ຄົງເຊໂດນ ປະຊາຊົນໄດ້ຮັບວັກຊີນໂຄວິດ 60%

ເພື່ອໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້ໃນ​ການ​ສັກ​ວັກ​ຊິນ​ປ້ອງ​ກັນ​ໂຄວິດ ເມືອງຄົງເຊໂດນ ແຂວງ​ສາ​ລະ​ວັນ ​ໄດ້​ມີການໂຄສະນາເຜີຍແຜ່ຜົນຮ້າຍຂອງພະຍາດໂຄວິດ-19 ແລະຜົນດີຂອງການໄດ້ຮັບວັກຊີນກັນໂຄວິດໃຫ້ປະຊາຊົນໄດ້ຮັບຮູ້ ແລະເຂົ້າໃນຢ່າງທົ່ວເຖິງຜ່ານຫຼາຍຊ່ອງທາງເປັນຕົ້ນການລົງເຄື່ອນໄຫວຕົວຈິງ, ໂທລະໂຄ່ງ, ​ປ້າຍໂຄສະນາ ແລະອື່ນໆ.

ໃນວັນທີ 12 ກັນຍາຜ່ານ​ມາ, ທ່ານ ວັນປະເສີດ ແກ້ວບໍຣິດ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງຄົງເຊໂດນ ​ໄດ້ລາຍງານ​ໃຫ້​ຮູ້ໃນໂອກາດທີ່ສູນ​ສື່​ສານ​ເພື່ອ​ສຸ​ຂະ​ພາບ ແລະສຸຂະສຶກສາ ກະຊວງສາທາລະນະສຸກ ໄດ້ນຳພາສື່ມວນຊົນຈາກສູນກາງລົງຕິດຕາມ ແລະເກັບກຳຂໍ້ມູນຂ່າວສານກ່ຽວກັບການນຳໃຊ້ອຸປະກອນໂທລະໂຄ່ງ, ລຳໂພງ, ແອວຊີດີິ ທີ່ໄດ້ຮັບຈາກ​ສູນ​ສື່​ສານ​ເພື່ອ​ສຸ​ຂະ​ພາບ ແລະສຸຂະສຶກສາ ​ໂດຍ​ການ​ສະ​ໜັບ​ສະ​ໜູນ​ຈາກອົງ​ການຢູ​ນີ​ເຊັບ ຊຶ່ງເມືອງຄົງເຊໂດນ ກໍເປັນເມືອງໜຶ່ງທີ່ໄດ້ຮັບອຸປະກອນຊ່ວຍເຫລືອດັ່ງກ່າວ, ໂດຍສະເພາະໂທລະໂຄ່ງ, ແອວຊີດີ ແລະກໍໄດ້ນຳໃຊ້ເຂົ້າໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ ກ່ຽວກັບການລະບາດຂອງພະຍາດໂຄວິດ-19 ໃຫ້ກັບປະຊາຊົນພາຍໃນເມືອງໄດ້ຮັບຮູ້ຢ່າງມີປະສິດທິພາບ ແລະປະສິດທິຜົນ, ປະຊາຊົນໄດ້ໃຫ້ການຮ່ວມມືເປັນຢ່າງດີ, ພ້ອມພຽງກັນເຂົ້າມາຮັບວັກຊີນກັນໂຄວິດ-19 ເປັນຈຳນວນຫລາຍ, ມາຮອດປະຈຸບັນ ມີປະຊາກອນທັງໝົດ 68 ພັນກວ່າຄົນ ໃນນັ້ນສາມາດສັກວັກຊີນກັນໂຄວິດ-19 ເຂັມທີ 1 ໄດ້ 71%, ເຂັມ 2 ໄດ້ 60%, ສັກເຂັມ 3 ໄດ້ 21%, ເຂັມ 4 ໄດ້ 4%.

ເພື່ອເຮັດໃຫ້ອັດຕາການສັກວັກຊີນກັນໂຄວິດ-19 ບັນລຸຕາມເປົ້າໝາຍຫ້ອງການສາທາລະນະສຸກໄດ້ເລັ່ງຈັດຕັ້ງປະຕິບັດວຽກງານຢ່າງເປັນປົກກະຕິໃນແຕ່ລະວັນ, ໂດຍໄດ້ຈັດຕັ້ງທີມເຄື່ອນທີ່ ທັງໝົດ 12 ທີມ, ຄົງທີ່ 11 ທີມ ຢູ່ໂຮງໝໍນ້ອຍແຕ່ລະແຫ່ງ, ພ້ອມທັງໄດ້ລົງໄປຫາແຕ່ລະບ້ານ, ແຕ່ລະຫ້ອງການ ແລະໂຮງຮຽນໃນທຸກໆວັນ.

ທ່ານ ວັນປະເສີດ ແກ້ວບໍຣິດ ກ່າວຕື່ມວ່າ: ຫ້ອງການສາທາລະນະສຸກໄດ້ນຳເອົາໂທລະໂຄ່ງ, ແອວຊີດີ ທີ່ໄດ້ຮັບຈາກ​​ການ​ສະ​ໜັບ​ສະ​ໜູນຂອງອົງ​ການຢູ​ນີ​ເ​ຊັບ ໄປແຈກຢາຍໃຫ້ 3 ໂຮງໝໍນ້ອຍຢູ່ພາຍໃນເມືອງເພື່ອໂຄສະນາສຸກຂະສຶກສາ, ສ່ວນແອວຊີດີ ກໍໄດ້ນຳເອົາໄປສາຍໃນເວລາເຄື່ອນໄຫວຂອງທີມງານເຄື່ອນທີ່, ​ແນວໃດກໍ່ດີ ​ພວກ​ເຮົາຍັງມີຄວາມຕ້ອງການອຸປະກອນໂຄສະນາເປັນຕົ້ນໂທລະໂຄ່ງເພີ່ມຕື່ມອີກເນື່ອງຈາກວ່າ ຍັງມີອີກ 7 ໂຮງໝໍນ້ອຍທີ່ຍັງບໍ່ທັນມີໂທລະໂ​ຄ່ງຊຶ່ງເຫັນ​ວ່າມີຄວາມຈຳເປັນຫຼາຍດ້ານ, ທັງ​ນີ້​ກໍ​ຂໍສະແດງຄວາມຂອບໃຈຕໍ່ອົງການຢູນີເຊັບທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອໃນ​ຜ່ານ​ມາ ແລະຫວັງວ່າອົງການຢູນີເຊັບຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼຶອຕື່ມອີກໃນອະນາຄົດເພື່ອເຮັດໃຫ້ປະຊາຊົນໄດ້ເຂົ້າເຖິງຂໍ້ມູນຂ່າວສານຕ່າງໆຢ່າງທົ່ວເຖິງ.