ປະທານສູນກາງແນວລາວສ້າງຊາດ ຢ້ຽມຢາມ ແລະເຄື່ອນໄຫວວຽກຢູ່ເມືອງຫົງສາ ໄຊຍະບູລີ

ໃນວັນທີ 21 ກັນຍາ 2022, ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດພ້ອມຄະນະໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຫົງສາ ແຂວງໄຊຍະບູລີ, ໃຫ້ການຕ້ອນຮັບໂດຍ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊຍະບູລີ, ມີການນໍາຂອງແຂວງ, ການນໍາທຸກພາກສ່ວນຂອງເມືອງຫົງສາໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ໄດ້ຂຶ້ນກ່າວສະແດງຄວາມຕ້ອນຮັບການມາຢ້ຽມຢາມຂອງປະທານສູນກາງແນວລາວສ້າງຊາດ, ຈາກນັ້ນຕາງໜ້າໃຫ້ອົງການຈັດຕັ້ງແມ່ຍິງແຂວງ, ແນວລາວສ້າງຊາດແຂວງຂຶ້ນລາຍງານວຽກງານຂອງແຕ່ລະອົງການໂດຍສັງເຂບ, ຊຶ່ງທົ່ວແຂວງມີແມ່ຍິງທັງໝົດ 206,515 ຄົນ, ມີສະມາຊິກສະຫະພັນແມ່ຍິງ 54,507 ຄົນ, ມີຮາກຖານສະຫະພັນແມ່ຍິງທັງໝົດ 237 ຮາກຖານ ໃນນີ້, ຮາກຖານອ້ອມຂ້າງແຂວງ 12 ຮາກຖານ, ຮາກຖານອ້ອມຂ້າງເມືອງ 58 ຮາກຖານ, 167 ຮາກຖານບ້ານ; ໜ່ວຍສະຫະພັນແມ່ຍິງທັງໝົດ 631 ໜ່ວຍ, ໜ່ວຍອ້ອມຂ້າງແຂວງ 23 ໜ່ວຍ, ໜ່ວຍອ້ອມຂ້າງເມືອງ 347 ໜ່ວຍ, ບ້ານ 261 ໜ່ວຍ ແລະ 1 ພະ ແນກສະຫະພັນແມ່ຍິງກອງບັນຊາການທະຫານແຂວງ, ຜ່ານມາແມ່ຍິງແມ່ນໄດ້ຈັດຕັ້ງປະຕິບັດ, ຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 3 ດີ, ການສ້າງຄອບຄົວ ບ້ານແມ່ຍິງ 3 ດີຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງ ຄຽງຄູ່ກັບການປະຕິ ບັດ 2 ວາລະແຫ່ງຊາດຢ່າງເປັນຂະບວນຟົດຟື້ນເຮັດໃຫ້ສະຫະພັນແມ່ຍິງແຕ່ລະຂັ້ນມີຄວາມຮັບຮູ້, ເຂົ້າໃຈໄດ້ມີຄວາມຕັດສິນໃຈສູງຕໍ່ການພັດທະນາແມ່ຍິງໃນການນໍາພາຄຸ້ມຄອງ ແລະຕັດສິນບັນຫາຂັ້ນຕ່າງໆເຊິ່ງໄດ້ຮັບຜົນສໍາເລັດຫຼາຍດ້ານ,ສ່ວນວຽກງານຂອງອົງການແນວລາວສ້າງຊາດແຂວງໄຊຍະບູລີຜ່ານມາແມ່ນໄດ້ຍົກສູງບົດບາດການນໍາພາຂອງຄະນະກໍາມະການ ແນວລາວສ້າງຊາດແຕ່ລະຂັ້ນ, ຜູ້ຊົງຄຸນວຸດທິໃຫ້ສາມາດເປັນແບບຢ່າງ, ເປັນຄັນທຸງເຕົ້າໂຮມຄວາມສາມັກຄີປອງດອງ ແລະຊຸກຍູ້ໃຫ້ຄະນະທີ່ປືກສາວຽກງານແນວລາວສ້າງຊາດ, ເຄື່ອນໄຫວລົງໂຄສະນາເຜີຍແຜ່ວຽກງານຢູ່ຮາກຖານ, ເອົາໃຈໃສ່ປັບປຸງຄະນະກຳມະການແນວລາວສ້າງຊາດແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງ, ໄດ້ຈັດພິທີຮັບຮອງຂະບວນການສ້າງຄອບຄົວ ແລະບ້ານສາມັກຄີປອງດອງ ໄດ້ 2 ເມືອງ, ປັດຈຸບັນໄດ້ 8 ເມືອງ ຍັງ 3 ເມືອງຄື: ເມືອງໄຊສະຖານ, ຊຽງຮ່ອນ ແລະ ເມືອງຄອບ, ໄດ້ເຂົ້າຮ່ວມງານບຸນປະເພນີຕ່າງໆ ຂອງບັນດາເຜົ່າ, ຊຸກຍູ້ຕິດຕາມການເຄື່ອນໄຫວຂອງສາສະໜາເຢຊູຄຼິສ, ໂຄສະນາຊຸກຍູ້ເຂົາເຈົ້າໃຫ້ກຳໄດ້ຫຼັກທຳຄຳສອນ, ກຳໄດ້ທຳມະນູນຂອງສາສະໜາຕົນ ແລະຮຽກຮ້ອງໃຫ້ມີການເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ, ອອກແຮງເສີມຂະຫຍາຍສະຕິຊາດ-ສະຕິເປັນເຈົ້າ ໃຫ້ສາມາດສ້າງໄດ້ຄວາມສາມັກຄີປອງດອງໃນສັງຄົມໃຫ້ນັບມື້ໜັກແໜ້ນ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