ປະທານຄະນະກວດກາສູນກາງພັກ ໃຫ້ທິດຊີ້ນໍາວຽກງານຢູ່ແຂວງຊຽງຂວາງ

ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຢູ່ແຂວງຊຽງຂວາງ ໃນລະຫວ່າງວັນທີ 26-28 ກັນຍາ 2022 ນີ້, ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ ແລະຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍຄະນະພັກ, ຄະນະນໍາ ພ້ອມດ້ວຍພະນັກງານຫລັກແຫລ່ງຂອງແຂວງຫລາຍບັນຫາສຳຄັນ ໂດຍມີ ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງຊຽງຂວາງ ພ້ອມດ້ວຍຄະນະ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ຄໍາພັນ ພົມມະທັດ ເນັ້ນໜັກກ່ຽວກັບການແກ້ໄຂບັນຫາເສດຖະກິດ-ການເງິນ ແມ່ນໃຫ້ເສີມຂະຫຍາຍຄວາມເປັນເຈົ້າການໃນການຄິດ ແລະ ພ້ອມກັນຕັດສິນໃຈເຮັດ, ສົ່ງເສີມຫົວຄິດປະດິດສ້າງໃນການປະຕິບັດກ້າເຮັດກ້າຮັບຜິດຊອບ, ເຊີດຊູຄວາມເສຍສະລະຂອງຜູ້ນຳພາ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ; ສຳລັບວຽກງານຕິດຕາມ, ກວດກາຕ້ອງເລັ່ງທວງຄຸນນະພາບການປະຕິບັດໜ້າທີ່ຂອງຜູ້ເຮັດວຽກງານກວດກາໃຫ້ຕິດພັນກັບເນື້ອໃນຈິດໃຈຂອງກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ IV ແລະ ເນື້ອໃນຈິດໃຈຄຳສັ່ງແນະນຳເລກທີ 169/ຄລສພ ຂອງຄະນະເລຂາທິການສູນກາງພັກໃນການເຄື່ອນໄຫວຕິດຕາມ, ກວດກາ ແລະ ການແກ້ໄຂຜົນຂອງການກວດກາ ໃຫ້ເປັນມາດຕະການຂອງການປະຕິບັດຕົວຈິງສຳຄັນທີ່ສຸດເປັນປັດໄຈຄໍ້າປະກັນໂດຍກົງຂອງການສ້າງການຫັນປ່ຽນແບບບຸກທະລຸຂອງການສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ການເຄື່ອນໄຫວກວດກາຈັດຕັ້ງປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດໃນສະພາບປັດຈຸບັນ ຕ້ອງຕິດພັນໂດຍກົງກັບການສະກັດກັ້ນ ແລະ ຕີຖອຍການສວຍໃຊ້ໜ້າທີ່ຕຳແໜ່ງເພື່ອຫາຜົນປະໂຫຍດ ແລະສໍ້ລາດບັງຫລວງໃນຖັນແຖວສະມາຊິກພັກ-ພະນັກງານ, ສະມາຊິກພັກ-ລັດຖະ ກອນ, ທະຫານ, ຕຳຫລວດ ແລະ ຫລຸດຜ່ອນຄວາມເສຍຫາຍດ້ານຊັບສິນຂອງລັດ ແລະລວມໝູ່, ປົກປ້ອງສິດຜົນປະໂຫຍດອັນຊອບທໍາ ຂອງປະຊາຊົນ ກໍຄື ຮັກສາບົດບາດອິດທິພົນຂອງພັກ; ຖືສໍາຄັນສຸມໃສ່ປັບປຸງກົນໄກປະສານງານການນໍາພາ-ຊີ້ນໍາການເຄື່ອນໄຫວວຽກງານກວດກາ, ການແກ້ໄຂຜົນການກວດກາຕາມຂັ້ນຄຸ້ມຄອງໂດຍຮັບປະກັນການປະສານສົມທົບຢ່າງແໜ້ນແຟ້ນກົມກຽວລະຫວ່າງການຊີ້ນຳຂອງຄະນະພັກແຕ່ລະຂັ້ນ ແລະການນຳພາ-ຊີ້ນຳຈາກຄະນະພັກຂັ້ນເທິງກໍຄືການຊີ້ນຳດ້ານວິຊາການ ແລະໃຊ້ສິດຕາມສາຍຕັ້ງຂອງຄະນະກວດກາພັກ ຫລືອົງການກວດກາລັດຕາມຄວາມຈຳເປັນ ແລະເໝາະສົມ.

ພ້ອມນີ້, ໃຫ້ເລັ່ງລັດແກ້ໄຂສະພາບການຂອງການດໍາເນີນກາານກວດກາໂດຍລວມຍັງຊັກຊ້າ ແລະຄຸມເຄືອ, ການຊີ້ນໍາແກ້ໄຂຜົນການກວດກາເປົ້າໝາຍກະທຳຜິດຍັງມີລັກສະນະແກ່ຍາວ ຂາດຜູ້ຮັບຜິດຊອບແກ້ໄຂຈະແຈ້ງເດັດຂາດ; ເອົາເອົາການຕິດຕາມ, ກວດກາເປັນເນື້ອໃນ ແລະ ແບບແຜນທີ່ຂາດບໍ່ໄດ້ຂອງການຈັດຕັ້ງ ແລະພະ ນັກງາານນຳພາຄຸ້ມຄອງແຕ່ລະຂັ້ນ, ຍົກລະດັບວຽກງານກວດກາໂດຍສະເພາະໃນການຕີຖອຍການສໍ້ລາດບັງຫລວງໃນຖັນແຖວພະນັກງານ-ສະມາຊິກພັກ-ລັດຖະກອນ, ທະຫານ, ຕຳຫລວດເປັນບ່ອນອີງທີ່ສຳຄັນ ແລະຂາດບໍ່ໄດ້ໃນການຕີລາຄາຄວາມຮູ້, ຄວາມສາມາດ ແລະຄວາມຮັບຜິດຊອບຂອງຜູ້ນຳພາ-ຄຸ້ມຄອງທັງເອົາບັນຫານີ້ຕິດພັນກັບເງື່ອນໄຂພິຈາລະນາສັບຊ້ອນຈັດວາງພະນັກງານສືບທອດເຂົ້າໃນຕຳແໜ່ງຈະເລື່ອນຊັ້ນເລື່ອນຕຳແໜ່ງໃຫ້ມີການປະເມີນຢ່າງລະອຽດຈະແຈ້ງ.

ໂອກາດດຽວກັນນີ້, ທ່ານ ຄໍາພັນ ພົມມະທັດ ພ້ອມຄະນະກໄດ້ໄປຢ້ຽມຢາມກຸ່ມຫັດຖະກຳຕໍ່ຫູກຢູ່ບ້ານຊຽງກ່ຽວເມືອງຄຳ, ຢ້ຽມຢາມກຸ່ມຜະລິດຄັນຄັນຮົ່ມເຈ້ຍ ແລະ ແຄນ ຢູ່ບ້ານມີໄຊ ເມືອງພູກູດ ແລະຢ້ຽມຢາມ ບໍລິສັດ ຫົງຊັບ ມາໂບ້ ຈຳກັດ ຢູ່ພູຂີ້ເລົ້າ ເມືອງແປກຕື່ມອີກ.
ຂ່າວ-ພາບ: ຕູ່ນາ ເລົ່າຖາວອນ