ສກລ ປາຖະກະຖາ ຫວນຄືນມູນເຊື້ອປີສາມັກຄີ ລາວ-ຫວຽດນາມ

ສູນກາງສະຫະພັນກຳມະບານລາວ (ສກລ) ຈັດປາຖະກະຖາປີສາມັກຄີມິດຕະພາບ ລາວ-ຫວຽດນາມ ກໍຄືວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ແລະວັນເຊັນສົນທິສັນຍາມິດຕະພາບການຮ່ວມມືຄົບຮອບ 45 ປີ ໃນວັນທີ 20 ກັນຍາ 2022 ໂດຍການປາຖະກະຖາຂອງ ທ່ານ ຫງວຽນ ບ່າຮຸ່ງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ລາວ, ມີ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ແລະພະນັກງານຫລັກແຫລ່ງອ້ອມຂ້າງ ສກລ ເຂົ້າຮ່ວມ.

ໃນພິທີ, ທ່ານ ຫງວຽນ ບ່າຮຸ່ງ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງສອງວັນດັ່ງກ່າວວ່າ: ປະຫວັດສາດມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຊຶ່ງສະ ແດງອອກຫລາຍເຫດການທີ່ສຳຄັນ ທີ່ ສອງພັກ, ສອງລັດ ກໍຄື ປະຊາຊົນ ສອງຊາດ ຫວຽດນາມ-ລາວ ທີ່ໄດ້ຮ່ວມສາມັກຄີກັນຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນແບບໃໝ່ເພື່ອກູ້ຊາດ, ກູ້ເອກກະລາດຂອງສອງປະເທດໃນເມື່ອກ່ອນ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ຊຶ່ງເປັນປັດໄຈສຳຄັນຕັດສິນໄຊຊະນະຂອງການປະຕິວັດ ຫວຽດນາມ-ລາວ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນກໍຄືການສ້າງສາພັດທະນາຂອງສອງປະເທດໃນປັດຈຸບັນ, ສອງຊາດຫວຽດນາມ-ລາວ ໄດ້ພ້ອມກັນເພີ່ມພູນຄູນສ້າງມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານນັບມື້ຂະຫຍາຍຕົວເຂົ້າສູ່ລວງເລິກ.

ການປາຖະກະຖາຄັ້ງນີ້, ກໍເພື່ອເປັນການໂຄສະນາສຶກສາອົບຮົມໃຫ້ພະນັກງານ, ລັດຖະກອນ, ສະມາຊິກຂອງ ສກລ ໃຫ້ມີຄວາມຮັບຮູ້ເຂົ້າໃຈທີ່ຖືກຕ້ອງ, ເລິກເຊິ່ງ, ໜັກ ແໜ້ນພ້ອມທັງເປັນການຈາລຶກບຸນຄຸນ, ຄຸນງາມຄວາມດີຂອງພັກ, ລັດ ແລະປະຊາຊົນອ້າຍນ້ອງທີ່ໄດ້ໃຫ້ການຊ່ວຍເຫລືອອັນໃຫຍ່ຫລວງ ແລະລໍ້າຄ່າໃນພາລະກິດປະຕິວັດແຫ່ງການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດກໍຄືການປະກອບສ່ວນຂອງປະຊາຊົນລາວບັນດາເຜົ່າເຂົ້າໃນການທ້ອນໂຮມປະເທດຫວຽດນາມໃຫ້ເປັນອັນໜຶ່ງອັນດຽວໃນເມື່ອກ່ອນ ແລະການປົກປັກຮັກສາ, ພັດທະນາສ້າງສາປະເທດຫວຽດນາມໃນປັດຈຸບັນໃຫ້ໝັ້ນຄົງຍາວນານ, ທັງເປັນເຈົ້າການຖະນຸຖະໜອມເພີ່ມພູນຄູນສ້າງມູນເຊື້ອດັ່ງກ່າວໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.