ຄະນະຜູ້ແທນຂັ້ນສູງແຂວງຈໍາປາສັກ ພົບປະການນໍາຂັ້ນສູງຂອງແຂວງກວ໋າງບິ່ງ

ໃນໂອກາດເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ບັນດາແຂວງພາກກາງ ສສ ຫວຽດນາມ ໃນວັນທີ 26 ກັນຍາ ທີ່ຜ່ານມາ, ຄະນະຜູ້ແທນຂັ້ນສູງ ແຂວງຈໍາປາສັກ ຊຶ່ງນໍາໂດຍສະຫາຍ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກເລຂາພັກແຂວງເຈົ້າແຂວງຈໍາປາສັກພ້ອມຄະນະກໍໄດ້ເຂົ້າພົບປະຢ້ຽມຢາມ ແລະເຮັດວຽກຮ່ວມກັບຄະນະຜູ້ແທນຂັ້ນສູງແຂວງກວ໋າງບິ່ງ ຊຶ່ງນໍາໂດຍສະຫາຍ ຫວູ໊ດ້າຍຖັງ ກໍາມະການສູນກາງພັກກອມມູນິດຫວຽດນາມເລຂາພັກແຂວງຫົວໜ້າຄະນະຜູ້ແທນສະມາຊິກສະພາແຫ່ງຊາດແຂວງກວ໋າງບິ່ງ ພ້ອມຄະນະ. ໂດຍມີ ສະຫາຍ ຫງວັຽນວັນຈຸງ ກົງສູນໃຫຍແຫ່ງ ສສ ຫວຽດນາມ ປະຈໍາ 4 ແຂວງພາກໃຕ້ລາວທີ່ປາກເຊໃຫ້ກຽດພາທາງ.

ໃນການພົບປະຄັ້ງນີ້ຕາງໜ້າຄະນະນໍາຂັ້ນສູງສອງຝ່າຍໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ, ແນວທາງປ້ອງກັນຊາດປ້ອງກັນຄວາມສະຫງົບ, ວຽກງານກໍ່ສ້າງພັກ, ອົງການປົກຄອງພ້ອມທັງຕີລາຄາຄືນຜົນການຮ່ວມມືລະຫວ່າງສອງແຂວງໃນໄລຍະຜ່ານມາ, ໜຶ່ງໃນນັ້ນແມ່ນການຮ່ວມມືປ້ອງກັນ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ໃນລະດັບທີ່ດີ.

ຜ່ານການແລກປ່ຽນຄວາມຄິດຄວາມເຫັນສອງຝ່າຍໄດ້ເອກະພາບກັນດັ່ງນີ້: 1. ຈັດຕັ້ງແລກປ່ຽນຄະນະຜູ້ແທນຂັ້ນສູງຂອງສອງແຂວງເພື່ອພົບປະຢ້ຽມຢາມເຊິ່ງກັນ ແລະກັນໃນທຸກໆສອງປີເພື່ອຕີລາຄາໝາກຜົນການຮ່ວມມືໃນໄລຍະຜ່ານມາ ແລະສືບຕໍ່ການພົວພັນຮວ່ມມືໃນຕໍ່ໜ້າ. ພ້ອມແລກປ່ຽນຄະນະຜູ້ແທນຂອງບັນດາອົງການຈັດຕັ້ງພັກ-ລັດ, ຂັ້ນແຂວງ ແລະ ທ້ອງຖິ່ນ ເພື່ອເພີ່ມທະວີສາຍພົວພັນການຮ່ວມມື ລະຫວ່າງສອງແຂວງໃຫ້ແໜ້ນແຟ້ນກວ່າເກົ່າ; 2. ດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ ສອງຝ່າຍເຫັນດີຊຸກຍູ້ສົ່ງເສີມ ແລະສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ນັກທຸລະກິດ ໄດ້ເຂົ້າມາລົງທຶນໃນທຸກຂະແໜງການເຊັ່ນ: ການຄ້າ, ການທ່ອງທ່ຽວ, ການບໍລິການ, ຄົມມະນາຄົມ-ຂົນສົ່ງ ແລະຂະແໜງການອື່ນໆທີ່ມີຄວາມເໝາະສົມຕາມທ່າແຮງ ແລະຄວາມອາດສາມາດຂອງແຕ່ລະຝ່າຍ. ແຂວງກວ໋າງບິ່ງ ຍິນດີຮັບເອົາພະນັກງານ ແລະນັກສຶກສາຈາກແຂວງຈໍາປາສັກຈໍານວນ 10 ທຶນ ໄປຍົກລະດັບວິຊາສະເພາະຢູ່ແຂວງຂອງຕົນ ແລະແຂວງຈໍາປາສັກ ກໍຍິນດີຮັບເອົາພະນັກງານ ແລະ ນັກສຶກສາຫວຽດນາມ ມາຮຽນພາສາລາວ 2 ທຶນຢູ່ແຂວງຈໍາປາສັກໃນແຕ່ລະປີ ໂດຍແຕ່ລະຝ່າຍຮັບຜິດຊອບທຶນການຮຽນ ແລະນະໂຍບາຍຕ່າງໆຕາມຄວາມເໝາະສົມ. ສອງຝ່າຍເຫັນດີສືບຕໍ່ຊ່ວຍເຫຼືອເຊິ່ງກັນ ແລະກັນໃນກໍລະນີເກີດມີໄພທໍາມະຊາດ ແລະການລະບາດຂອງພະຍາດຢູ່ບັນດາທ້ອງຖິ່ນຂອງແຕ່ລະຝ່າຍ; 3. ສອງຝ່າຍມອບໝາຍໃຫ້ພະແນກການຕ່າງປະທດຂອງຕົນເປັນພາກສ່ວນປະສານງານບັນດາເນື້ອໃນການພົວພັນຮ່ວມມື, ການແລກປ່ຽນຂໍ້ມູນຂ່າວສານ ແລະການພົວພັນວຽກງານການຕ່າງປະເທດ; ຈາກເນື້ອໃນທີ່ກ່າວມາ, ທັງສອງແຂວງຈະສົ່ງເສີມການຮ່ວມມື, ຜັນຂະຫຍາຍບັນດາຂົງເຂດທີ່ເຫັນວ່າມີຄວາມເໝາະສົມກັບຄວາມຮຽກຮ້ອງຕ້ອງການ ແລະຄວາມອາດສາມາດຂອງແຕ່ລະຝ່າຍ, ໃຫ້ມີເນື້ອໃນຊັດເຈນ ແລະມີປະສິດທິຜົນຢ່າງຕັ້ງໜ້າ; ກ່ຽວກັບແຜນການພົບປະຮ່ວມມືໃນຄັ້ງຕໍ່ໄປລະຫວ່າງສອງຝ່າຍຈະໄດ້ຈັດຂຶ້ນທີ່ນະຄອນປາກເຊ ແຂວງຈໍາປາສັກ ໃນປີ 2024.
(ຂ່າວ-ພາບ: ແຂວງຈຳປາສັກ)