ຄອບຄົວການນຳ ໄດ້ມອບເຄື່ອງບັນເທົາທຸກຊ່ວຍເຫຼືອຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

ແຫຼ່ງຂ່າວຈາກອຸດົມໄຊ ໃຫ້ຮູ້ວ່າ: ໃນວັນທີ 5 ກັນຍາ 2022 ຄອບຄົວການນຳຂັ້ນສູງກາງ, ນຳໂດຍທ່ານ ນາງ ນາລີ ສີສຸລິດ ພັນລະຍາຂອງປະທານປະເທດແຫ່ງສປປລາວ, ມີທ່ານ ນາງ ບົວໄຫລ ຈິດມະນີ ພັນລະຍາຂອງທ່ານຮອງປະທານປະເທດ, ທ່ານ ນາງ ວຽງເງິນ ໄຂຄໍາພິທູນ ພັນລະຍາ ທ່ານຮອງນາຍົກ, ທ່ານ ນາງ ນາລິນ ພັງໜໍ່ເມກ ພັນລະຍາ ຂອງທ່ານຫົວໜ້າຫ້ອງວ່າການສູນກາງພັກ ແລະຄອບຄົວການນໍາຂັ້ນແຂວງໄດ້ມາມອບເຂົ້າສານ, ອາຫານແຫ້ງ, ຜ້າຫົ່ມຄອບຄົວລະ 100 ຜືນ ແລະເຄື່ອງບັນເທົາທຸກເພື່ອຊ່ວຍເຫຼືອຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມຢູ່ແຂວງອຸດົມໄຊ ໃຫ້ແກ່ພໍ່ແມ່ປະຊາຊົນທີ່ຖືກເຄາະຮ້າຍ ລວມມູນຄ່າທັງໝົດ 78.500.000 ກີບ. ເປັນກຽດຂຶ້ນຮັບໂດຍທ່ານ ວາລີ ຈືນໍເຢັງ ກໍາມະການພັກແຂວງເລຂາພັກເມືອງເຈົ້າເມືອງໄຊພ້ອມດ້ວຍຄະນະຮັບຜິດຊອບຂັ້ນເມືອງ.