ບຸນອອກພັນສາປະວໍຣະນາ ຢູ່ນະຄອນຫຼວງພະບາງປີນີ້ຈະຈັດເຕັມຮູບແບບອີກຄັ້ງ

ເພື່ອປະຕິບັດຕາມຮີດຄອງປະເພນີອັນດີງາມຂອງຊາວຫຼວງພະບາງ ເມືອງມໍລະດົກໂລກ ແລະແຈ້ງການຂອງຫ້ອງວ່າການແຂວງຫຼວງພະບາງກ່ຽວກັບການສະເຫຼີມສະຫຼອງງານບຸນປະເພນີອອກພັນສາປະວໍລະນາ ທີ່ຫຼວງພະບາງ ປະຈໍາປີ ພສ 2565 ຄສ 2022.

ອົງການປົກຄອງນະຄອນຫຼວງພະບາງ ຈະໄດ້ຈັດງານບຸນໃນລັກສະນະເຕັມຮູບແບບຖືກຕ້ອງຕາມຮີດຄອງປະເພນີທຸກປະການ. ເຊິ່ງໃນໄລຍະສອງປີທີ່ຜ່ານມາຍ້ອນສະພາບຄວມຫຍຸ້ງຍາກ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຈິ່ງບໍ່ສາມາດຈັດງານເຕັມຮູບແບບໄດ້, ເຮັດພຽງແຕ່ພິທີຂອບໄຂ່ວຕາມສະຖານທີ່ສັກສິດເທົ່ານັ້ນ.

ໃນປີນີ້ລັດຖະບານໄດ້ອະນຸຍາດໃຫ້ເປີດຕ້ອນຮັບນັກທ່ອງທ່ຽວເຕັມຮູບແບບ, ການນຳຂອງແຂວງຈິ່ງໄດ້ຕົກລົງໃຫ້ນະຄອນຫຼວງພະບາງຈັດງານບຸນອອກພັນສາປະວໍລະນາ ບຸນໄຫຼເຮືອໄຟ ແລະບຸນນະມັດສະການ ພະທາດຈອມສີ. ໂອກາດຖະແຫຼງຂ່າວກ່ຽວກັບການກະກຽມຈັດງານບຸນ ໃນວັນທີ່ 26 ກັນຍາ 2022 ນີ້ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງໄດ້ໃຫ້ຮູ້ວ່າ: ປັດຈຸບັນໄດ້ສຳເລັດການແຕ່ງຕັ້ງຄະນະຮັບຜິດຊອບ ແຕ່ລະໜ້າວຽກທັງໄດ້ມີການຊຸກຍູ້ໃຫ້ທຸກອານຸກຳມະການ ເຄື່ອນໄຫວກະກຽມວຽກງານຂອງຕົນຢ່າງຕັ້ງໜ້າສະເພາະການປະກວດເຮືອໄຟງາມປະຈຳປີ ພສ 2565, ຄສ 2022 ນີ້, ຄາດຄະເນວ່າຈະມີເຮືອໄຟເຂົ້າຮ່ວມປະກວດປະມານ 35 ລຳ, ທີ່ມາຈາກບັນດາກຸ່ມບ້ານ, ສະຖາບັນສຶກສາ ແລະພາກສ່ວນທຸລະກິດພາຍໃນນະຄອນຫຼວງພະບາງ.

ເຈົ້ານະຄອນຫຼວງພະບາງໃຫ້ຮູ້ຕື່ມວ່າ: ສຳລັບລາຍການເຄື່ອນໄຫວບຸນຈະມີກິດຈະກຳເລີ້ມແຕ່ ວັນທີ 6-11 ຕຸລາ 2022 ເຊິ່ງຕິດພັນກັບກິດຈະກໍາຂອງສະພາການຄ້າ ແລະອຸດສາຫະກໍາ ແຂວງຫຼວງພະບາງ ໃນນັ້ນ

