ວິນເນີ ຫຼວງພະບາງ ຄອງແຊັມຂັນຊະນະເລີດດອກປີກໄກ່ ຊີງຂັນປະທານສະພາແຫ່ງຊາດ

ການແຂ່ງຂັນກິລາດອກປີກໄກ່ ຊີງແຊັມທົ່ວປະເທດ ຄັ້ງທີ 21 ຊີງຂັນທ່ານປະທານສະພາແຫ່ງຊາດ ປະຈຳປີ 2022 ປິດສາກລົງຢ່າງເປັນທາງການໃນວັນທີ 4 ກັນຍາ 2022 ຢູ່ສະໂມສອນດອກປີກໄກ່ເສດຖາ ນະຄອນຫຼວງວຽງຈັນ, ໂດຍສະໂມສອນດອກປີກໄກ່ ວິນເນີ ຫຼວງພະບາງ (winner LPB) ສ້າງຜົນງານໄດ້ຢ່າງໂດນເດັ່ນ ຫຼັງຈາກຍາດມາໄດ້ 5 ຫຼຽນຄໍາ 1 ຫຼຽນເງິນ ແລະ 4 ຫຼຽນທອງ ຄອງແຊັມຂັນທ່ານປະທານສະພາແຫ່ງຊາດປະຈຳປີ 2022.

ໂອກາດນີ້, ທ່ານ ໄຊບັນດິດ ຣາຊະພົນ ເລຂາທິການສະຫະພັນດອກປີກໄກ່ແຫ່ງຊາດ ກ່າວວ່າ: ການແຂ່ງຂັນຄັ້ງນີ້ ດໍາເນີນແຕ່ວັນທີ 1-4 ກັນຍາ 2022 ເຫັນວ່າການແຂ່ງຂັນມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີນັກກິລາ-ຄູຝຶກ ຕະຫຼອດຮອດມວນຊົນຊາວນະຄອນຫຼວງວຽງຈັນ ແລະ ທົ່ວປະເທດເຂົ້າຮ່ວມຊົມເຊຍຢ່າງໜາແໜ້ນຕະຫຼອດ 4 ວັນ ຂອງການແຂ່ງຂັນ ແລະ ຍັງຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ ຕະຫຼອດການແຂ່ງຂັນ ທີ່ຂາດບໍ່ໄດ້ກໍຄືສະແດງຄວາມຂອບໃຈຜູ້ໃຫ້ການສະໜັບສະໜູນໂດຍສະເພາະບໍລິສັດ ເບຍລາວ ຈຳກັດ ສະໜັບສະໜູນຫຼັກ ເປັນປີທີ 21 ຕິດຕໍ່ກັນ, ນອກຈາກນີ້ຍັງມີທະນາຄານພັດທະນາລາວ (LDB), ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL), ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແລະພາກສ່ວນອື່ນໆອີກຈໍານວນໜຶ່ງ.

ການແຂ່ງຂັນໃນຄັ້ງນີ້ ມີທັງໝົດ 11 ລາຍການ ຜ່ານການແຂ່ງຂັນຜົນປະກົດວ່າ: ດ່ຽວເຍົາວະຊົນຊາຍ 12 ປີ ທີ 1 ທ້າວ ນັດທິວ ພົງສັກ (WINNER LPB), ທີ 2 ທ້າວ ສຸພະໄຊ (NEWPAY), ທີ 3 ຮ່ວມ ທ້າວ ບຸນທະວີ ໄຊຍະລາດ (LABDORK) ທ້າວ ສົມຈິດ ແສງຫຼ້າ (ທະນາຄານຮ່ວມທຸລະກິດລາວ-ຫວຽດ); ດ່ຽວເຍົາວະຊົນຊາຍ 15 ປີ ທີ 1 ທ້າວ ອາທິວັດ ອຸດົມສະຫວັດ (WINNER LPB), ທີ 2 ທ້າວ ພຸດນະຄອນ ແກ້ວອໍາພອນ (ຮ່ວມທຸລະກິດລາວ-ຫວຽດ), ທີ 3 ຮ່ວມ ທ້າວ ຄໍາສີ ໂຄດວົງສາ (CAPTAIN), ທ້າວ ລັກສະມີ ສີລາວັນ (WINNER LPB); ຄູ່ເຍົາວະຊົນຊາຍ 15 ປີ ທີ 1 ທ້າວ ມານະສິນ + ທ້າວ ເພັດສະນະກອນ (WINNER LPB), ທີ 2 ທ້າວ ຄໍາສີ (CAPTAIN) + ທ້າວ ເອກະລາດ (ທ່າແຂກໃໝ່), ທີ 3 ຮ່ວມ ທ້າວ ອານຸສິນ + ທ້າວ ຊະນະ (WINNER LPB) ແລະ ທ້າວ ລັກສະມີ + ທ້າວ ວາລັດ (WINNER LPB).

