ໂຄງການພັດທະນາເຂື່ອນໄຟຟ້ານໍ້າອູ ປະກອບສ່ວນສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ ແຂວງຜົ້ງສາລີ

ໂຄງການພັດທະນາເຂື່ອນໄຟຟ້າພະລັງນໍ້າ ນໍ້າອູ ໄດ້ປະກອບສ່ວນສຳຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງຜົ້ງສາລີໂດຍສະເພາະແມ່ນໂຄງລ່າງພື້ນຖານ, ພະລັງງານ, ການຈັດສັນ ແລະຟື້ນຟູອາຊີບໃຫ້ແກ່ປະຊາຊົນ.

ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 26 ກັນຍາຜ່ານມາໂດຍໄດ້ສະແດງຄວາມຮູ້ບຸນຄຸນ ແລະຂອບໃຈເປັນຢ່າງສູງມາຍັງພັກ-ລັດຖະບານຈີນ ແລະສູນກາງພັກ-ລັດຖະບານລາວທີ່ໃຫ້ຄວາມສຳຄັນຕໍ່ການສ້າງສາພັດທະນາຢູ່ແຂວງຜົ້ງສາລີຊຶ່ງໄດ້ອະນຸມັດໃຫ້ບໍລິສັດຜະລິດໄຟຟ້າ ພະລັງງານນໍ້າ ນໍ້າອູຈຳກັດ ສົ່ງກຸ່ມບໍລິສັດ ພາວເວີ ໄຊນາ (Power Chin) ຮ່ວມມືກັບລັດວິສາຫະກິດໄຟຟ້າລາວລົງທຶນກໍ່ສ້າງເຂື່ອນໄຟຟ້າຢູ່ສາຍນໍ້າອູ ປະກອບ ມີ 7 ເຂື່ອນ. ໃນນັ້ນ, ຢູ່ແຂວງຜົ້ງສາລີ ມີ 4 ເຂື່ອນ ຄື: ເຂື່ອນໄຟຟ້ານໍ້າອູ 4, 5, 6 ແລະ 7 ທີ່ມີກໍາລັງຕິດຕັ້ງທັງໝົດ 762 ເມກາວັດ ຊຶ່ງການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ແມ່ນປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍມູນເຊື້ອການຮ່ວມມືຂອງສອງປະເທດທີ່ມີມາແຕ່ດົນນານ, ເສີມຂະຫຍາຍຄູ່ຮ່ວມຍຸດທະສາດຮອບດ້ານ, ຄູ່ຮ່ວມຊາຕາກຳ ລາວ-ຈີນ ແລະແມ່ນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດໜຶ່ງແລວໜຶ່ງເສັ້ນທາງຂອງ ສປ ຈີນ.

ສະເພາະແຂວງຜົ້ງສາລີ, ໃນດ້ານຜົນປະໂຫຍດທີ່ໄດ້ຮັບຈາກເຂື່ອນໄຟຟ້າດັ່ງກ່າວແມ່ນໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ຂອງເມືອງ ແລະ ບ້ານ ກໍຄືປະກອບສ່ວນເຂົ້າໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ. ສັງລວມແລ້ວແມ່ນໄດ້ຮັບຜົນປະໂຫຍດດ້ານໂຄງລ່າງພື້ນຖານ, ດ້ານພະລັງງານ, ດ້ານແສງສະຫວ່າງ, ການຈັດສັນບ້ານ, ຕັ້ງເຮືອນໃໝ່ໃຫ້ປະຊາຊົນທີ່ຖືກໂຄງການ ແລະການຈັດສັນ, ຟື້ນຟູອາຊີບໃຫ້ປະຊາຊົນເປັນຕົ້ນດ້ານພື້ນຖານໂຄງລ່າງລວມມີ: ເສັ້ນທາງ, ຂົວເຂົ້າຫາບ້ານ, ເຂົ້າຫາເຂດຜະລິດ, ລະບົບຕາຂ່າຍໄຟຟ້າ ແລະສະຖານີໂດຍມີລະບົບຕາຂ່າຍ 230 ກິໂລໂວນ, ຕາຄ່າຍ 115 ກິໂລໂວນ, 22 ກິໂລໂວນ ແລະ 0,4 ກິໂລໂວນ. ນອກນີ້ຍັງສະຖານີ 230 ກິໂລໂວນ ແລະສະຖານີ 115 ກິໂລໂວນ ຊຶ່ງສາມາດສະໜອງພະລັງງານເຂົ້າໃສ່ການພັດທະນາດ້ານອຸດສາຫະກຳບໍ່ແຮ່, ໂຮງງານຕ່າງໆ ແລະຢຸດການນຳເຂົ້າພະລັງງານຈາກ ສປ ຈີນ ແລະ ສສ ຫວຽດນາມ.