- ວັນທີ 6 ຕຸລາ 2022, ເວລາ 16:00 ໂມງ ຫາ 21:00 ໂມງ ມີການປະກວດໂຄມໄຟຢູ່ທີ່ວັດໃໝ່,
- ວັນທີ 7 ຕຸລາ 2022, ເວລາ 8:00 ໂມງເຊົ້າ ເປີດງານຢູ່ເຮືອນຈັນຢ່າງເປັນທາງການ, ຕອນແລງເວລາ 18:00 ໂມງ ແຫ່ງຂະບວນໂຄມໄຟແຕ່ວັດໃໝ່ຫາເຮືອນຈັນ ແລະງານວາງສະແດງ, ຈຳໜ່າຍສີນຄ້າຫັດຖະກຳພື້ນເມືອງລາວ ຢູ່ເຮືອນຈັນລະຫວ່າງວັນທີ 7-11 ຕຸລາ 2022,
- ວັນທີ 8-10 ຕຸລາ 2022 ທ່ຽວຊົມກິດຈະກຳ ຊື່ມກາເຟບ້ານເຮົາຢູ່ທີ່ສູນພາສາຟຣັ່ງ (ບ້ານວັດໜອງ ນະຄອນຫຼວງພະບາງ).
- ວັນທີ 9 ຕຸລາ 2022 ເວລາ 6:00 ໂມງ ຕອນເຊົ້າມີກິດຈະກຳແລນມາລະທອນເພື່ອໂຮງໝໍເພືອນລາວ, ເວລາ 8:00 ຫ້າງຫາກະກຽມປະດັບປະດາຕົບແຕ່ງສະຖານທີ່ ພະທາດຈອມສີ ເວລາ 13:00 ເຕົ້າໂຮມ ພຣະສົງ-ສາມະເນນ ແລະປະຊາຊົນບັນດາເຜົ່າ ທຳພິທີທາງສາສະໜາ, ຕອນແລງເວລາ 18:00 ໂມງ ປະກວດເຂົ້າໜົມພື້ນເມືອງລາວ ແລະປະກວດຊຸດລາວຍ້ອນຍຸກ ຢູ່ທີ່ເຮືອນຈັນ ເວລາ 19:00 ທ່ຽວຊົມຄວາມງົດງາມໄຟແສງສີຂອງການໄຕ້ປະທີບ(ໂຄມໄຟ) ຕາມວັດວາອາຣາມພາຍໃນນະຄອນຫຼວງພະບາງ, ວັນຈັນ - 10 ຕຸລາ 2022 ເວລາ 6:00 ປະຊາຊົນບັນດາເຜົ່າໃສ່ບາດຕາມວັດແຫ່ງຕ່າງໆ ທີ່ມີເງື່ອນໄຂ, ເວລາ 9:00 ທໍາພິທີທາງສາສະໜາທີ່ພະທາດຈອມສີ, ເວລາ 19:00 ທ່ຽວຊົມຄວາມງົດງາມໄຟແສງສີຂອງການໄດ້ປະທີບ(ໂຄມໄຟ) ຕາມວັດວາອາຮາມ ພາຍໃນນະຄອນ ຫຼວງພະບາງ,
- ວັນທີ 11 ຕຸລາ 2022 ຕອນເຊົ້າ: ແຕ່ລະບ້ານ, ສະຖາບັນໂຮງຮຽນ-ການສຶກສາ ແລະພາກສ່ວນຕ່າງໆ ຕົບແຕ່ງເຮືອໄຟໃຫ້ຮຽບຮ້ອຍ ແລະມີຄວາມສວຍງາມ, ເວລາ 18:00 ເຕົ້າໂຮມເຮືອໄຟຂອງແຕ່ລະພາກສ່ວນທີ່ເຂົ້າຮ່ວມປະກວດຢູ່ໜ້າຫໍພິພິທະພັນແຫ່ງຊາດຫຫລວງພະບາງ, ເວລາ 18:30 ເລີ່ມພິທີທາງສາສະໜາ ເທດສະຫຼອງເຮືອໄຟຢູ່ວັດປ່າຮວກ ຈໍານວນ 1 ກັນ, ເວລາ 19:00 ເປີດພິທີບຸນໄຫຼເຮືອໄຟຢ່າງເປັນທາງການຕາມຮີດຄອງປະເພນີ, ຫຼັງຈາກນັ້ນຊົມຄວາມສວຍງາມຂອງຂະບວນເຮືອໄຟແຕ່ລະພາກສ່ວນແຫ່ໄປຕາມເສັ້ນທາງສີສະຫວ່າງວົງຈົນເຖິງທ່ານໍ້າຂອງວັດຊຽງທອງ ແລະເຄື່ອນເຮືອໄຟລົງນໍ້າຕາມລໍາດັບ.

ຂ່າວຈາກ: ອາພຸດເດດ ບຸບຜາ