ກອງປະຊຸມປຶກສາຫາລືວຽກງານຄຸ້ມຄອງລົດບັນທຸກໜັກທີ່ນຳໃຊ້ເສັ້ນທາງຊົນນະບົດ

ໃນວັນທີ 5 ສິງຫາ 2022 ທີ່ຫ້ອງປະຊຸມພະແນກ ຍທຂ ແຂວງອັດຕະປື ໄດ້ເປີດກອງປະຊຸມປຶກສາຫາລືວຽກງານຄຸ້ມຄອງລົດບັນທຸກໜັກທີ່ນຳໃຊ້ເສັ້ນທາງຊົນນະບົດ ໂດຍການເປັນປະທານຂອງ ທ່ານ ທະນູໄຊ ບັນຊາລິດ ຄະນະປະຈຳພັກແຂວງຮອງເຈົ້າແຂວງແຂວງອັດຕະປືຜູ້ຊີ້ນຳວຽກເສດຖະກິດ, ຫົວໜ້າພະແນກ ຍທຂ ແຂວງ, ເຈົ້າເມືອງເມືອງສາມະຄີໄຊ, ເມືອງສະໜາມໄຊ, ເມືອງໄຊເສດຖາ ແລະ ເມືອງຊານໄຊ ແຂວງອັດຕະປື, ຫ້ອງການຂົວທາງແຂວງ ແລະຫ້ອງການ ຍທຂ 4ເມືອງ ໂດຍມີສະຖາບັນໂຍທາທິການ ແລະ ຂົນສົ່ງ ກະຊວງ ຍທຂ, ທີ່ປຶກສາໂຄງການ ແລະ ຫົວໜ້າໂຄງການ ແລະ ຜູ້ປະສານງານ ວຽກບູລະນະຮັກສາເສັ້ນທາງແບບມີສ່ວນຮ່ວມຈາກຊຸມຊົນຈາກກົມຊົ່ວທາງກະຊວງ ຍທຂ ໂດຍມີຜູ້ເຂົ້າຮ່ວມທັງໝົດປະມານ 20 ທ່ານ, ຍິງ 2 ທ່ານ ຈຸດປະສົງແມ່ນເພື່ອຄົ້ນຄວ້າກ່ຽວກັບບັນດາກົດໝາຍກ່ຽວກັບທາງຫລວງ ແລະ ຂໍ້ກຳນົດເຕັກນິກຕ່າງໆກ່ຽວກັບເສັ້ນທາງ ທີ່ຈະເປັນເອກະສານສະໜັບສະໜູນໃຫ້ແກ່ມາດຕະການປົກປັກຮັກສາເສັ້ນທາງຊົນນະບົດທີ່ໄດ້ຮັບການກໍ່ສ້າງໃນ ໄລຍະຜ່ານມາໃຫ້ຖືກນຳໃຊ້ຖືກຕ້ອງຕາມເຕັກນິກການອອກແບບ ແລະ ກໍ່ໃຫ້ເກີດປະສິດທິຜົນອັນສູງຕໍ່ກັບການສ້າງສາພັດທະນາເສດຖະກິດ, ສັງຄົມ, ວຽກງານປ້ອງກັນຄວາມສະຫງົບ ແລະ ປ້ອງກັນຊາດ. ເວົ້າສະເພາະ, ແມ່ນບັນດາເສັ້ນທາງທີ່ ໄດ້ຮັບການສະໜັບສະໜູນທາງດ້ານເຕັກນິກ ແລະ ງົບປະມານຈາກໂຄງການຟື້ນຟູພື້ນຖານໂຄງລ່າງພາກໃຕ້ຂອງລາວ (RISL) ແຂວງອັດຕະປື, ເຊິ່ງແມ່ນທຶນຊ່ວຍເຫຼືອລ້າຈາກປະເທດ ສສ ເຢຍລະມັນ ຜ່ານທະນາຄານເພື່ອການພັດທະນາ (KW). ໃນກອງປະຊຸມຄັ້ງນີ້, ຈະໄດ້ຮ່ວມກັນຄົ້ນຄວ້າປຶກສາຫາລື, ປະກອບຄຳເຫັນເພື່ອແລກປ່ຽນ ແລະສົນທະນາແບບສ້າງສັນກ່ຽວກັບແຜນຍຸດທະສາດໃນການປ້ອງກັນຄວາມເສຍຫາຍທີ່ຈະກໍ່ໃຫ້ເກີດຈາກລົດບັນທຸກນໍ້າໜັກເກີນເຂົ້ານຳໃຊ້ບັນດາເສັ້ນທາງທີ່ກໍ່ສ້າງສຳເລັດແລ້ວໂດຍມີຫົວຂໍ້ການສຳມະນາຄື: 1. ບາງມາດຕາ ໃນກົດໝາຍວ່າດ້ວຍທາງຫຼວງຂອງ ສປປ ລາວ, ສະບັບປັບປຸງ ປີ 2016, 2. ຕາໜ່າງເສັ້ນທາງ ຂອງ ສປປ ລາວ ແລະ ແຂວງອັດຕະປື ປີ 2020. 3. ມາດຕະຖານການອອກແບບເສັ້ນທາງ ແລະ ຜົນກະທົບຈາກນໍ້າໜັກເອົາເກີນກໍານົດ. 4. ຄວາມເປັນມາຂອງໂຄງການ RIP, RDP ແລະ RISL. 5. ການບໍາລຸງຮັກສາເສັ້ນທາງ ແລະຜົນກະທົບຈາກລົດບັນທຸກນໍ້າໜັກເກີນ.

