ເຈົ້າຄອງ ນວ ພົບປະພະນັກງານຫຼັກແຫຼ່ງພະແນກກະສິກຳ ແລະປ່າໄມ້

ໃນວັນທີ 29 ກັນຍາ 2022 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ພ້ອມຄະນະເຄື່ອນໄຫວພົບປະພະນັກງານຫຼັກແຫຼ່ງ ສະມາຊິກພັກ ແລະຂະແໜງການພະແນກກະສິກໍາ ແລະປ່າໄມ້ ນວ ເພື່ອຊູກຍູ້ການຜະລິດກະສິກໍາປ່າໄມ້ ແລະພັດທະນາຊົນນະບົດໄລຍະ 9 ເດືອນ ແລະທິດທາງແຜນການ 3 ເດືອນ ປີ 2022 ຊຶ່ງທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນວ ໄດ້ລາຍງານໃຫ້ຮູ້ວ່າ:ໄລຍະຜ່ານມາຄະນະພັກຮາກຖານພະແນກກະສິກໍາ ແລະປ່າໄມ້ ນວ ໄດ້ສຸມໃສ່ຊີ້ນໍາພາຈັດຕັ້ງປະຕິບັດຮອບດ້ານສາມາດຕອບສະໜອງສະບຽງອາຫານ ແລະຜະລິດເປັນສິນຄ້າໄດ້ໂດຍພື້ນຖານໂຄງລ່າງການຜະລິດໄດ້ຮັບການປັບປຸງດີຂຶ້ນເປັນແຕ່ລະໄລຍະສະແດງອອກໃຫ້ເຫັນການສະໜອງສະບຽງອາຫານປະເພດເຂົ້າພືດຜັກໝາກໄມ້ ແລະສະໜອງທາດຊີ້ນໃຫ້ ນວ ປະຕິບັດໄດ້ໂດຍພື້ນຖານ ແລະມີສ່ວນແຮໄວ້ຈໍານວນໜຶ່ງການຜະລິດເປັນສິນຄ້າມີການສົ່ງອອກສິນຄ້າກະສິກໍາໄປຕ່າງປະເທດໄລຍະ 9 ເດືອນໄດ້ 47.720 ໂຕນ ລວມມູນຄ່າ 21.081.025 ໂດລາສະຫະລັດ ໃນນີ້ປະກອບມີເຂົ້າສານພືດຜະລິດຕະພັນພືດປະເພດໄມ້ແປ້ງມັນຕົ້ນ ແລະປະເພດເຄື່ອງປ່າຂອງດົງຈໍານວນໜຶ່ງ ພ້ອມນັ້ນການພັດທະນາຊົນນະບົດ ປັດຈຸບັນ ນວ ສ້າງຕັ້ງກຸ່ມການຜະລິດໄດ້ 139 ກຸ່ມ ສໍາເລັດການສ້າງຕັ້ງສະຫະກອນທັງໝົດ 7 ສະຫະກອນ ສໍາເລັດການຈັດກອງປະຊຸມທົບທວນຄືນດໍາລັດ 348/ລບ ແລະເຝິກອົບຮົມກາເດີນສໍາຫຼວດຂັ້ນ ນວ ຂັ້ນເມືອງ 18 ທ່ານ ເພື່ອສ້າງເປັນຄູເຝິກປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານການພັດທະນາຢູ່ 9 ເມືອງ ໄດ້ 215 ຄອບຄົວເທົ່າກັບ 1,04%.

ໂອກາດນີ້ທ່ານ ອາດສະພັງທອງ ສີພັນດອນ ໄດ້ມີຄໍາເຫັນໂອ້ລົມເພື່ອເປັນທິດນຳໃຫ້ຂະແໜງການພະແນກກະສິກໍາ ແລະປ່າໄມ້ ນວ ໄດ້ນໍາໄປຈັດຕັ້ງປະຕິບັດເຂົ້າໃນແຜນງານ ເຊິ່ງໄດ້ເນັ້ນໃຫ້ເອົາໃຈໃສ່ຕິດຕາມກວດກາ ແລະປະເມີນຄືນເປັນແຕ່ລະໄລຍະເປັນຕົ້ນ ວຽກງານປັບປຸງກໍ່ສ້າງພັກ-ພະນັກງານ ການພັດທະນາຊົນນະບົດ ການປະເມີນມາດຕະຖານພົ້ນທຸກ ແລະມາດຕະຖານການພັດທະນາການສົ່ງເສີມການຜະລິດກະສິກໍາສະອາດການທ່ອງທ່ຽວສວນກະສິກໍາການສ້າງຜະລິດຕະພັນສິນຄ້າກາໝາຍດ້ານກະສິກໍາຂອງ ນວ ແລະວຽກງານກອງທຶນແກ້ໄຂຄວາມທຸກຍາກກອງທຶນສົ່ງເສີມ SME ໃຫ້ແກ່ສະຫະກອນຜູ້ຜະລິດກະສິກໍາ.


ພາບ, ຂ່າວ:ຄົນພັດຖິ່ນ