6 ແຜນງານປະຕິຮູບຂະແໜງການເງິນ ຮອດປີ 2020

ເພື່ອກ້າວສູ່ລະບົບຄຸ້ມຄອງການເງິນແຫ່ງລັດທີ່ມີຄວາມເຂັ້ມແຂງ, ໂປ່ງໃສ, ທັນສະໄໝ ແລະຍຸດຕິທໍາ, ລັດຖະບານລາວໄດ້ກໍານົດ 6 ແຜນງານເຂົ້າໃນແຜນປະຕິຮູບຂອງຂະແໜງການເງິນບາດກ້າວທີ 1 (2018-2020) ຂອງໄລຍະທີ II ໂດຍເລັ່ງໃສ່ການປັບປຸງນະໂຍບາຍການເງິນ, ການສ້າງ ແລະ ປັບປຸງນິຕິກໍາຂະແໜງການເງິນ,ການປະຕິຮູບລະບົບການຄຸ້ມຄອງລາຍຮັບ,ການປະຕິຮູບລະບົບການຄຸ້ມຄອງລາຍຈ່າຍ,ການພັດທະນາຂະແໜງການເງິນເປັນທັນສະ ໄໝ ແລະການຄຸ້ມຄອງ ແລະພັດທະນາການຈັດຕັ້ງ-ບຸກຄະລາກອນ.

  ອີງຕາມຂໍ້ມູນຈາກກະຊວງການເງິນໃຫ້ຮູ້ວ່າ: ແຜນປະຕິຮູບຂອງຂະແໜງການເງິນບາດກ້າວທີ 1 (2018-2020) ຂອງໄລຍະທີ II ມີທັງໝົດ 6 ແຜນງານຄື: 1) ແມ່ນການປັບປຸງນະໂຍບາຍການເງິນໃນນີ້ຕ້ອງປັບປຸງນະໂຍບາຍລາຍຮັບ,ສ້າງນະໂຍບາຍລາຍຈ່າຍ,ສ້າງຍຸດທະສາດຄຸ້ມຄອງໜີ້ສິນສາທາລະນະ, ປັບປຸງວຽກງານສະສົມແຫ່ງລັດ, ສ້າງ ແຜນຜັນຂະຫຍາຍຍຸດທະສາດ ຕ້ານການສໍ້ລາດບັງຫຼວງແຫ່ງ ຊາດ ແກ່ຂະແໜງການເງິນ, ທົດລອງແຜນງານການຈັດສັນລາຍ ຈ່າຍໃຫ້ຂະແໜງການບູລິມະສິດຂອງລັດຖະບານ ແລະວຽກງານ ສາມສ້າງ; 2) ສ້າງ ແລະປັບປຸງນິຕິກໍາຂະແໜງການເງິນໂດຍທົບທວນ ແລະປັບປຸງບັນດາກົດໝາຍທີ່ມີຢູ່ໃນປະຈຸບັນ,ສ້າງກົດໝາຍໃໝ່,ສ້າງ ແລະປັບປຸງນິຕິກຳລຸ່ມກົດໝາຍ,ພັດທະນາວຽກງານການບັນຊີ ແລະການກວດສອບອິດ ສະລະ 3) ການປະຕິຮູບລະບົບການຄຸ້ມຄອງລາຍຮັບ,ຈັດຕັ້ງປະຕິບັດແຜນພັດທະນາຂອງຂະແໜງສ່ວຍສາອາກອນ,ສ້າງແຜນງານການປະຕິຮູບລັດວິສາ ຫະກິດ, ຈັດຕັ້ງປະຕິບັດແຜນພັດທະນາຂອງຂະແໜງພາສີ, ປັບປຸງວຽກງານຄຸ້ມຄອງຊັບສິນຂອງລັດ, ປັບປຸງວຽກງານຄຸ້ມຄອງລາຍຮັບວິຊາການຢູ່ບັນດາກະຊວງ/ອົງການ, ປັບປຸງວຽກງານຄຸ້ມຄອງລາຍຮັບວິຊາການຢູ່ຂັ້ນທ້ອງຖີ່ນ.

