ອີກ 3 ເດືອນກາເຟດາວຈະສູ້ຊົນສ້າງລາຍຮັບໃຫ້ໄດ້ 350 ຕື້ກວ່າກີບ

ເພື່ອເຮັດໃຫ້ແຜນງານການຈັດຕັ້ງປະຕິບັດການຜະລິດ ແລະຈໍາໜ່າຍຜະລິດຕະພັນກາເຟດາວ ບັນລຸຄາດໝາຍທີ່ວາງໄວ້ ໃນ 3 ເດືອນທ້າຍປີ 2022 ນີ້ທາງຄະນະບໍລິຫານງານບໍລິສັດ ກາເຟດາວ ຈໍາກັດ ແມ່ນຈະໄດ້ສຸມໃສ່ 6 ວຽກງານຫລັກທີ່ສໍາຄັນເພື່ອເຮັດໃຫ້ສາມາດສ້າງລາຍຮັບໃຫ້ໄດ້ 350 ຕື້ກວ່າກີບ.

ທ່ານ ວິຖະໜອມ ແກ້ວຄູນສີ ຮອງຜູ້ອໍານວຍການໃຫຍ່ບໍລິສັດ ກາເຟດາວ ຈໍາກັດ, ໄດ້ລາຍງານ ໃຫ້ຮູ້ເມື່ອບໍ່ດົນມານີ້ໃນໂອກາດທີ່ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກຮອງປະທານປະເທດແຫ່ງ ສປປ ລາວ ໄດ້ລົງມາເຄື່ອນໄຫວເຮັດວຽກ ແລະຢ້ຽມຢາມແຂວງຈໍາປາສັກ ແລະຢ້ຽມຢາມໂຮງງານຜະລິດກາເຟດາວ ຈໍາກັດ ໃຫ້ຮູ້ວ່າ: ບໍລິສັດ ກາເຟດາວ ຈໍາກັດ ແມ່ນບໍລິສັດຮ່ວມທຶນລະຫວ່າງ ລັດຖະບານ ແລະເອກະຊົນພາຍໃນລາວ, ຕ່າງໜ້າໂດຍກະຊວງການເງິນຖືຮຸ້ນ 56% ແລະກຸ່ມບໍລິສັດ ດາວເຮືອງ ຈໍາກັດ ຖືຮຸ້ນ 44%, ໄດ້ຮັບການສ້າງຕັ້ງທໍາອິດໃນປີ 2020 ຕາມທະບຽນອະນຸຍາດດໍາເນີນວິສາຫະກິດ, ໄດ້ວ່າຈ້າງປ່ຽນຜູ້ອໍານວຍການໃຫຍ່ຜູ້ໄໝ່ທີ່ເປັນມືອາຊີບຈາກພາຍນອກເຂົ້າມາບໍລິຫານ, ໄດ້ມີການມອບຮັບການໂອນຖ່າຍໜ້າທີ່ລະຫວ່າງຜູ້ບໍລິຫານຜູ້ເກົ່າ ແລະຜູ້ໃໝ່ໃນກາງເດືອນ ມັງກອນ 2022 ເປັນຕົ້ນມາ ແລະສໍາລັບໂຮງງານຜະລິດກາເຟດາວແມ່ນໄດ້ຖືກສ້າງຕັ້ງຂື້ນແຕ່ປີ 2012 ຈົນມາ ຮອດປະຈຸບັນ, ໂດຍມີມູນຄ່າການລົງທຶນຂອງບໍລິສັດກາ ເຟດາວ ຈໍາກັດ ຈໍານວນ 278 ລ້ານໂດລາສະຫະລັດ, ໃນນັ້ນລັດຖະ ບານຖືຮຸ້ນ 56% (ມູນຄ່າ 154 ລ້ານກວ່າໂດລາສະຫະລັດ, ດ້ວຍການຫັນໜີ້ເປັນທຶນ ), ກຸ້ມບໍລິສັດ ດາວເຮືອງ ຖືຮຸ້ນ 44%, ມີມູນຄ່າ 123 ລ້ານກວ່າໂດລາສະຫະລັດ, ຜະລິດຕະພັນຂອງໂຮງງານຜະລິດກາເຟດາວປະຈຸບັນມີຄື: ກາເຟເມັດແຫ້ງ, ເມັດຂົ້ວ, ກາເຟສໍາເລັດຮູບ (ກາເຟບົດ ແລະກາເຟ 3in1 ), ຜິລະລິດຕະພັນກາເຟຍີ່ຫໍ້ອື່ນ ( OEM ) ຕາມຄວາມຕ້ອງການຂອງລູກຄ້າ, ຜ່ານການດໍາເນີນທຸລະກິດຂອງ ບໍລິສັດ ກາເຟດາວ ຈໍາກັດ ໃນ 6 ເດືອນຕົ້ນປີ 2022, ບໍລິສັດ ໄດ້ມີຄູ່ຄ້າທີ່ສໍາຄັນທີ່ໄດ້ສຶບຕໍ່ ຈາກກຸ່ມບໍລິສັດ ດາວເຮືອງ ຈໍາກັດ ໃນການສົ່ງອອກເປັນສິນຄ້າ, ເປັນຕົ້ນແມ່ນປະເທດໄທ, ຫວຽດນາມ, ເກົາຫຼີ, ຝຣັ່ງ, ເຢຍລະມັນ ແລະປະເທດອື່ນໆ ລວມທັງ.. ສະມາຊິກດຂອງປະເທດ EU- .ໃນປີ 2022, ຊຶ່ງມີຜົນຂອງການ ດໍາເນີນທຸລະກິດຂາຍພາຍໃນປະເທດ 109,53 ຕື້ກີບ ຫລື ປະມານ 6,77 ລ້ານໂດລາສະຫະລັດ, ສົ່ງອອກຕ່າງປະເທດ 113,78 ຕື້ກີບ, ຫລື 7,03 ລ້ານໂດລາສະຫະລັດ, ລວມທັງໝົດໃນການຈໍາໜ່າຍກາເຟດາວໃນ 6 ເດືອນ ຕົ້ນປີໄດ້ທັງໝົດ 223,31 ຕື້ກີບ ຫລື 13,80 ລ້ານໂດລາສະຫະລັດ (ຕົວເລກດັ່ງກ່າວນີ້ແມ່ນເປັນຕົວເລກທີ່ຍັງບໍ່ທັນໄດ້ຮັບການກວດສອບຈາກໜ່ວຍງານກວດສອບອິດສະຫຼະ).

