ໂຮງໝໍມະໂຫສົດ ຈັດກິດຈະກຳ ກວດ-ວັດແທກສາຍຕາ ສະຫລອງວັນສາຍຕາໂລກ

ໂຮງໝໍມະໂຫສົດ ຈັດກິດຈະກຳ ກວດ-ວັດແທກສາຍຕາ ໂດຍບໍ່ເສຍຄ່າເພື່ອສະເຫຼີມສະຫຼອງວັນສາຍຕາໂລກ 13 ຕຸລາ ໃນວັນທີ 22 ກັນຍາ 2022 ໂດຍມີບັນດາຄະນະອຳນວຍການ, ຄະນະພັກຮາກຖານ, ແພດ-ໝໍ ພາຍໃນໂຮງໝໍມະໂຫສົດ ພ້ອມດ້ວຍມວນຊົນຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມ ແລະມີຄົນເຈັບທີ່ມີບັນຫາທາງສາຍຕາໄດ້ເຂົ້າກວດ-ວັດແທກສາຍຕາ, ພ້ອມທັງແຈກຢາຍແວ່ນຕາ ໃຫ້ແຕ່ລະຄົນ, ໃນກໍລະນີ ກວດພົບຜູ້ທີ່ເປັນພະຍາດຕາຂຸ້ນ ຫຼືຕາມີບັນຫາອື່ນໆ ກໍຈະໄດ້ຮັບການຮັກສາໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍໂດຍການໃຫ້ທຶນສະໜັບສະໜູນ ຈາກມູນນິທິເຟຣດໂຮໂລ ປະເທດອົດສະຕາລີ.

ໂອກາດນີ້, ທ່ານ ໄຊຊະນະ ສົມບັນດິດ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ກ່າວວ່າ: ວັນສາຍຕາໂລກແມ່ນງານໜຶ່ງທີ່ໄດ້ຈັດຂຶ້ນທຸກໆປີ ໃນອາທິດທີ 2 ຂອງເດືອນຕຸລາ ໃນປີນີ້ ກົງກັບວັນທີ 13 ຕຸລາ 2022 ແນໃສ່ໃຫ້ທຸກພາກສ່ວນມີສ່ວນຮ່ວມໃນການແກ້ໄຂບັນຫາຕາບອດຂອງແຕ່ລະປະເທດໃນທົ່ວໂລກ. ສຳລັບ ສປປ ລາວ ໃນການຈັດກິດຈະກຳໃນຄັ້ງນີ້ເພື່ອໃຫ້ທົ່ວສັງຄົມຍົກສູງຄວາມຮັບຮູ້ ແລະເຂົ້າໃຈກ່ຽວກັບການປ້ອງກັນ ແລະການປິ່ນປົວພະຍາດຕາບອດ, ຊຶ່ງຈະນຳໄປສູ່ການໃຫ້ຄວາມສໍາຄັນຕໍ່ສິດທິໃນການເບິ່ງເຫັນ.

ຕະຫຼອດໄລຍະຜ່ານມາໂດຍປະຕິບັດຕາມພາລະບົດບາດໜ້າທີ່ ແລະຄວາມຮັບຜິດຊອບຂອງຂະແໜງຕາພາຍໃຕ້ການຊີ້ນຳໂດຍກົງຈາກໂຮງໝໍມະໂຫສົດ ແລະກະຊວງສາທາລະນະສຸກໄດ້ດຳເນີນ ແລະພັດທະນາວຽກງານຮັກສາສຸຂະພາບຕາໂດຍມີການພັດທະນາພື້ນຖານໂຄງລ່າງເຄື່ອງມື-ອຸປະກອນ, ສ້າງຄວາມເຂັ້ມແຂງທາງດ້ານວິຊາການຕາ, ເອົາໃຈໃສ່ກວດ ແລະປິ່ນປົວພະຍາດຕາໃຫ້ແກ່ພໍ່ແມ່ປະຊາຊົນຢູ່ທາງໃນໂຮງໝໍ ແລະເຄື່ອນໄຫວນອກໂຮງໝໍເຮັດໃຫ້ພໍ່ແມ່ປະຊາຊົນທຸກຖ້ວນໜ້າໄດ້ຮັບການບໍລິການຢ່າງໜ້າເພິ່ງພໍໃຈ.

ຕາມການຄາດຄະເນຂອງອົງການອະນາໄມໂລກໃຫ້ຮູ້ວ່າໃນທົ່ວໂລກມີປະຊາກອນປະມານ 2.2 ພັນລ້ານຄົນ ມີສາຍຕາບົກຜ່ອງ ແລະ 40-45 ລ້ານຄົນ ເປັນຄົນຕາບອດ, ໃນນັ້ນ 90% ຂອງຄົນຕາບອດແມ່ນອາໄສຢູ່ປະເທດທີ່ກໍາລັງພັດທະນາ, ອີງໃສ່ການເພີ່ມຂຶ້ນຂອງຈໍານວນປະຊາກອນ ແລະຈຳນວນຜູ້ສູງອາຍຸໃນທົ່ວໂລກ ຈຶ່ງມີການຄາດການວ່າຈໍານວນປະຊາກອນທີ່ມີສາຍຕາບົກຜ່ອງ ແລະຕາບອດມີຈຳນວນເພີ່ມຂຶ້ນເປັນສອງເທົ່າຕົວ ໃນປີ 2025, ຊຶ່ງກໍ່ໃຫ້ເກີດເລື່ອງອັນບໍ່ເພິ່ງປາຖະໜາ, ມັນສົ່ງຜົນກະທົບຕໍ່ສິດທິຂອງບຸກຄົນລວມທັງສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ຢ່າງປາສະຈາກບໍ່ໄດ້.
ຂ່າວ: ທະນູທອງພາບ: ເກດສະໜາ