ສໍາລັບແຜນງານທີ 4) ແມ່ນການປະຕິຮູບລະບົບການຄຸ້ມຄອງລາຍຈ່າຍໃນນີ້ປະຕິຮູບຂັ້ນຕອນການສ້າງແຜນລາຍຈ່າຍງົບປະມານແຫ່ງລັດ,ຈັດຕັ້ງປະຕິບັດ ແຜນງົບປະມານ, ລາຍງານການຈັດຕັ້ງປະຕິບັດງົບປະມານ,ກວດກາຫຼັງຈ່າຍ,ຄຸ້ມຄອງລາຍຈ່າຍບ້ວງລາຍຮັບວິຊາການ,ຈັດຕັ້ງປະຕິບັດການປະຕິຮູບລະບົບການຄຸ້ມຄອງລາຍຈ່າຍຢູ່ຂັ້ນທ້ອງຖິ່ນ, ສ້າງລະບົບຕິດຕາມການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ 5) ການພັດທະນາຂະແໜງການເງິນເປັນທັນສະໄໝ, ຊຶ່ງຕ້ອງສ້າງລະບົບພື້ນຖານໂຄງລ່າງດ້ານການຄຸ້ມຄອງຂໍ້ມູນຂ່າວສານການເງິນແຫ່ງລັດ (ICT), ປັບປຸງລະບົບ GFIS, ກະກຽມຈັດຕັ້ງປະຕິບັດລະບົບຄຸ້ມ ຄອງຂໍ້ມູນຂ່າວສານການເງິນແຫ່ງລັດ (FMIS), ຈັດຕັ້ງປະຕິບັດລະບົບ ຂໍ້ມູນຂ່າວສານສ່ວຍສາອາກອນ (TaxRIS), ຈັດຕັ້ງປະຕິບັດລະບົບ ASYCUD A, Smart Tax, Easy Tax,ຈັດຕັ້ງປະຕິບັດລະບົບຊໍາລະສະສາງອັດຕະໂນມັດ,ປັບປຸງລະບົບຄຸ້ມຄອງໜີ້ສິນ,ສ້າງລະບົບຄຸ້ມຄອງຊັບສິນ,ຈັດຕັ້ງປະຕິບັດລະບົບຕິດຕາມເອກະສານກະຊວງການເງິນ (E-Offi ce), ປັບປຸງລະບົບລວມສູນບັນຊີຄັງເງິນແຫ່ງຊາດ, ປັບປຸງລະບົບເບີກຈ່າຍເງິນເດືອນຢູ່ຂັ້ນສູນກາງ, ພັດທະນາຂະແໜງການເງິນເປັນທັນສະໄໝຢູ່ຂັ້ນທ້ອງຖິ່ນ.

 ສ່ວນແຜນງານສຸດທ້າຍແມ່ນການຄຸ້ມຄອງ ແລະພັດທະນາການຈັດຕັ້ງ-ບຸກຄະລາກອນໃນນີ້ປັບປຸງກົງຈັກການຈັດຕັ້ງຂອງຂະແໜງການເງິນ, ປັບປຸງການຄຸ້ມຄອງບຸກຄະລາກອນຂອງຂະແໜງການເງິນ,ປັບປຸງວຽກງານພັດທະນາບຸກຄະລາກອນຂອງຂະແໜງການເງິນ,ປັບປຸງການຄຸ້ມຄອງພັດທະນາການຈັດຕັ້ງ ແລະພັດທະນາບຸກຄະລາກອນຂະແໜງການເງິນຂັ້ນທ້ອງຖິ່ນ, ຝຶກອົບຮົມແນວຄວາມຄິດ-ວິຊາການເພື່ອກຽມພ້ອມຕໍ່ການປະຕິຮູບຂອງຂະແໜງການເງິນ (Change Mangement).

ໂດຍ: ກິ່ງລັດຕະນະ