ຮອງຜູ້ອໍານວຍການໃຫຍ່ໃຫ້ຮູ້ຕື່ມອີກວ່າ: ເພື່ອເຮັດໃຫ້ວຽກງານການຈັດຕັ້ງປະຕິບັດການຜະລິດ ແລະຈໍາໜ່າຍຜະລິດຕະພັນກາເຟດາວບັນລຸຄາດໝາຍທີ່ກໍານົດໄວ້, ໃນອີກ 3 ເດືອນ ທ້າຍປີ 2022 ທາງຄະນະບໍລິຫານງານຂອງບໍລິສັດຕະຫລາດຮອດພະນັກງານ, ວິຊາການພາຍ ໃນບໍລິສັດແມ່ນຈະໄດ້ສຸມໃສ່ 6 ວຽກງານທີ່ສໍາຄັນຄື: ໜື່ງ: ແມ່ນຈະໄດ້ສືບຕໍ່ສະເໜີຫາຕໍ່ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງໃນການພິຈາລະນາການເຂົ້າຫາແຫລ່ງທຶນເພື່ອມາເປັນທຶນໝູນວຽນໂດຍໄວຈກນະໂຍບາຍ ຂອງລັດຖະບານ ແລະທະນາຄານທຸລະກິດອື່ນ, ໂດຍສະເພາະທະນາຄານການສົ່ງເສີມກະສີກໍາ, ທະນາຄານການຄ້າຕ່າງປະເທດເພື່ອນໍາທຶນມາເກັບຊື້ໝາກກາເຟ, ສອງ: ສືບຕໍ່ປັບປຸງວຽກງານຄຸ້ມ ຄອງການເງິນ ແລະ ການບັນຊີ ໃຫ້ເປັນລະບົບຄົບຊຸດ ຖືກຕ້ອງ ໂປ່ງໃສສອດຄ່ອງກັບກົດໝາຍ ແລະລະບຽບການທີ່ກ່ຽວຂ້ອງ ຂອງກະຊວງການເງິນ ສ້າງໃຫ້ ເປັນລະບົບຕາມມາດຕາຖານສາກົນ ແລະ ສາມາດກວດສອບໄດ້, ສາມ: ຈະໄດ້ຮ່ວມມືກັບຂະແໜງການທີ່ກ່ຽວຂ້ອງໃນການເກັບກໍາ ແລະພັດທະນາຂໍ້ມູນທາງດ້ານກາເຟພ້ອມທັງປັບປຸງ ແລະສ້າງຄວາມເຂັ້ມແຂງແກ່ຊາວສວນ, ກຸ່ມ-ສະຫະກອນຜູ້ປູກ ແລະຜູ້ຊື້ຂາຍກາເຟພ້ອມກັນຮ່ວມມື

