດຂະຫຍາຍຕົວໄວທີ່ສຸດອັນດັບ 2 ໃນກຸ່ມ ປະເທດຈີ 20 ຮອງຈາກ ອາຣັບບີ ຊາອຸດິດ ຫຼັງຈາກໄຕມາດທຳອິດຂະຫຍາຍຕົວ 7,3%ເມື່ອທຽບໃສ່ ປີກາຍ.

(ພາກຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