ພ້ອມນີ້, ໂຄງການ ຍັງໄດ້ຈັດສັນທີ່ດິນ ແລະປຸກສ້າງເຮືອນຢູ່ຖາວອນ ໃຫ້ປະຊາຊົນ ພາຍໃນບ້ານທີ່ໄດ້ຮັບຜົນກະທົບ 44 ບ້ານ, ຈຳນວນ 2.241 ຄອບຄົວ ກວມເອົາ 5 ເມືອງໃນທົ່ວແຂວງ. ໃນນີ້, ມີຜົນກະທົບໂຄງການເຂື່ອນນໍ້າອູ ໄລຍະທີ 1 (ເຂື່ອນນ້ຳອູ 5 ແລະ 6) ມີ 17 ບ້ານ 1.265 ຄອບຄົວ, ໂຄງການເຂື່ອນນໍ້າອູໄລຍະທີ 2 (ເຂື່ອນນໍ້າອູ 4 ແລະ 7) ມີ 27 ບ້ານ 976 ຄອບຄົວ ຊຶ່ງບໍລິສັດໄດ້ປະຕິບັດຕາມສັນຍາ ແລະ ໄດ້ປະກອບສ່ວນທຶນມະຫາສານໃນການຈັດສັນທີ່ຕັ້ງບ້ານໄປຢູ່ບ່ອນໃໝ່ ທີ່ມີຜັງບ້ານທີ່ສະດວກ ແລະ ສວຍງາມກວ່າຢູ່ບ່ອນເກົ່າ ແລະປຸກເຮືອນໃຫ້ແຕ່ລະຄອບຄົວຕາມແຕ່ລະລະດັບທີ່ມີຄວາມສະດວກ, ໄດ້ຊົດເຊີຍ, ເວນຄືນ ເຄື່ອງປູກຂອງຝັງ ແລະສິ່ງປຸກສ້າງໃຫ້ແກ່ປະຊາຊົນ, ພົນລະເມືອງຕາມນະໂຍບາຍຂອງພັກ-ລັດ ກໍຄືຂອງແຂວງວາງອອກ.

ໃນຂະນະດຽວກັນ, ບໍລິສັດຜະລິດໄຟຟ້າ ພະລັງງານນໍ້າ ນໍ້າອູຈໍາກັດ ຍັງຊ່ວຍຍາດແຍ່ງແຫລ່ງທຶນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຈາກ ສປ ຈີນ ມາຊ່ວຍພັດທະນາບັນດາບ້ານທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງບັນດາເຂື່ອນດັ່ງກ່າວ ເຊັ່ນ: ບຸກເບີກເຮັດນາຂັ້ນໄດ, ສະໜອງເບ້ຍໄມ້, ກໍ່ສ້າງສະໜາມຂີ້ເຫຍື້ອ, ປັບປຸງລະບົບນໍ້າລິນ-ນໍ້າສະອາດ ແລະປະກອບສ່ວນຊ່ວຍເຫລືອໃຫ້ການຈັດຕັ້ງພັກ-ລັດຢູ່ຂັ້ນແຂວງ, ຂັ້ນເມືອງ, ຂັ້ນບ້ານ ແລະຊ່ວຍເຫລືອສັງຄົມໃນດ້ານຕ່າງໆ ເປັນມູນຄ່າຫຼາຍສົມຄວນ.
ຂ່າວ: ຄ. ຄຳປະສິດ