ມອບ-ຮັບ ໜ້າທີ່ຫົວໜ້າພະແນກ ຍທຂ ແຂວງຄຳມ່ວນ

ຄຳມ່ວນ ໄດ້ຈັດພິທີມອບ-ຮັບ ໜ້າທີ່ລະຫວ່າງ ຫົວໜ້າພະແນກໂຍທາທິການ ແລະຂົນສົ່ງແຂວງ (ຍທຂ) ຜູ້ເກົ່າ ແລະຜູ້ໃໝ່, ພ້ອມທັງປະກາດແຕ່ງຕັ້ງຮອງຫົວໜ້າພະແນກ ຍທຂ ຂຶ້ນໃນວັນທີ 2 ກັນຍາ ນີ້ ທີ່ສະໂມສອນ 21 ມີນາ ແຂວງ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກເລຂາພັກແຂວງ ເຈົ້າແຂວງຄຳມ່ວນ, ທ່ານ ນາງ ວິໄລຄໍາ ໂພສາລາດ ຄະນະພັກກະຊວງຮອງລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ, ມີຄະນະຈັດຕັ້ງແຂວງ, ພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.

ໃນພິທີ, ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຄຳມ່ວນ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າພະແນກ ຍທຂ ແຂວງຄຳມ່ວນ ສະບັບເລກທີ 1421,158,159,160 ແລະ 161. ໃນນີ້, ເຫັນດີຍົກຍ້າຍ ທ່ານ ພິດສະໄໝ ກອງຊາເດດ ຫົວໜ້າພະແນກ ຍທຂ ແຂວງຜູ້ເກົ່າໄປຮັບໜ້າທີ່ໃໝ່ຢູ່ຂະແໜງການ ອື່ນ, ແຕ່ງຕັ້ງ ທ່ານ ຂວັນຕາ ດວງລາຕີ ຮອງຫົວໜ້າພະແນກ ຍທຂ ເປັນຫົວໜ້າພະແນກ ຍທຂ ແຂວງຜູ້ໃໝ່,ແຕ່ງຕັ້ງທ່ານ ສຸທັດ ສຸມາລີ ຫົວໜ້າຂະແໜງຂົວທາງ ເປັນຮອງຫົວໜ້າພະແນກ ຍທຂ, ແຕ່ງຕັ້ງ ທ່ານ ສີສຸວັນ ໂອລິຍະວົງ ເປັນຮອງຫົວໜ້າພະແນກ ຍທຂ ແລະ ທ່ານ ໂພໄຊ ຄະຕິຍະລາດ ເປັນຮອງຫົວໜ້າພະແນກ ຍທຂ ແຂວງ.

ໂອກາດນີ້, ທ່ານ ວັນໄຊ ພອງສະຫວັນ ຍັງໄດ້ເນັ້ນມາຍັງຄະນະພັກ, ຄະນະນຳທີ່ໄດ້ຮັບການແຕ່ງຕັ້ງໃໝ່ທຸກຂັ້ນ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ - ແນວຄິດ ຕໍ່ພະນັກງານ - ສະມາຊິກພັກໃຫ້ມີຄຸນທາດການເມືອງໜັກແໜ້ນ,ມີຄວາມສາມັກຄີເອກະພາບພາຍໃນພັກ,ດ້ານວຽກງານວິຊາສະເພາະໃຫ້ເອົາໃຈໃສ່ຈັດຕັ້ງວຽກງານທີ່ນອນໃນພາລະບົດບາດ, ໜ້າທີ່ຂອງຕົນໃຫ້ເຂັ້ມງວດ, ເຊື່ອມຊຶມ ແລະ ກຳແໜ້ນກ່ຽວກັບແນວທາງນະໂຍບາຍຂອງພັກ,ຂອງລັດຖະບານກໍຄືຍຸດທະສາດຂອງກະຊວງ ຍທຂ, ຂອງແຂວງໃນເງື່ອນໄຂໃໝ່ເປັນຕົ້ນວຽກຈຸດສຸມ ຍທຂ ຕິດພັນກັບວາລະແຫ່ງຊາດ. ຜ່ານມາອັນໃດແກ້ໄດ້ແລ້ວອັນໃດຍັງຄົງຄ້າງໃຫ້ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດໃຫ້ສຳເລັດ, ເອົາໃຈໃສ່ຕື່ມໃນການໂຄສະນາສຶກສາອົບຮົມກ່ຽວກັບນິຕິກຳລຸ່ມກົດໝາຍເປັນຕົ້ນກົດໝາຍທາງ, ກົດໝາຍວ່າດ້ວຍສິ່ງປຸກສ້າງຕ່າງໆ ໃຫ້ປະຊາຊົນມີຄວາມຮັບຮູ້ - ເຂົ້າໃຈຢ່າງທົ່ວເຖິງ ແລະ ເອົາໃຈໃສ່ບຳລຸງສ້າງພະນັກງານວິຊາການພາຍໃນພະແນກໃຫ້ມີຄວາມຮູ້ຄວາມສາມາດເພີ່ມຕື່ມທັງນີ້ເພື່ອຮັບປະກັນໃຫ້ວຽກງານໂຍທາທິການ ແລະ ຂົນສົ່ງແຂວງຄຳມ່ວນມີການເຕີບໃຫຍ່ຂະຫຍາຍຕົວ, ໃບໜ້າໃໝ່ ແລະເປັນກໍາລັງແຮງສໍາຄັນຍູ້ການພັດທະນາແຂວງຄໍາມ່ວນກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
(ຂ່າວ-ພາບ: ແຂວງຄໍາມ່ວນ)