ແຂວງບໍ່ແກ້ວ ມອບຫຼຽນໃຫ້ແກ່ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຢູນານ

ໃນວັນທີ 21 ກັນຍາ ທີ່ຜ່ານມາ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດພິທີມອບຫຼຽນໄຊພິລະອາດຫານ ແລະຫຼຽນກາມິດຕະພາບກອງທັບປະຊາຊົນລາວໃຫ້ແກ່ກອງບັນຊາການປ້ອງກັນຄວາມສະຫງົບແຂວງຢູນານ ສ.ປ ຈີນ ໂດຍການເປັນປະທານຂອງທ່ານ ພົນຈັດຕະວາ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີທ່ານ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນ, ທ່ານ ພົນໂທ ຢວນຢ່າຟິງ ຫົວຫນ້າກອງບັນຊາການຕຳຫຼວດລາດຕະເວນທາງນໍ້າ ກອງບັນຊາການປ້ອງກັນຄວາມສະຫງົບແຂວງຢູນານພ້ອມດ້ວຍແຂກຖືກເຊີນ ແລະພາກສ່ວນກ່ຽວຂ້ອງທັງສອງຝ່າຍ ລາວ-ຈີນ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ພັນໂທ ຈັນທອນ ພັນທະສອນ ຮອງຫົວໜ້າກົມນະໂຍບາຍກົມໃຫຍ່ການເມືອງກອງທັບໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍການມອບຫຼຽນໄຊພິລະອາດຫານ ແລະຫຼຽນກາມິດຕະພາບກອງທັບປະຊາຊົນລາວໂດຍອີງຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 116/ລບ, ລົງວັນທີ 22 ເມສາ 2019 ວ່າດ້ວຍການແຂ່ງຂັນ ແລະຍ້ອງຍໍ, ຊຶ່ງກະຊວງປ້ອງກັນປະເທດໄດ້ມອບຫຼຽນໄຊພິລະອາດຫານ ແລະຫຼຽນກາມິດຕະພາບກອງທັບປະຊາຊົນລາວໃຫ້ກົມກອງລວມໝູ່ ແລະ ບຸກຄົນຄື: ມອບຫຼຽນໄຊພິລະອາດຫານຊັ້ນ ll ໃຫ້ 1 ກົມກອງ, ບຸກຄົນ 3 ທ່ານ, ມອບຫຼຽນໄຊພິລະອາດຫານຊັ້ນ lll ໃຫ້ 3 ກອງພັນ, ບຸກຄົນ 10 ສະຫາຍ ແລະມອບຫຼຽນກາມິດຕະພາບໃຫ້ບຸກຄົນ 20 ສະຫາຍ ທີ່ມີຜົນງານໃນການເສີມສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຍາວນານລະຫວ່າງ ລາວ-ຈີນ ກໍຄືການເປັນຄູ່ຮ່ວມມືຍຸດທະສາດໝັ້ນຄົງ, ຍາວນານຕາມທິດ 4 ດີລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ ໃຫ້ຍືນຍົງທີ່ໄດ້ປະຕິບັດໜ້າທີ່ວຽກງານຮ່ວມມືປະຕິບັດກົດໝາຍ ແລະລາດຕະເວນຮ່ວມກັນມາເປັນເວລາ 10 ປີ ຊຶ່ງເປັນຜົນສໍາເລັດ ແລະມີຜົນງານຢ່າງໃຫຍ່ຫຼວງທີສອງຝ່າຍໄດ້ຮ່ວມມືກັນມາ.
(ພາບ: ສົມໄຊ, ຂ່າວ ກິນນະຄອນ)