ສສກ ແຈ້ງໃຫ້ຈັດກິດຈະກໍາສະຫຼອງວັນຄູແຫ່ງຊາດຈາລຶກບຸນຄຸນຜົນງານຄູທີ່ປະກອບສ່ວນພັດທະນາການສຶກສາ-ກິລາ

ຫ້ອງການ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ອອກແຈ້ງການ ເລກທີ 3760/ຫກ ລົງວັນທີ 30 ກັນຍາ 2022 ເຖິງຫົວໜ້າຫ້ອງການ, ກົມ, ສະຖາບັນ, ອົງການທຽບເທົ່າກົມ ແລະ ສູນ, ອະທິການບໍດີ ມະຫາວິທະຍາໄລ 4 ແຫ່ງ, ຫົວໜ້າພະແນກສຶກສາທິການ ແລະກິລາແຂວງ, ນະຄອນຫຼວງ; ຜູ້ອໍານວຍການ ສຳນັກພິມສຶກສາ ແລະກິລາ, ຫົວໜ້າຫ້ອງການກຳມາທິການສຶກສາສົງສູນກາງ, ປະທານສະມາຄົມການສຶກສາພາກເອກະຊົນ, ຜູ້ອຳນວຍການວິທະຍາໄລ ແລະ ໂຮງຮຽນ ທັງພາກລັດ ແລະເອກະຊົນໃນທົ່ວປະເທດ, ພໍ່ແມ່ ຜູ້ປົກຄອງ ແລະນັກຮຽນ-ນັກສຶກສາ ໃຫ້ມີການຈັດຕັ້ງສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 28 ປີ (7 ຕຸລາ 1994 - 7 ຕຸລາ 2022).

ໃນແຈ້ງການສະບັບດັ່ງກ່າວ, ໄດ້ລະບຸວ່າ: ເພື່ອເຮັດໃຫ້ການຈັດຕັ້ງສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 28 ປີ (7 ຕຸລາ 1994 - 7 ຕຸລາ 2022) ມີເນື້ອໃນ ແລະ ມີຄວາມໝາຍອັນເລິກເຊິ່ງເປັນການຈາລຶກເຖິງບຸນຄຸນ ແລະ ຜົນງານຂອງຄູທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາການສຶກສາ ແລະ ກິລາກໍຄືພັດທະນາຊັບພະຍາກອນມະນຸດຂອງຊາດ. ພ້ອມກັນນີ້, ກໍເພື່ອຮັບປະກັນເຮັດໃຫ້ການຈັດຕັ້ງສະເຫຼີມສະຫຼອງວັນຄູແຫ່ງຊາດ ໄປຕາມທິດປະຢັດມັດທະຍັດ, ເປັນການສຸມໃສ່ຈັດຕັ້ງປະຕິບັດການຮຽນການສອນ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19. ດັ່ງນັ້ນ, ກະຊວງສຶກສາທິການ ແລະ ກິລາ ຈຶ່ງອອກແຈ້ງການໃຫ້ຈັດຕັ້ງສະເຫຼີມສະຫຼອງວັນຄູແຫ່ງຊາດໃນຂັ້ນຂອງຕົນ ໂດຍເຊີນຄະນະນໍາຂອງຕົນ, ອົງການປົກຄອງທ້ອງຖິ່ນ, ຜູ້ປະກອບການ, ສະມາຄົມພໍ່ແມ່ຜູ້ປົກຄອງນັກຮຽນ-ນັກສຶກສາ, ຄະນະພັດທະນາການສຶກສາຂັ້ນບ້ານ, ຕົວແທນຜູ້ປົກຄອງ ແລະ ນັກຮຽນ-ນັກສຶກສາເຂົ້າຮ່ວມ ໂດຍມີຈຸດປະສົງເພື່ອເຊີດຊູກຽດ ແລະຄຸນງາມຄວາມດີຂອງຄູສ້າງຈິດສຳນຶກໃຫ້ສັງຄົມ, ພໍ່ແມ່ຜູ້ປົກຄອງ, ນັກຮຽນ-ນັກສຶກສາ ເຫັນໄດ້ຄວາມໝາຍສໍາຄັນຂອງຄູອາຈານ ແລະ ເອົາໃຈໃສ່ປະກອບສ່ວນຕໍ່ການສຶກສາ ແລະ ຄົ້ນຄວ້າຮໍ່າຮຽນຝຶກຝົນຫຼໍ່ຫຼອມໃຫ້ມີຄວາມຮູ້ຄວາມສາມາດ ແລະ ຄຸນສົມບັດ ສິນທຳປະຕິວັດ ກາຍເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບຂອງຊາດ; ຈັດຕັ້ງການຢ້ຽມຢາມອວຍພອນຄະນະນຳ, ຜູ້ບໍລິຫານການສຶກສາຕາມສຳນັກງານອົງການ ແລະອະດີດນັກວິຊາການ, ຄູອາວຸໂສບໍານານຕະຫຼອດຮອດຄູສອນໃນເຂດຫ່າງໄກສອກຫຼີກຕາມສະພາບເງື່ອນໄຂຕົວຈິງຂອງແຕ່ລະພາກສ່ວນ; ສ້າງຂະບວນການແຂ່ງຂັນຖາມ-ຕອບວິທະຍາສາດ,ກິດຈະກໍາກິລາເພື່ອສຸຂະພາບ ແລະແຂ່ງຂັນສິລະປະ-ວັນນະຄະດີ ທີ່ສະແດງໃຫ້ເຫັນເຖິງມູນເຊື້ອຂອງພັກປະຊາຊົນປະຕິວັດລາວໃນການພັດທະນາຊັບພະຍາກອນມະນຸດ ແລະການປະກອນສ່ວນຂອງຖັນແຖວຄູອາຈານຕໍ່ວຽກງານດັ່ງກ່າວ ຕາມເງື່ອນໄຂຕົວຈິງຂອງແຕ່ລະພາກສ່ວນ.