ປັບປຸງປັງປຸງ ແລະສ້າງໃຫ້ກາເຟພູພຽງບໍລະເວນມີການພັດທະນາທາງດ້ານປະລິມານ ແລະຄຸນນະພາບດີຂຶ້ນກວ່າເກົ່າ; ສີ່: ຄຽງຄູ່ກັບການຊຸກຍູ້ສົ່ງເສີມແຜນການ-ການຕະຫລາດຜະລິດຕະພັນກາເຟດາວໃຫ້ສາມາດເຂົ້າເປັນບູລິມະສິດໃຫ້ບໍລິການພາຍໃນສະຖານີລົດໄຟສາຍທາງວຽງຈັນ-ຄຸນໝິງ. ແລະສໍາລັບໜ້າວຽກທີຫ້າ: ແມ່ນ ໄດ້ຕັ້ງເປົ້າໝາຍຂະຫຍາຍຕະຫຼາດຜະລິດຕະພັນກາເຟສໍາເລັດຮູບ ແລະກາເຟເມັດຂຽວສູ່ຕະຫຼາດ ສປ ຈີນ ໂດຍນໍາໃຊ້ທ່າແຮງຂົ່ນສົ່ງດ້ວຍຂະບວນລົດໄຟ ແລະ ໜ້າວຽກສຸດທ້າຍແມ່ນຈະໄດ້ຄຸ້ມຄອງການນໍາເຂົ້າກາເຟສໍາເລັດຮູບຈາກຕ່າງປະເທດທີ່ເປັນທາງການ ແລະບໍ່ເປັນທາງການຄວນນໍາເຂົ້າສູ່ຂະບວນການເຈລະຈາດ້ານເຕັກນິກຕ່າງໆ ເພື່ອໃຫ້ໄດ້ຄຸນນະພາບ, ປົກປ້ອງການ ລົງທຶນພາຍໃນ, ຊວນສວນກາເຟ ແລະຜູ້ຜະລິດ, ພ້ອມນີ້ໃຫ້ມີຜູກພັນກັບບັນດາແຂວງເປັນໃນການສົ່ງເສີມໃຫ້ຜູ້ຊົມໃຊ້ພາຍໃນປະເທດຫັນມາໃຫ້ບໍລິໂພກກາເຟດາວກາເຟຂອງຄົນລາວທີ່ມີຄຸນນະພາບເພື່ອເປັນການສົ່ງເສີມການຜະລິດພາຍໃນທົດແທນການນຳເຂົ້າຈາກຕ່າງປະເທດ, ໂດຍສະເພາະໄດ້ຮັບການຍອມຮັບເປັນກາເຟພິເສດຈາກເອີຣົບ ແລະອາເມລິກາແລ້ວ. ແລະເປັນສິນຄ້າສົ່ງອອກເພື່ອສ້າງພື້ນຖານລາຍຮັບຍືນຍົງ.

ຂ່າວ: ໂພທິລາດ