ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ສ. ສິງກະໂປ ຢ່າງເປັນທາງການ

ໃນວັນທີ 27 ກັນຍາ 2022 ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງໄດ້ເດີນທາງເຖິງ ສາທາລະນະລັດ ສິງກະໂປ ເພື່ອດໍາເນີນການຢ້ຽມຢາມ ສ. ສິງກະໂປ ຢ່າງເປັນທາງການໃນວັນທີ 27-28 ກັນຍາ 2022 ເພື່ອຕອບສະໜອງຕາມຄໍາເຊື້ອເຊີນຂອງ ທ່ານ ລີ ຊຽນ ລຸງ, ນາຍົກລັດຖະມົນຕີ ແຫ່ງ ສ. ສິງກະໂປ.

ຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ແມ່ນເພື່ອຮັດແໜ້ນ ແລະເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະການຮ່ວມມືທີ່ດີງາມ ລະຫວ່າງ ລາວ-ສິງກະໂປ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໃນຕໍ່ໜ້າ. ໃນໄລຍະການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ຈະພົບປະສອງຝ່າຍກັບ ທ່ານ ນາຍົກລັດ ຖະມົນຕີ ລີ ຊຽນ ລຸງ ເພື່ອທົບທວນຄືນ ກ່ຽວກັບການພົວພັນຮ່ວມມືຂອງສອງປະເທດໃນໄລຍະຜ່ານມາ ແລະປຶກສາຫາລືກ່ຽວກັບທິດທາງແຜນການຮ່ວມມືໃນຕໍ່ໜ້າ. ພ້ອມດຽວກັນນັ້ນ, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງຈະເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ຮາລິມາ ຢາຄອບ, ປະທາ ນາທິບໍດີ ແຫ່ງ ສ. ສິງກະໂປ; ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ທາມັນ ຊັນມູກາຣັດນັນ, ລັດຖະມົນຕີ ອາວຸໂສ ທັງເປັນລັດຖະມົນຕີປະສານງານດ້ານນະໂຍບາຍສັງຄົມ ແຫ່ງ ສ. ສິງກະໂປ; ເຂົ້າຮ່ວມກອງປະຊຸມພົບປະພາກທຸລະກິດ ລາວ-ສິງກະໂປ ແລະຢ້ຽມຢາມໂຮງຮຽນວິຊາຊີບນັນຢາງໂພລີເທັກນິກຕື່ມອີກ.

ຂ່າວ-ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