ເມືອງໝື່ນ ແຂວງວຽງຈັນ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກ ອົງການກູດເນເບີສ໌.

ໃນວັນທີ່ 5 ກັນຍາ 2022 ອົງການ ກູດເນເບີສ໌ ໄດ້ນຳເອົາເຄື່ອງຊ່ວຍເຫຼືອຈາກ ສາທາລະນະລັດເກົາຫຼີ (ສເກົາຫຼີ) ມາມອບໃຫ້ເມືອງໝື່ນໄດ້ນຳໄປແຈກຍາຍໃຫ້ນັກຮຽນປະຖົມ ແລະ ອະນຸບານ 18 ໂຮງຮຽນເປົ້າໝາຍ ທີ່ຫ້ອງການສືກສາທິການ ແລະ ກີລາເມືອງໝື່ນ ຊຶ່ງຕ່າງໜ້າອົງການກູດເນເບີສ໌ປະຈຳລາວຂື້ນມອບໂດຍທ່ານ ຢູເຮີ່ ແລະໃຫ້ກຽດຂື້ນຮັບຂອງທ່ານ ພອນເທີດ ສຸຫວັດດີ ເຈົ້າເມືອງ-ເມືອງໝື່ນ ໂດຍມີຫົວໜ້າຫ້ອງການສືກສາທິການ ແລະ ກິລາເມືອງໝື່ນ, ຫ້ອງວ່າການ ເມືອງ, ຄະນະຮັບຜິດຊອບແຈກຍາຍເຄືອງຊ່ວຍເຫຼືອໃຫ້ບັນດາໂຮງຮຽນໃນທົ່ວເມືອງເຂົ້າຮ່ວມເປັນສັກຂີພີຍານ.
ທ່ານ ພອນເທິດ ສຸຫວັດດີ ເຈົ້າເມືອງ-ເມືອງໝື່ນໄດ້ກ່າວຂອບໃຈມາຍັງອົງການກູດເນເບີສ໌ ທີ່ຍາມໃດກໍໄດ້ນຳເອົາເຄື່ອງຂອງວັດຖຸປັດໃຈ ແລະເງິນຄຳມາຊ່ວຍເຫຼືອເມືອງໝື່ນຕະຫຼອດມາເທື່ອນີ້ກໍ່ເຊັ່ນດຽວກັນທັງເມືອງໝື່ນສັນຍາວ່າຈະນຳເອົາເຄື່ອງຊ່ວຍເຫຼືອນີ້ໄປແຈກຍາຍໃຫ້ຮອດມືຂອງນັກຮຽນອະນຸບານ, ນັກຮຽນປະຖົມ ແລະ ບຸກຄົນທຸກຍາກທີ່ມີຄວາມຕ້ອງການນຳໃຊ້ເຄື່ອງດັ່ງກ່າວຢ່າງແທ້ຈິງ ແລະໄດ້ແຕ່ງຕັ້ງຄະນະຮັບຜິດຊອບແຈກຍາຍເຄື່ອງຊ່ວຍເຫຼືອຈຳນວນດັ່ງກ່າວຕື່ມອິກ.
ເຄື່ອງທີ່ນຳມາຊ່ວຍເຫຼືອໃຫ້ນັກຮຽນຮຽນອະນຸບານ ແລະປະຖົມທົ່ວເມືອງໝື່ນໃນເທື່ອນີ່ປະກອບມີທັງໝົດ 510 ແກັດ ໃນນັ້ນມີ ເຄື່ອງນຸ່ງຫົ່ມ, ເກີບ, ໝວກ, ກະເປົາເປ້, ຜ້າອັດປາກ, ແພເຊັດໂຕ, ແພເຊັດໜ້າ ແລະ ອື່ນໆອິກ ລວມມູນຄ່າປະມານ 232,652 ໂດລາ, ເຄື່ອງຈຳນວນດັ່ງກ່າວແມ່ນຈະໄດ້ແບ່ງແຈກຍາຍໃຫ້ທັງໝົດ 18 ໂຮງຮຽນເປົ້າໝາຍຄືໂຮງຮຽນປະຖົມບ້ານນໍ້າແພດ, ໂຮງຮຽນປະຖົມບ້ານເມືອງໝື່ນ, ໂຮງຮຽນປະຖົມບ້ານນໍ້າເລົ້າ, ໂຮງຮຽນປະຖົມບ້ານນາຕາດ, ໂຮງຮຽນປະຖົມບ້ານ ໂພນສີວິໄລ, ໂຮງຮຽນປະຖົມບ້ານໂນນໄຮ, ໂຮງຮຽນປະຖົມບ້ານນໍ້າຮອນ, ໂຮງຮຽນປະຖົມບ້ານໂພນງາມ, ໂຮງຮຽນປະຖົມບ້ານນາປ່າໄຜ່, ໂຮງຮຽນປະຖົມບ້ານນໍ້າເພີນ, ໂຮງຮຽນປະຖົມບ້ານດອນຮຽງ, ໂຮງຮຽນປະຖົມບ້ານປາກຊາວ, ໂຮງຮຽນປະຖົມບ້ານນໍ້າຮີ້, ໂຮງຮຽນປະຖົມບ້ານວັງ, ໂຮງຮຽນປະຖົມບ້ານນາຍາວ, ໂຮງຮຽນປະຖົມບ້ານນາບົວ ແລະໂຮງຮຽນປະຖົມບ້ານໂນນຕ້ອງ ໂດຍເລີ່ມແຈກຍ້າຍໃຫ້ໂຮງຮຽນປະຖົມບ້ານນຳ້ແພດ ແລະໂຮງຮຽນປະຖົມບ້ານເມືອງໝື່ນ ໃນວັນທີ່ 05 ກັນຍາ 2022 ນີ້ ແລະຈະທະຍອຍແຈກຍາຍໃຫ້ທົ່ວທັງໝົດ 18 ໂຮງຮຽນເປົ້າໝາຍຕາມລຳດັບໄປ ແລະໃຫ້ທົ່ວເຖິງບັນດານັກຮຽນທຸກຄົນ.
ຂ່າວ,ພາບ: ຄຳເພັດ.