ຈາກເດັກນ້ອຍຂ້າງທາງ ກ້າວສູ່ນັກທຸລະກິດປະສົບຜົນສຳເລັດ

ທ່ານ ມີໄຊ ຄຳບຸນເຮືອງ ຈາກເດັກນ້ອນຂ້າງທາງທີ່ບໍ່ມີຫຍັງເລີຍພໍ່ແມ່ພີ່ນ້ອງແຕກແຍກຕັ້ງແຕ່ນ້ອຍ. ຕອນນີ້ເພິ່ນກາຍເປັນນັກທຸລະກິດໜຸ່ມອີກຄົນໜຶ່ງທີ່ສາມາດ ເຮັດທຸລະກິດທັ້ງພາຍໃນ ແລະຕ່າງປະເທດທຸລະກິດຢູ່ຕ່າງປະເທດບໍ່ວ່າຈະເປັນເລື່ອງອາຫານບໍ່ວ່າຈະເປັນອະສັງຫາລິມມະຊັບຕຶກອາຄານໃຫ້ຄົນເຊົ່າທຸລະກິດຢູ່ເມືອງລາວ ກໍ່ມີໂຮງແຮມ ອະນັນຕະ ສາຂາ1 ສາຂາ 2 ແລະສາຂາ 3 ນອກຈາກໂຮງແຮມແລ້ວເພິ່ນກະຍັງມີໂຄງການຫຼາຍໆໂຄງການເຂົ້າມາບໍ່ວ່າຈະເປັນຕະຫຼາດ ໂຮງຮຽນ ການກະເສດ ແລະອື່ນໆທີ່ຈະຕາມມາ.

ຈາກຄຳກ່າວຂອງ ທ່ານ ມີໄຊ ຄຳບຸນເຮືອງ ເພື່ອເປັນແຮງບັນດານໃຈ ແລະກຳລັງໃຈ ໃຫ້ນ້ອງຜູ້ເກີດໃໝ່ໃຫຍ່ລຸນຜູ້ທຸກຍາກ ແລະຜູ້ທີ່ບໍ່ມີໂອກາດບໍ່ໃຫ້ສິ້ນຫວັງທໍ້ແທ້ ເພາະວ່າສິ່ງທີ່ສຳຄັນທີ່ສຸດ ທີ່ເຮັດໃຫ້ເພິ່ນມາຮອດຈຸດນີ້ໄດ້ນັ້ນກໍ່ຄືການສຶກສາຄວາມອົດທົນສູ້ຊົນ ແລະຄວາມພະຍາຍາມແລະເພິ່ນຍັງໄດ້ກ່າວຕື່ມອີກວ່າການທີ່ເຮົາເກີດມາຈົນ ການທີ່ເຮົາເກີດມາຈາກຄອບຄົວ ທີ່ທຸກຍາກບາງຄັ້ງເຮົາບໍ່ຈຳເປັນຕ້ອງໂທດຟ້າໂທດດິນ ແລະທີ່ສຳຄັນໄປກ່ວານັ້ນເຮົາບໍ່ຈຳເປັນຕ້ອງຍອມຮັບກັບຄວາມທຸກຍາກທີ່ພໍ່ແມ່ບໍ່ໄດ້ມີໃຫ້ທຸກສິ່ງທຸກຢ່າງຖ້າເຮົາບໍ່ຍອມຮັບກັບໂຊກສະຕາເຮົາກໍ່ຕ້ອງສູ້ກັບມັນຄະຕິປະຈຳໃຈທີ່ເພິ່ນຖືມາຕະຫຼອດ ( ເຮົາເກີດມາເປັນຄົນຈົນເຮົາບໍ່ມີຫຍັງທີ່ຈະເສຍ ສູ້ກໍ່ຕາຍບໍ່ສູ້ກໍ່ຕາຍ 0,001% ເພິ່ນກໍ່ເລືອກທາງທີ່ຈະສູ້ ) ເພິ່ນຍັງກ່າວອີກວ່າສູ້ຕາຍໃນສະໜາມຮົບດີກ່ວາທີ່ຈະຍອມຮັບໂຊກຊະຕາດີກ່ວາທີ່ບໍ່ເຮັດຫຍັງເລີຍດີກ່ວາມາໂທດພໍ່ແມ່ດີກ່ວາການໂທດຟ້າດິນ,ແຕ່ກັບກັນ ຖ້າເຮົາຕໍ່ສູ້ແລ້ວເຮົາບໍ່ຕາຍ ກໍ່ຄືເຮົາປະສົບຜົນສຳເລັດ ເຮົາສາມາດຊ່ວຍເຫຼືອໂຕເອງໄດ້ແລ້ວເຮົາກໍ່ຍັງສາມາດກັບມາ ກອບກູ້ຊື່ສຽງໃຫ້ແກ່ວົງຕະກູນຊ່ວຍເຫຼືອພໍ່ແມ່ອ້າຍເອື້ອຍນ້ອງ ແລະກໍ່ສາມາດສ້າງວຽກເຮັດງານທຳໃຫ້ຄົນອື່ນໆອີກ.

