ຮອງປະທານປະເທດຢ້ຽມຢາມບໍລິສັດກາເຟດາວ

ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກຮອງປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມເຮັດວຽກຢູ່ແຂວງຈໍາປາສັກ ແລະໄດ້ເດີ່ນທາງຢ້ຽມຢາມ ບໍລິສັດ ກາເຟດາວ ຈໍາກັດ ພ້ອມທັງໄດ້ເນັ້ນໃຫ້ 3 ພາກສ່ວນເຮັດວຽກງານຢ່າງມີປະສິດທິຜົນ ແລະມີຄຸນນະພາບສູງເພື່ອຮັກສາ ແລະພັດທະນາຜະລິດຕະພັນກາເຟລາວທີ່ເປັນຜະລິດຕະພັນຂອງຄົນລາວໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ.

ການເດີ່ນທາງເຄື່ອນໄຫວເຮັດວຽກ ແລະຢ້ຽມຢາມແຂວງຈໍາປາສັກຂອງທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ມີຂື້ນໃນວັນທີ 22 ກັນຍາ 2022 ຜ່ານມານີ້ໂດຍທ່ານໄດ້ເຂົ້າຢ້ຽມຢາມ ໂຮງງານກາເຟດາວ ຈໍາກັດ, ຊຶ່ງໄດ້ຮັບກຽດຕ້ອນຮັບຢ່າງອົບອຸ່ນຈາກທ່ານ ປອ. ວິໄລວົງ ບຸດດາຄໍາ ເຈົ້າແຂວງໆຈໍາປສັກ, ມີທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ທ່ານຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະບັນດາທ່ານຜູ້ຖືຮຸ້ນ, ຜູ້ຮອງຜູ້ອໍານວຍການໂຮງງານກະເຟລາວ ຈໍາກັດ ແລະບັນດາທ່ານແຂກຜູ້ໃຫຍ່ທີ່ເດີ່ນທາງຮ່ວມຈກສູງການ ແລະແຂວງເຂົ້າຮ່ວມ.

ໃນພິທີ ທ່ານ ວິຖະໜອມ ແກ້ວຄູນສີ ຮອງຜູ້ອໍານວຍການບໍລິສັດ ກາເຟດາວ ຈໍາກັດ, ໄດ້ຂື້ນລາຍງານສະພາບການຈັດຕັ້ງປະຕິບັດວຽກງານການຜະລິດ ແລະຈໍາໜ່າຍຍີ່ຫໍ້ກາເຟດາວໃຫ້ຮູ້ວ່າ: ບໍລິສັດ ກາເຟດາວ ຈໍາກັດ ແມ່ນບໍລິສັດຮ່ວມທຶນລະຫວ່າງລັດຖະບານບາວ, ຕ່າງໜ້າໂດຍກະຊວງການເງິນ ແລະກຸ່ມບໍລິສັດ ດາວເຮືອງ ຈໍາກັດ, ໄດ້ຮັບການສ້າງຕັ້ງທໍາອິດໃນປີ 2020 ຕາມທະບຽນອະນຸຍາດດໍາເນີນວິສາຫະກິດ, ໄດ້ປ່ຽນຜູ້ອໍານວຍການໃຫຍ່ຜູ້ໄໝ່ທີ່ເປັນມືອາຊີບຈາກພາຍນອກເຂົ້າມາບໍລິຫານ, ໄດ້ມີການມອບຮັບການໂອນຖ່າຍໜ້າທີ່ລະຫວ່າງຜູ້ບໍລິຫານຜູ້ເກົ່າ ແລະຜູ້ໃໝ່ໃນກາງເດືອນມັງກອນ 2022 ເປັນຕົ້ນມາ ແລະສໍາລັບໂຮງງານກາເຟດາວແມ່ນໄດ້ຖືກສ້າງຕັ້ງຂື້ນແຕ່ປີ 2012 ຈົນມາຮອດປະຈຸບັນ, ໂດຍມີມູນຄ່າການລົງທຶນຂອງບໍລິສັດ ກາເຟດາວ ຈໍາກັດ ຈໍານວນ 278 ລ້ານໂດລາສະຫະລັດ, ໃນນັ້ນລັດຖະບານຖືຮຸ້ນ 56%( ມູນຄ່າ 154 ລ້ານກວ່າໂດລາສະຫະລັດ, ດ້ວຍການຫັນໜີ້ເປັນທຶນ ), ກຸ້ມບໍລິສັດ ດາວເຮືອງ ຖືຮຸ້ນ 44%, ມີມູນຄ່າ 123 ລ້ານກວ່າໂດລາສະຫະລັດ.

