ຄະນະຜູ້ແທນລາວ ກອງປະຊຸມສະຫຼຸບການເກັບຊື້-ສົ່ງອອກດ້ານຜົນຜະລິດກະສິກໍາ

ກອງປະຊຸມສະຫຼຸບການເກັບຊື້-ສົ່ງອອກດ້ານຜົນຜະລິດກະສິກໍາລະຫວ່າງພາກລັດ ແລະຜູ້ປະກອບການເກັບຊື້ມັນຕົ້ນປະຈໍາສົກປີ 2021-2022 ແລະແຜນການ 2022-2023 ໃນທົ່ເມືອງປາກລາຍແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 20 ກັນຍາຜ່ານມານີ້, ທີ່ຫໍປະຊຸມໃຫຍ່ຂອງເມືອງພາຍໃຕ້ການເປັນປະທານຂອງທ່ານ ກອງສີ ວົງສີ ກໍາມະການພັກແຂວງເລຂາພັກເມືອງເຈົ້າເມືອງປາກລາຍ, ມີຫົວໜ້າຮອງຫົວໜ້າຫ້ອງການທີ່ກ່ຽວຂ້ອງ,ມີຜູ້ປະກອບການຜູ້ຕາງໜ້າຈາກບໍລິສັດກຸ່ມເກັບຊື້ຜົນຜະລິດກະສິກໍາ ພາຍໃນເມືອງ ແລະເມືອງອ້ອມຂ້າງ ພ້ອມດ້ວຍພະນັກງານວິຊາການຂະແໜງການທີ່ກ້ຽວຂ້ອງເຂົ້າຮວ່ມ.

ໃນກອງປະຊຸມທ່ານ ວານິສາ ສຸນາເຄນ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງກໍໄດ້ລາຍງານ ການຈັດຕັ້ງປະຕິບັດການເກັບຊື້-ສົ່ງອອກດ້ານຜົນຜະລິດກະສິກໍາມັນຕົ້ນ ປະຈໍາສົກປີ2021-2022. ເມືອງປາກລາຍເປັນເມືອງທີ່ສົ່ງເສີມການຜະລິດເປັນສິນຄ້າເພື່ອສົ່ງອອກເປັນການເພີ່ມມູນຄ່າໃຫ້ແກ່ນັກທຸລະກິດຜູ້ຜະລິດດ້ວຍຮູບການສົ່ງເສີມແປຮູບຜົນຜະລິດກະສິກໍາຜ່ານການຈັດຕັ້ງປະຕິບັດຕົວຈິງໃນການເຄື່ອນໄຫວຂອງທຸລະກິດ ແລະ ການເກັບກໍາຂໍ້ມູນຕິດຕາມກວດກາຈາກວິຊາການຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ໃນສົກປີຜ່ານມາສາມາດເກັບກໍາຕົວເລກສົ່ງອອກມັນຕົ້ນຫົວຈໍານວນ57.725ໂຕນ,ມັນຕົ້ນຝານແຫ້ງ47.000ໂຕນ ແລະ ແປ້ງມັນຕົ້ນ 64.759ໂຕນ ໃນນີ້ຕົວເລກສົ່ງອອກໄປຕ່າງເມືອງມີ 7 ບໍລິສັດ, ມັນຫົວ26.240ໂຕນ, ມັນຕົ້ນຝານແຫ້ງ16.500ໂຕນ,ບັນດາບໍລິສັດເກັບຊື້ພາຍໃນເມືອງມັນຕົ້ນຫົວ31.000ໂຕນ ແລະ ມັນແຫ້ງ 30.500 ໂຕນ ສໍາລັບໂຮງງານແປ້ງມັນຕົ້ນຂອງບໍລິສັດກ້າວໜ້າລາວສົ່ງອອກແປ້ງມັນຕົ້ນທັງໝົດ64.759ໂຕນ ຄິດເປັນມັນຫົວທີ່ປ້ອນເຂົ້າໂຮງງານ259.039ໂຕນ ທ່ານ ວານິສາ ສຸນາເຄນ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງໄດ້ກ່າວຕື່ມອີກວ່າ ຕໍ່ກັບດ້ານຫຍໍ້ທໍ້ຍັງມີບາງຫົວໜ່ວຍທຸລະກິດຍັງບໍ່ໃຫ້ການຮ່ວມມືເທົ່າທີ່ຄວນເຮັດໃຫ້ຕົວເລກການສົ່ງອອກບໍ່ທັນຊັດເຈນ ດ້ານການເກັບພັນທະອາກອນຕ່າງໆບໍ່ໄດ້ດີ,ບໍ່ປະຕິບັດຕາມບົດບັນທຶກ ການປະກອບເອກະສານໃນຂອດການເຄື່ອນຍ້າຍບໍ່ກົງກັບການເຄື່ອນຍ້າຍຕົວຈິງເຮັດໃຫ້ GDP ຕົວຈິງ ຂອງເມືອງຫຼຸດລົງ,ຕົວເລກການສົ່ງອອກກໍຫຼຸດລົງພ້ອມນີ້ກອງປະຊຸມໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນເພື່ອແກ້ໄຂບັນຫາໃຫ້ມີຄວາມເປັນເອກະພາບ ແລະວາງທິດທາງແຜນການສົກປີ 2022-2023 ຮ່ວມກັນ.
(ຂ່າວ: ກ່າ ຄຸດທະວົງສັກ)