ຮອງປະທານປະເທດ ໂອ້ລົມການນໍາຫຼັກແຫຼ່ງແຂວງເຊກອງ

ໃນວັນທີ 21 ກັນຍາ 2022 ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະໂອ້ລົມພະນັກງານການນໍາຫຼັກແຫຼ່ງແຂວງເຊກອງ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ພ້ອມດ້ວຍຄະນະປະຈໍາພັກແຂວງ, ກຳມະການພັກແຂວງ ແລະເຈົ້າເມືອງທັງ 4 ເມືອງ, ການນໍາພະແນກການອ້ອມຂ້າງແຂວງເຂົ້າຮ່ວມຮັບຟັງ.

ທ່ານ ເຫຼັກໄຫຼ ສີວິໄລ ໄດ້ລາຍງານການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໂດຍລົງເລິກກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານປະຈໍາປີ 2022 ໂດຍສະເພາະການຜະ ລິດສິນຄ້າທົດແທນການນໍາເຂົ້າ ແລະການສົ່ງເສີມການຜະລິດສິນຄ້າສົ່ງອອກ, ການຄຸ້ມຄອງຮ້ານແລກປ່ຽນ ແລະ ອັດຕາແລກປ່ຽນ, ການແກ້ໄຂບັນຫາເງິນເຟີ້, ການຄຸ້ມຄອງລາຍຈ່າຍການລົງທຶນກໍ່ສ້າງພື້ນຖານໂຄງລ່າງເພື່ອແກ້ໄຂຄວາມຫຍຸ່ງຍາກຂອງປະຊາຊົນຢູ່ທ້ອງຖິ່ນ; ການຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ, ການຜັນຂະຫຍາຍ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ ໂດຍສະເພາະການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານຂອງແຂວງ ແລະ ການແກ້ໄຂບັນຫາຢາເສບຕິດ; ການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021 ແລະ ມາດຕະ ການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະແມ່ນການສັກວັກຊິນໃຫ້ເດັກນ້ອຍກຸ່ມເປົ້າໝາຍ.

ໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຮຽກຮ້ອງໃຫ້ອໍານາດການປົກຄອງທຸກຂັ້ນສືບຕໍ່ເຝົ້າລະວັງ, ຄວບຄຸມ, ປ້ອງກັນການແພ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະການສັກວັກຊິນໃຫ້ກຸ່ມເປົ້າໝາຍ ໃຫ້ບັນລຸເປົ້າໝາຍ; ອຳນາດການປົກຄອງທຸກຂັ້ນ, ບັນດາພະແນກການ, ອົງການ ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ເປັນຕົ້ນ ການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນໃຫ້ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າທີ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນ; ເອົາໃຈ ໃສ່ຄຸ້ມຄອງອັດຕາແລກປ່ຽນເງິນຕາຢ່າງເຂັ້ມງວດ; ເອົາໃຈໃສ່ຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້; ເພີ່ມທະວີໃນການນໍາໃຊ້ງົບປະມານຢ່າງປະຢັດມັດທະຍັດ ແລະຮີບຮ້ອນການຮິບໂຮມລົດລັດໃຫ້ສໍາເລັດ. ພ້ອມນີ້, ໃຫ້ທຸກພາກສ່ວນເອົາໃຈໃສ່ເປັນເຈົ້າການແກ້ໄຂບັນຫາຢາເສບຕິດຢ່າງເຂັ້ມງວດ, ສືບຕໍ່ຍ້ອງຍໍຊົມເຊີຍ ແລະປະຕິບັດນະໂຍບາຍຕໍ່ເຈົ້າໜ້າທີ່ຜູ້ທີ່ເສຍສະລະຊີວິດໃນການປະຕິບັດໜ້າທີ່ວຽກງານ; ຂໍໃຫ້ອົງປົກຄອງທ້ອງຖິ່ນປະຕິບັດນະໂຍບາຍສົ່ງເສີມການຜະລິດຂອງປະຊາຊົນຕາມທ່າແຮງຂອງຕົນພ້ອມທັງແນະນໍາດ້ານເຕັກນິກວິຊາການໃນການປູກ-ການລ້ຽງ.

ນອກຈາກນີ້, ຕ້ອງໄດ້ສຸມໃສ່ພັດທະນາການທ່ອງທ່ຽວປັບປຸງການບໍລິການ-ການ ທ່ອງທ່ຽວ, ຄວນກຳນົດຈຸດທ່ອງທ່ຽວທີ່ສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຫລາຍທີ່ສຸດ, ປັບປຸງການບໍຫານລັດໃນທຸກພະແນກການໃນການບໍລິການໃຫ້ວ່ອງໄວທັນການ, ເອົາໃຈໃສ່ປະສານງານ, ການແບ່ງຂັ້ນຄຸ້ມຄອງໃຫ້ລະອຽດຊັດເຈນ ລະຫວ່າງ ສູນກາງກັບທ້ອງຖິ່ນ, ລະຫວ່າງແຂວງກັບເມືອງ, ລະຫວ່າງເມືອງກັບບ້ານແນໃສ່ເຮັດໃຫ້ການປະຕິບັດວຽກງານໃຫ້ສອດຄ່ອງ ແລະມີຜົນສໍາເລັດທີ່ດີຂຶ້ນກວ່າເກົ່າ.
ຂ່າວ-ພາບ: ພຸດທະສອນ