ຮອງຜູ້ອໍານວຍການໃຫ້ຮູ້ຕື່ມວ່າ: ຜະລິດຕະພັນຂອງໂຮງງານຜະລິດກາເຟດາວປະຈຸບັນມີຄື: ກາເຟເມັດແຫ້ງ, ເມັດຂົ້ວ, ກາເຟສໍາເລັດຮູບ( ກາເຟບົດ ແລະກາເຟ 3in 1 ), ຜິລະລິດຕະພັນກາເຟຍີ່ຫໍ້ອື່ນ( OEM ) ຕາມຄວາມຕ້ອງການຂອງລູກຄ້າ, ຜ່ານການດໍາເນີນທຸລະກິດຂອງບໍລິສັດ ກາເຟດາວ ຈໍາກັດ ໃນ 6 ເດືອນຕົ້ນປີ 2022, ບໍລິສັດໄດ້ມີຄູ່ຄ້າທີ່ສໍາຄັນທີ່ໄດ້ສຶບຕໍ່ຈາກກຸ່ມບໍລິສັດ ດາວເຮືອງ ຈໍາກັດ ໃນການສົ່ງອອກເປັນສິນຄ້າ, ເປັນຕົ້ນແມ່ນປະເທດໄທ, ຫວຽດນາມ, ເກົາຫຼີ, ຝຣັ່ງ, ເຢຍລະມັນ ແລະປະເທດອື່ນໆ..ສະມາຊິດຂອງປະເທດ EU ໃນປີ 2022, ຊຶ່ງມີຜົນຂອງການດໍາເນີນທຸລະກິດຂາຍພາຍໃນປະເທດ 109,53 ຕື້ກີບ ຫລືປະມານ 6,77 ລ້ານໂດລາສະຫະລັດ, ສົ່ງອອກຕ່າງປະເທດ 113,78 ຕື້ກີບ, ຫລື 7,03 ລ້ານໂດລາສະຫະລັດ, ລວມທັງໝົດໃນການຈໍາໜ່າຍກາເຟດາວໃນ 6 ເດືອນຕົ້ນປີໄດ້ທັງໝົດ 223,31 ຕື້ກີບ ຫລື 13,80 ລ້ານໂດລາສະຫະລັດ.

ໃນໂອກາດທີ່ໄດ້ລົງເຄື່ອນໄຫວຢ້ຽມຢຽມ ແລະໄດ້ຮັບຟັງການລາຍງານທ່ານຮອງປະທານປະເທດກໍ່ໄດ້ສະແດງຄວາມຊົມເຊີຍຜົນສໍາເລັດທີ່ຢາດມາໄດ້, ເຖີງແມ່ນວ່າຍັງບໍ່ທັນຢູ່ໃນຮູບຊົງທີ່ສົມບູນກໍ່ຕາມແຕ່ກໍ່ສາມາດຢັງເຖີງການບໍລິຫານຈັດການທີ່ພັດທະນາຂື້ນ ແລະມີໂອກາດສູງຈະການເຂົ້າສູ້ລະບົບຢ່ງສົມບູນແບບ, ແຕ່ເຖີງຢ່າງໃດກໍ່ຕາມທ່ານກໍ່ຍັງສະແດງຄວມເປັນຫວ່ງເປັນໄຍ ແລະໄດ້ເນັ້ນໃຫ້ 3 ພາກສ່ວນຮ່ວມມືກັນຢາງເປັນເອກສັນ ແລະມີຄວາມສອດຄ່ອງ, ໂປ່ງໃສ ແລະເຮັດວຽກໃຫ້ມີປະສິດທີຜົນຫລາຍຂື້ນ, ໃນນັ້ນສະເໜີໃຫ້ທາງກະຊວງການເງິນຊອກຫາແຫລ່ງທຶນເພື່ອສຶບຕໍ່ໃຫ້ໂຄງການສາມາດສຶບຕໍ່ກິດຈະການກໍ່ຄືສາມາດມີທຶນໝູນວຽນເພື່ອມາເກັບຊື້ວັດຖຸດີບຈາກຊາວສວນ ແລະການນໍາໃຊ້ແຫລ່ງທຶນແມ່ນໃຫ້ແທດເໝາະກັບສະພາບຄວາມເປັນຈີງ, ພາຍຫລັງທີ່ໄດ້ແຫລ່ງທຶນແລ້ວທາງບໍລິສັດຕ້ອງໄດ້ຊອກຫາກົນໄກການຕະຫລາດ, ໃຊ້ແຫລ່ງທຶນໃຫ້ສົມເຫດສົມຜົນ ແລະເກີດມີຜົນປະໂຫຍສູງສຸດ, ສະເໜີໃຫ້ຜູ້ທີ່ຖືກແຕ່ງຕັ້ງເປັນອໍານວຍ, ຮອງ ແລະຄະນະບໍລິຫານປັບປຸງລະບົບບັນຊີໃໝ່ຢ່າງລະອຽດ, ເພື່ອເຮັດແນວໃດຈະສາມາດຮ່ວມມືກັນແກ້ໄຂບັນຫາພະຍາຍາມຈັບມືຮ່ວມໃຈເຮັດໃຫ້ໂຮງງານສມາດດໍາເນີນໄປໄດ້ໂດຍດີ.

ໂດຍ: ໂພທິລາດ