ເຊັນບົດບັນທຶກຄວາມເຂົ້າໃຈ ພັດທະນາລະບົບອຸດສາຫະກໍາສົ່ງອອກຊີ້ນງົວຂອງລາວ

ກົມໃຫຍ່ພະລາທິການກອງທັບເຊັນບົດບັນທຶກຄວາມເຂົ້າໃຈ (MOU) ການຮ່ວມມືກັນລະຫວ່າງບໍລິສັດ ຮ່ວມທຶນກະສິກໍາຄົບວົງຈອນ ຈໍາກັດ, ບໍລິສັດຣຸ້ຍຜູເຕັກໂນໂລຊີຊີວະພາບ ຈໍາກັດ ແລະສະຖາບັນນະວັດຕະກໍາວິທະຍາສາດເຕັກໂນໂລຊີຈີນ-ອາຊຽນເພື່ອປ້ອງກັນ ແລະຄວບຄຸມພະຍາດສັດໃຫຍ່ແນໃສ່ຊຸກຍູ້ຂໍ້ລິເລີ່ມການຮ່ວມມື, ໜຶ່ງແລວ ໜຶ່ງເສັ້ນທາງ ໂດຍອີງຕາມອະນຸສັນຍາວ່າດ້ວຍການກັກກັນ ແລະສຸຂະອະນາໄມໃນການນໍາເຂົ້າຊີ້ນງົວ ຈາກ ສປປ ລາວ ເຂົ້າສູ້ ສປ ຈີນ ລະຫວ່າງກົມໃຫຍ່ພາສີແຫ່ງຊາດ ແຫ່ງສປ ຈີນ ແລະ ກະຊວງກະສິກໍາ ແລະ ປ່າໄມ້ ແຫ່ງ ສປປ ລາວ, ສະບັບວັນທີ 10 ກຸມພາ 2021, ທັງ 3 ຝ່າຍໄດ້ເປັນເອກະພາບກັນເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນ ໂດຍຖືເອົາຫລັກການຄວາມສະເໝີພາບ, ຮັບຜົນປະໂຫຍດຮ່ວມກັນເພື່ອເເກ້ໄຂບັນຫາການສົ່ງອອກງົວໄປສູ່ ສປ ຈີນ ຈໍານວນ 500.000 ໂຕ, ໃນການພັດທະນາລະບົບອຸດສາຫະກໍາສົ່ງອອກຊີ້ນງົວ ຂອງ ສປປ ລາວ.

ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈຄັ້ງນີ້, ທ່ານ ນາງ ຄອນສະຫວັນ ແສງວິໄລ ອຳນວຍການ ບໍລິສັດ ຮ່ວມທຶນກະສິກຳຄົບວົງຈອນ ຈຳກັດ, ທ່ານ ຫລີ ໂສວ ຈິນ ປະທານ ບໍລິສັດຣຸ້ຍຜູເຕັກໂນໂລຊີຊີວະພາບ ຈໍາກັດ ແລະທ່ານ ເຫີເຊີງ ຕາງໜ້າສະຖາບັນນະວັດຕະກໍາວິທະຍາສາດເຕັກໂນໂລຊີຈີນ-ອາຊຽນ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດສັດໃຫຍ່ ໂດຍມີ ທ່ານ ພົນຈັດຕະວາ ຈັນດີ ສຸລິວົງສັກ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນໍາກົມຜະລິດກະສິກໍາກົມໃຫຍ່ພະລາທິການ, ກົມເສນາພະລາ, ຫ້ອງການກົມໃຫຍ່, ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມເປັຮສັກຂີ່ພິຍານ.

