ໂຮງຮຽນ ຄຳສາຍສຸລີໂຍສັກ ສະເຫລີມສະຫລອງວັນຄູແຫ່ງຊາດ

ໂຮງຮຽນ ຄຳສາຍສຸລີໂຍສັກ ໄດ້ຈັດພິທີສະເຫລີມສະຫລອງວັນຄູແຫ່ງຊາດລາວຄົບຮອບ 28 ປີ (7/10/1994-7/10/2022) ຂຶ້ນເມື່ອວັນທີ 6 ຕຸລານີ້, ໂດຍມີບັນດາຄູ-ອາຈານ,ນັກຮຽນພາຍໃນໂຮງຮຽນເຂົ້າຮ່ວມ. ໃນພິທີນອກຈາກໄດ້ມອບໃບຍ້ອງຍໍໃຫ້ຄູ-ອາຈານ, ໃບປະກາດສະນີຍະບັດໃຫ້ນັກຮຽນແລ້ວ, ຍັງມີການຫວນຄືນປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດລາວແລະມີການແຂ່ງຂັນກິລາຕີບານນຳອີກ.

ໃນການສະເຫຼີມສະຫຼອງວັນຄູແຫ່ງຊາດຄັ້ງນີ້,ໄດ້ຮັບຟັງການປາໄສໃຫ້ຮູ້ເຖິງປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດໂດຍສະເພາະແມ່ນປະຫວັດຂອງນາຍຄູຄຳ.ວັນຄູແຫ່ງຊາດແມ່ນເປັນວັນໜຶ່ງທີ່ມີຄວາມໝາຍຄວາມສຳຄັນໃນປະຫວັດສາດຂອງຊາດລາວເຮົາເພາະວ່າຄູບໍ່ພຽງແຕ່ສິດສອນ ແລະປະກອບສ່ວນເຂົ້າໃນວຽກງານການສຶກສາເທົ່ານັ້ນ, ຄູຍັງໄດ້ປະກອບສ່ວນເຂົ້າໃນພາລະກິດແຫ່ງການຕໍ່ສູ້ເພື່ອຄວາມເປັນເອກກະລາດ ແລະຄວາມວັດທະນະຖາວອນຂອງປະເທດຊາດເປັນກຳລັງແຮງອັນສຳຄັນໃນການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ. ສະນັ້ນພັກ-ລັດຈຶ່ງໄດ້ຕົກລົງກຳນົດເອົາວັນທີ7 ຕຸລາຂອງທຸກໆປີເປັນວັນຄູແຫ່ງຊາດ.

ຈາກນັ້ນ, ກໍໄດ້ມອບຂອງຂວັນໃຫ້ກັບພະນັກງານບຳນານ, ການນໍາ ແລະມອບໃບຍ້ອງຍໍໃຫ້ບັນດາພະນັກງານຄູ-ອາຈານ ພາຍໃນໂຮງຮຽນຜູ້ທີ່ມີຜົນງານດີເດັ່ນໃນຕະຫຼອດໄລຍະຜ່ານມາໃນການປະກອບສ່ວນເຂົ້າໃນວຽກງານການສຶກສາຕື່ມອີກ.