ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີໄວ້ອາໄລ ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ

ໃນລະຫວ່າງວັນທີ 25-29 ກັນຍາ 2022 ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະພັນລະຍາ ພ້ອມດ້ວຍຄະນະ ໄດ້ເດີນທາງເພື່ອເຄື່ອນໄຫວວຽກງານ ຢູ່ປະເທດຍີ່ປຸ່ນ ແລະເຂົ້າຮ່ວມພິທີໄວ້ອາໄລລະດັບຊາດໃຫ້ແກ່ທ່ານ ຊິນໂຊະ ອາເບະ ອະດີດນາຍົກລັດຖະມົນຕີ ແຫ່ງ ປະເທດຢີ່ປຸ່ນ ທີ່ນະຄອນຫລວງໂຕກຽວ(Tokyo) ປະເທດຍີ່ປຸ່ນ.

ໃນການເຄື່ອນໄຫວວຽກງານໃນຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນ ລະຫວ່າງ ພາກທຸລະກິດລາວ ແລະພາກທຸລະກິດຍີ່ປຸ່ນ ທີ່ AJC Hall, ສູນອາຊຽນ-ຍີ່ປຸ່ນ ໂດຍການຕ້ອນຮັບຂອງ ທ່ານ ຮິຣະບາຢາຊິຄຸນິຮິໂຣະ (Mr. HARABAYASHI Kunihiro) ເລຂາທິການໃຫຍ່ສູນອາຊຽນ-ຢີ່ປຸ່ນ ແລະທ່ານ ສອນໄຊ ສີພັນດອນ ໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ: ກອງປະຊຸມໃນມື້ນີ້, ມີຄວາມໝາຍສຳຄັນເປັນຢ່າງຍິ່ງສໍາລັບລັດຖະບານລາວ ເຊິ່ງຈະເປັນກາລະໂອກາດອັນດີໃນການເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບສະພາບຕົວຈິງຂອງການສົ່ງເສີມການລົງທຶນຢູ່ ສປປ ລາວ ແລະທິດທາງໃນຕໍ່ໜ້າພາຍໃຕ້ສະພາບການຂອງໂລກທີ່ມີການປ່ຽນແປງຢ່າງໄວວາ, ສະຫລັບສັບຊ້ອນ ແລະກຳລັງປະເຊີນໜ້າກັບສິ່ງທ້າທາຍຫລາຍດ້ານໃນທຸກຂົງເຂດ. ສຳລັບ ສປປ ລາວ ໄດ້ມີຄວາມພະຍາຍາມເປັນຢ່າງສູງເພື່ອປັບປຸງສະພາບແວດລ້ອມການດໍາເນີນທຸລະກິດຢູ່ພາຍໃນປະເທດ ດ້ວຍການພັດທະນາພື້ນຖານໂຄງລ່າງເພື່ອເຊື່ອມໂຍງ ແລະ ເຊື່ອມຈອດກັບພາກພື້ນ ແລະສາກົນ, ສ້າງບັນຊີຮຽກການລົງທຶນເຊິ່ງຈະເປັນການອໍານວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ ແລະການທ່ອງທ່ຽວ, ລວມທັງປັບປຸງບັນດາລະບຽບການ, ນະໂຍບາຍ, ນິຕິກຳຕ່າງໆເພື່ອຟື້ນຟູເສດຖະກິດຂອງ ສປປ ລາວ ທີ່ໄດ້ຮັບຜົນກະທົບຈາກການແພ່ລະບາດຂອງພະຍາດໂຄວິດ-19, ບັນຫາດ້ານພະລັງງານ, ສະພາບເສດຖະກິດຂອງໂລກ ແລະໄພພິບັດທາງທໍາມະຊາດໃນໄລຍະຜ່ານມາ.

ພ້ອມນີ້, ທ່ານ ຮອງນາຍົກລັດຖະມົນຕີ, ຕາງໜ້າໃຫ້ລັດຖະບານ ແລະປະຊາຊົນລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງລັດຖະບານ ແລະປະຊາຊົນຍີ່ປຸ່ນຕໍ່ການຮ່ວມມື ແລະການຊ່ວຍເຫລືອອັນລໍ້າຄ່າໃນດ້ານຕ່າງໆອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາ ແລະສ້າງສາ ສປປ ລາວ ເປັນແຕ່ລະໄລຍະເປັນຕົ້ນ ການພັດທະນາພື້ນຖານໂຄງລ່າງ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ກະສິກໍາ-ປ່າໄມ້ ແລະອື່ນໆ ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໄດ້ຮັບການຍົກລະດັບຂຶ້ນເປັນກ້າວໆ.