ດ່ຽວເຍົາວະຊົນຊາຍ 18 ປີ ທີ 1 ທ້າວ ສາຍຟ້າ ສິລິວົງ (WINNER LPB), ທີ 2 ທ້າວ ພູບັນດິດ ສຸວັນນະວົງ (WINNER LPB), ທີ 3 ຮ່ວມ ທ້າວ ໄຊຍະສອນ ແກ້ວໄຊ (CAPTAIN) ນາງ ພຸດສະຫວັນ ດາວປະສິດ (JEMBONE); ຄູ່ເຍົາວະຊົນຊາຍ 18 ປີ ທີ 1 ທ້າວ ສາຍຟ້າ + ທ້າວ ພູບັນດິດ (WINNER LPB), ທີ 2 ທ້າວ ໄຊຍະສອນ + ທ້າວ ສຸລິເດດ (CAPTAIN), ທີ 3 ຮ່ວມ ທ້າວ ສຸພະໄຊ + ທ້າວ ຈັນທະບູລີ (KT), ທ້າວ ສະຫຼອງ+ທ້າວ ວິລະເດດ (JEMBONE); ຄູ່ເຍົາວະຊົນປະສົມ 18 ປີ ທີ 1 ທ້າວ ສະຫຼອງ + ນາງ ພຸດສະຫວັນ (JEMBONE), ທີ 2 ທ້າວ ສຸລິໄຊ + ນາງ ອັດຈິມາ (FRIENDSHIP), ທີ 3 ຮ່ວມ ທ້າວ ສຸກປະເສີດ + ນາງ ສຸດາລັດ (JEMBONE), ທ້າວ ຫຼວງຕິກຸນ + ນາງ ສຸນິດາ (WINNER LPB); ດ່ຽວຊາຍທົ່ວໄປ ທີ 1 ທ້າວ ວິຊຸນນະລາດ ພິຈິດ (ກຸ່ມບໍລິສັດ ດວງຈະເລີນພັດທະນາ), ທີ 2 ທ້າວ ໄຊສົມພອນ ວົງປະຈິດ (ທະນາຄານຮ່ວມທຸລະກິດລາວ-ຫວຽດ), ທີ 3 ຮ່ວມ ທ້າວ ພອນສັກ ໂຊກທະວີ (LABDORK) ທ້າວ ມານັດ ເພຍສຸລິນ (CAPTAIN); ຄູ່ຊາຍທົ່ວໄປ ທີ 1 ທ້າວ ນາມບຸນ + ທ້າວ ດາວມີໄຊ (LABDORK), ທີ 2 ທ້າວ ແສງອາທິດ + ທ້າວ ພັນທະລັງ (LABDORK), ທີ 3 ຮ່ວມ ທ້າວ ວິຊຸນນະລາດ + ທ້າວ ຣາຊະວົງ (ກຸ່ມດວງຈະເລີນພັດທະນາກໍ່ສ້າງ) ທ້າວ ພອນປະດິດ+ທ້າວ ບຸນປະເສີດ (ຮ່ວມທຸລະກິດລາວ-ຫວຽດ), ຄູ່ປະສົມທົ່ວໄປ ທີ 1 ທ້າວ ພັນທະລັງ + ນາງ ເພັດມະນີ (LABDORK), ທີ 2 ທ້າວ ນາມບູນ + ນາງ ທິດາຈັນ (LABDORK), ທີ 3 ຮ່ວມ ທ້າວ ໄຊສົມພອນ+ນາງ ສິລິພອນ (ຮ່ວມທຸລະກິດລາວ-ຫວຽດ) ທ້າວ ໂພທິພອນ+ນາງ ວິລະກອນ (CAPTAIN). ຄູ່ຍິງທົ່ວໄປ ທີ 1 ນາງ ເພັດມະນີ + ນາງ ທິດາຈັນ (LABDORK), ທີ 2 ນາງ ວິລະກອນ + ນາງ ປາວິນາ (CAPTAIN), ທີ 3 ຮ່ວມ ນາງ ບູຜາເກສອນ + ນາງ ສິລິພອນ (ຮ່ວມທຸລະກິດລາວ-ຫວຽດ) ນາງ ນະພາວັນ+ນາງ ມະນີວອນ (CAPTAIN); ຄູ່ສະໝັກຫຼິ້ນຊາຍ ທີ 1 ທ້າວ ໂພທິທອນ +ທ້າວ ມານັດ, ທີ 2 ທ້າວ ມັງກອນ + ທ້າວ ອານາຈັກ, ທີ 3 ຮ່ວມ ທ້າວ ທະນາຫວັດ + ທ້າວ ກອາໄພ (KT) ທ້າວ ສູນນະລາດ + ທ້າວ ສຸກປະເສີດ (ສິໄຄ). ສ່ວນລາງວັນຂັນຊະນະເລີດ ທ່ານປະທານສະພາແຫ່ງຊາດ ໄດ້ແກ່ສະໂມສອນວິນເນີ ຫຼວງພະບາງ.

ເປັນກຽດເຂົ້າຮ່ວມ ແລະມອບຂັນລາງວັນໂດຍ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປປ ລາວ ທັງເປັນປະທານສະຫະພັນກິລາດອກປີໄກ່ແຫ່ງຊາດ, ທ່ານ ສົມພູ ພົງສາ ຮອງປະທານ ແລະເລຂາທິການໂອແລັມປິກແຫ່ງຊາດລາວ, ທ່ານ ສຸລິວັນ ເຊີນວິໄລ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະກີລາ, ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ຈັດການຝ່າຍການຕະຫຼາດບໍລິສັດ ເບຍລາວ ຈໍາກັດ ພ້ອມດ້ວຍຄະນະບໍລິຫານງານສະຫະພັນດອກປີກໄກ່ແຫ່ງຊາດຕາງໜ້າຜູ້ໃຫ້ການສະໜັບສະໜູນຫຼັກຄະນະນັກກິລາຄູຝຶກ ແລະນັກກິລາ.

ຂ່າວ-ພາບ: ສີພອນ