ສໍາລັບທ້ອງຖິ່ນໃດທີ່ມີຈໍານວນນັກຮຽນປະລະສູງ ແລະຜົນການຮຽນຕໍ່າໃຫ້ເອົາໃຈໃສ່ເປັນພິເສດໂດຍປະສານສົມທົບກັບອົງການປົກຄອງທ້ອງຖິ່ນ, ຄະນະພັດທະນາການສຶກສາແຕ່ລະຂັ້ນ, ຊຸມຊົນ ແລະສະມາຄົມພໍ່ແມ່ນັກຮຽນ ເປີດບັ້ນປຸກລະດົມຂົນຂວາຍ ແລະຈັດຕັ້ງການບໍາລຸງນັກຮຽນຕາມຈຸດພິເສດ ແລະຄວາມສອດຄ່ອງຂອງແຕ່ລະບ່ອນ.

ການສະເຫຼີມສະຫຼອງໃຫ້ຢູ່ບົນພື້ນຖານຈິດໃຈປະຢັດມັດທະຍັດ, ມີເນື້ອໃນ, ເປັນກິດຈະກໍາທີ່ເປັນຮູບປະທຳ ແລະສອດຄ່ອງກັບສະພາບດິນຟ້າອາກາດຂອງແຕ່ລະທ້ອງຖິ່ນ. ພາຍຫຼັງສຳເລັດໃຫ້ແຕ່ລະພາກສ່ວນລາຍງານສະພາບການຈັດຕັ້ງສະເຫຼີມສະຫຼອງວັນຄູແຫ່ງຊາດ (7 ຕຸລາ 2022) ມາຍັງກົມສ້າງຄູກະຊວງສຶກສາທິການ ແລະກິລາໂດຍຜ່ານການຈັດຕັ້ງແຕ່ລະຂັ້ນຂອງຕົນ.