ສໍາລັບການຮ່ວມມືດ້ານການລົງທຶນ, ທ່າແຮງຈຸດພິເສດຂອງການລົງທຶນຈາກປະເທດຍີ່ປຸ່ນ ຢູ່ ສປປ ລາວ, ມາຮອດປັດຈຸບັນເຫັນໄດ້ວ່າການລົງທຶນຂອງປະເທດຍີ່ປຸ່ນ ໄດ້ມີການເພີ່ມຂຶ້ນຫລາຍ ໂດຍສະເພາະ ພາຍຫລັງທີ່ລັດຖະບານຂອງສອງປະເທດ ໄດ້ມີສັນຍາວ່າດ້ວຍການສົ່ງເສີມ ແລະປົກປ້ອງການລົງທຶນໃນປີ 2008, ການລົງທຶນຂອງປະເທດຍີ່ປຸ່ນ ຈັດຢູ່ໃນອັນດັບທີ 15 ຂອງການລົງທຶນຈາກ 53 ປະເທດ ທີ່ໄປລົງທຶນຢູ່ ສປປ ລາວ, ມີຫລາຍກວ່າ 146 ໂຄງການ, ລວມມູນຄ່າຫລາຍກວ່າ 317 ລ້ານໂດລາສະຫະລັດ ໃນເກືອບທຸກຂະແໜງການ. ພ້ອມກັນນັ້ນ, ນັກລົງທຶນຍີ່ປຸ່ນ ຍັງໄດ້ເຂົ້າໄປລົງທຶນຢູ່ເຂດເສດຖະກິດພິເສດ ໃນທົ່ວປະເທດ ຈຳນວນ 55 ໂຄງການ, ລວມມູນຄ່າຫລາຍກວ່າ 182,8 ລ້ານໂດລາສະຫະລັດ. ພ້ອມກັນນີ້, ທ່ານ ສອນໄຊ ສີພັນດອນ ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບທິດທາງ ແລະນະໂຍບາຍຂອງ ສປປ ລາວ ໃນການສົ່ງເສີມການລົງທຶນໃນປັດຈຸບັນຕື່ມອີກ, ພ້ອມທັງມີຄວາມເຊື່ອໝັ້ນວ່າກອງປະຊຸມພົບປະແລກປ່ຽນໃນຄັ້ງນີ້ຈະເປັນປະໂຫຍດໃຫ້ແກ່ບັນດາທ່ານ ໄດ້ສຶກສາຄົ້ນຄວ້າ ແລະພິຈາລະນາຄວາມເປັນໄປໄດ້ໃນການລົງທຶນ ຢູ່ ສປປ ລາວ.

ຍີ່ປຸ່ນ ແລະ ສປປ ລາວ ມີການພົວພັນທີ່ດີ ແລະມີມູນເຊື້ອອັນຍາວນານ, ສອງປະເທດພວກເຮົາໄດ້ຍົກລະດັບສາຍພົວພັນການທູດຈາກຄູ່ຮ່ວມມືຮອບດ້ານໃນປີ 2010 ມາເປັນຄູ່ຮ່ວມຍຸດທະສາດ ໃນປີ 2015, ເຊິ່ງແມ່ນປີແຫ່ງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ຍີ່ປຸ່ນຄົບຮອບ 60 ປີ, ໃນນັ້ນ ທ່ານ ຊິນໂຊ ອາເບະ ອະດີດນາຍົກລັດຖະມົນຕີຍີ່ປຸ່ນກໍແມ່ນຜູ້ໜຶ່ງທີ່ມີບົດບາດສໍາຄັນ ແລະໄດ້ເຮັດວຽກຢ່າງໃກ້ຊິດກັບບັນດາການນໍາຂັ້ນສູງຂອງລາວໃນການສົ່ງເສີມສາຍພົວພັນມິດຕະພາບ ແລະການຮ່ວມມືຂອງສອງປະເທດ ແລະ ຖືໄດ້ວ່າເປັນພື້ນຖານອັນສໍາຄັນໜຶ່ງຂອງການພົວພັນ ແລະ ການຮ່ວມມືລາວ-ຍີ່ປຸ່ນ ໃນປັດຈຸບັນ.

ໃນເວລາຕໍ່ມາ, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະໄດ້ເດີນທາງໄປທີ່ສະໜາມກິລາໃນຮົ່ມ Nippon Bukkokan ເພື່ອເຂົ້າຮ່ວມພິທີໄວ້ອາໄລລະດັບຊາດ ຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ ທ່ານ ຊິນໂຊະ ອາເບະ ອະດີດນາຍົກລັດຖະມົນຕີຍີ່ປຸ່ນ. ຈາກນັ້ນທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະໄດ້ເດີນທາງໄປທີ່ເຮືອນຮັບຮອງຂອງລັດຖະບານ ຍີ່ປຸ່ນ (Akasaka Palace) ເພື່ອພົບປະກັບ ທ່ານ ກິຊິກະ ຟຸມິໂອະ ນາຍົກລັດຖະມົນຕີ ແຫ່ງປະເທດຍີ່ປຸ່ນຕື່ມອີກ.