ເຫດຜົນທີ່ເພິ່ນມາເຮັດທຸລະກິດໂຮງແຮມໃນປະຈຸບັນໂຮງແຮມອະນັນຕະ 1,2 ,3 ຢູ່ຫຼວງພະບາງ ເຊິ່ງຕອນນີ້ທຸລະກິດເພິ່ນໄປໄດ້ດີຫຼາຍມີລູກຄ້າເຂົ້າມາບໍ່ຂາດສາຍ ບໍ່ວ່າຈະເປັນແຂກຕ່າງດ້າວຊາວຕ່າງເມືອງ ຫຼືແຂກຊາວລາວເຮົາເອງທີ່ກຳລັງຫຼັ່ງໄຫຼ່ເຂົ້າມາພັກຜ່ອນຍ່ອນໃຈທີ່ຫຼວງພະບາງໂຮງແຮມເພິ່ນຈະຈັດຢູ່ໃນລະດັບ 4-5 ດາວ ເຫດຜົນທີ່ທາງໂຮງແຮມເພິ່ນກຳລັງເປັນກະແສຕອບຮັບກະຍ້ອນວ່າ 1,ກໍ່ຄືສະຖານທີ່ຈະຢູ່ຈຸດໃຈກາງເມືອງຂອງຫຼວງພະບາງ ໂດຍບໍ່ມີໃຜປຽບປານໄດ້ເລື່ອງສະຖານທີ່ພັກ ເພາະວ່າ ຕະຫຼາດເຊົ້າ ຕະຫຼາດມືດຕິດກັບໂຮງແຮມເລີຍ ຫຼືເວົ້າແບບບ້ານໆເຮົາວ່າ ຕິດຕີນຂັນໄດ້ເຮືອນພຸ້ນແຫລະທຸກຄົນ... ສິ່ງທີ່ສຳຄັນໄປກ່ວານັ້ນເພິ່ນອາໃສ ປະສົບການ ໃນການສືກສາ ແລະການບໍລິຫານແບບຕ່າງປະເທດສິ່ງທີ່ສຳຄັນໄປກ່ວານັ້ນເພິ່ນຢາກສົ່ງເສີມການທ່ອງທ່ຽວເພິ່ນຈະເນັ້ນໄປໃນກຸ່ມກ້ອນເດັກນ້ອຍໄວໜຸ່ມ ພະນັກງານທະຫານຕຳຫຼວດພໍ່ຄ້າຊາວຂາຍຄົນຫາເຊົ້າກິນຄໍ່າຢາກໃຫ້ຄົນເຫຼົ່ານີ້ໄດ້ມາສຳພັດກັບຄຳວ່າຫຼູຫຼາອະລັງການ ແລະລາຄາທີ່ທຸກຄົນກໍ່ສາມາດຈັບຕ້ອງໄດ້ ປະຈຸບັນເພິ່ນກໍ່ສາມາດສ້າງວຽກເຮັດງານທຳຄົນລາວ 30 ຕຳແໜ່ງງານ.

ສຸດທ້າຍນີ້ເພິ່ນກໍ່ຍັງຝາກເຖິງນ້ອງໆຜູ້ທີ່ກຳລັງທໍ້ແທ້ຜູ້ທີ່ກຳລັງຕໍ່ສູ້ກັບຊີວິດກໍ່ຂໍໃຫ້ສູ້ຕໍ່ໄປ ແລະສູ້ຕໍ່ໄປຢ່າຟ້າວຍອມແພ້ຖ້າຄິດວ່າມັນເປັນປະໂຫຍດເລັກໆນ້ອຍໆກໍ່ເອົາເພິ່ນເປັນຕົວຢ່າງກະໄດ້ເພາະວ່າເພິ່ນກະເຄີຍຜ່ານຈຸດໆນັ້ນມາແລ້ວ ແລະຈົນກາຍເປັນນັກທຸລະກິດທີ່ມີຊື່ສຽງທັ້ງພາຍໃນແລະຕ່າງປະເທດ.