ສຳລັບ ເນື້ອໃນຂອງການຮ່ວມມື ແລະ ໜ້າທີ່ຂອງທັງ 3 ຝ່າຍມີຄື: ນໍາເຂົ້າເຕັກໂນໂລຊີການປະສົມພັນທຽມປັບປຸງສາຍພັນ, ເຕັກໂນໂລຊີການລ້ຽງທອມ(ຂຸນ) ເພື່ອລ້ຽງງົວພັນຊີ້ນໃຫ້ໄດ້ນໍ້າໜັກຕາມເກນມາດຕະຖານສົ່ງອອກໄປ ສປ ຈີນ, ກຳນົດມາດຕະຖານເຕັກນິກສຳລັບການລ້ຽງງົວພັນຊີ້ນໃຫ້ແຂງແຮງ, ສ້າງຕັ້ງບໍລິສັດພັດທະນາລະບົບກະສິກອນເພື່ອຊຸກຍູ້ວຽກງານຫລຸດພົ້ນຄວາມທຸກຍາກໃນ ສປປ ລາວ, ກຳນົດເຕັກນິກມາດຕະຖານ ແລະ ສົ່ງເສີມວຽກງານປ້ອງກັນ ແລະຄວບຄຸມພະຍາດສັດ, ສົ່ງເສີມເຕັກນິກການນໍາໃຊ້ຜະລິດຕະພັນປ້ອງກັນພະຍາດສັດ, ການບົ່ງມະຕິພະຍາດສັດ, ເຕັກໂນໂລຊີດ້ານການປ້ອງກັນເພື່ອໃຫ້ສອດຄ່ອງຕາມມາດຕະຖານ ເຕັກນິກການກັກກັນສັດຂອງກົມໃຫຍ່ພາສີ ແຫ່ງ ສປ ຈີນ, ສ້າງມາດຕະຖານເຕັກນິກດ້ານການຂ້າສັດທີ່ຖືກສຸຂະອະນາໄມ ເພື່ອໃຫ້ໄດ້ມາດຕະຖານການສົ່ງອອກຊີ້ນງົວ ແຊ່ແຂງ ສູ່ ສປ ຈີນ ແລະ ຮ່ວມກັນແກ້ໄຂບັນຫາການສົ່ງອອກ ສູ່ ສປ ຈີນ, ລວມທັງເອກະສານອະນຸຍາດນໍາເຂົ້າຊີ້ນງົວສົດຂອງ ສປ ຈີນ, ສ້າງຕັ້ງໂຮງຂ້າສັດຢູທີ່ ສປປ ລາວ ເພື່ອຍົກລະດັບການສົ່ງອອກຊີ້ນງົວແຊ່ແຂງໄປສູ່ ສປ ຈີນ, ພ້ອມທັງຮ່ວມກັນປະຊາສຳພັນ ແລະຝຶກອົບຮົມເຕັກນິກຍົກລະດັບດ້ານອຸດສາຫະກໍາງົວຊີ້ນ, ສາມາດຮັບປະກັນໄດ້ທາງດ້ານປະລິມານ ແລະຄຸນນະພາບທີ່ດີໃນການຈໍາໜ່າຍອອກສູ່ສັງຄົມໃຫ້ແກ່ຜູ້ບໍລິໂພກໃນຊີວິດປະຈໍາວັນ.

ຈາກນັ້ນ,ທັງ 3 ຝ່າຍກໍໄດ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນຢ່າງສົມກຽດ ແລະໃນພິທີດັ່ງກ່າວເພື່ອໃຫ້ມີຄວາມໝາຍສໍາຄັນຢ່າງຄົບຖ້ວນ, ສະຫາຍພົນຈັດຕະວາ ຈັນດີ ສຸລິວົງສັກ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບຕາງໜ້າໃຫ້ກົມໃຫຍ່ພະລາທິການກອງທັບໄດ້ເຊັນບົດບັນທຶກເພື່ອເປັນສັກຂີພະຍານໃຫ້ແກ່ບັນດາບໍລິສັດອີກດ້ວຍ.
ຂ່າວ-ພາບ: ຄໍາປະສົງ ລາດຊະວົງ