ໂອກາດນີ, ທ່ານເສີມຄຳ ຈັນທະວົງ ຫົວໜ້າໂຄງການພັດທະນາຊົນນະບົດ, ຜູ້ປະສານງານວຽກງານບູລະຮັກສາທາງຊົນນະບົດແບບມີສ່ວນຮ່ວມຈາກຊຸມຊົນ VMC ໄດ້ກ່າວວ່າ ການຊ່ວຍເຫຼືອຂອງລັດຖະບານເຢຍລະມັນໂດຍຜ່ານທະນາຄານເພື່ອການພັດທະນາ KW ໄດ້ເລີ່ມແຕ່ ປີ 2003 ເປັນຕົ້ນມາເລີ່ມຈາກ ໄລຍະ 1 ຫາ ໄລຍະ 6 ໃນຂະແໜງການກໍ່ສ້າງພື້ນຖານໂຄງ ລາງທາງຊົນນະບົດ. ແຂວງທີ່ໄດ້ຮັບທຶນການຊ່ວຍເຫລືອຜ່ານມາມີ: ແຂວງບໍ່ແກ້ວ, ແຂວງຫຼວງນໍ້າທາ, ແຂວງອຸດົມໄຊ, ແຂວງໄຊຍະບູລີ, ແຂວງອັດຕະປື, ແຂວງເຊກອງ, ແຂວງສາລະວັນ,ແຂວງສະຫວັນະເຂດ, ແຂວງຄຳມ່ວນ ແລະແຂວງຫົວພັນ. ການຊ່ວຍເຫຼືອດັ່ງກ່າວປະກອບດ້ວຍການກໍ່ສ້າງທາງຊົນນະບົດ ໃນນັ້ນລວມມີ: ກໍ່ສ້າງເສັ້ນທາງໃໝ່ ຍາວປະມານ 917ກີໂລແມັດ, ຟື້ນຟູທາງເກົ່າ 134.2 ກິໂລແມັດ, ກໍ່ສ້າງຂົວຂະໜາດນ້ອຍໄດ້ 601 ແມັດຍາວ ມີ 15 ແຫ່ງ, ກໍ່ສ້າງ ຕະຫຼາດຊຸມຊົນ 9 ແຫ່ງ, ກໍ່ສ້າງທ່າເຮືອນ້ອຍ 6 ແຫ່ງ ແລະ ກໍ່ສ້າງບ່ອນລໍຖ້າລົດເມ 6 ແຫ່ງ ເຊື່ອມໂຍງຄວາມສະດວກ ສະບາຍໃຫ້ປະຊາຊົນມີເສັ້ນທາງໄປມາຫາສູ່ກັນສາມາດ ທຽວທາງໄດ້ 2 ລະດູໄດ້ຫຼາຍກວ່າ 280,000 ຄົນ.

ນອກຈາກວຽກກໍ່ສ້າງພື້ນຖານໂຄງລ່າງແລ້ວທາງລັດຖະບານເຢຍລະມັນຍັງໄດ້ຊ່ວຍກໍ່ສ້າງອາຄານສູນຝຶກໂຍທາທິການ ແລະຂົນສົ່ງຢູ່ ຫລັກ 19 ນະຄອນຫຼວງວຽງຈັນ ໂຄງການຍັງໄດ້ສ້າງຂີດຄວາມສາມາດໃຫ້ພະນັກງານໃນພະແນກໂຍທາທິການ ແລະຂົນສົ່ງ.

ທ້າຍປີ 2019 ລັດຖະບານເຢຍລະມັນໄດ້ຊ່ວຍເຫຼືອວຽກຟື້ນຟູພື້ນຖານໂຄງລ່າງພາກໃຕ້ RISL. ແຂວງອັດຕະປື ຢູ່ 4 ເມືອງຄືເມືອງສາມັກຄີໄຊ, ເມືອງໄຊເສດຖາ, ເມືອງສາມັກຄີໄຊ ແລະເມືອງຊານໄຊ, ຊຶ່ງໄດ້ປູຢາງສອງຊັ້ນນມີລວງຍາວທາງທັງໝົດ 63.6 ກິໂລແມັດ, ສ້ອມແປງແປງໂຮງຮຽນປະຖົມ ແລະ ມັດທະຍົມຄືນ 9 ແຫ່ງ ແລະສ້ອງແປງສຸກສາລາ 6 ແຫ່ງ, ຈໍານວນ 10.400.000 ເອີໂຣ, ບໍ່ມີທຶນສົມທົບຈາກລັດຖະບານລາວ.