ສະຫວັນນະເຂດ ທໍາລາຍຢາເສບຕິດຈຳນວນຫລວງຫລາຍ

ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດໃຫ້ຮູ້ວ່າ: ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຈັດພິທີທໍາລາຍຢາເສບຕິດເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ21ປີ,ໃນວັນທີ12 ຕຸລາ2001 ຫາ 12ຕຸລາ2022 ຊຶ່ງຢາເສບຕິດທີ່ນໍາມາທຳລາຍໃນຄັ້ງນີ້ແມ່ນຂອງກາງຄະດີຢາເສບຕິດທີ່ສານຕັດສິນໃຊ້ໄດ້ເດັດຂາດແລ້ວ ມີຢາບ້າ 264.395 ເມັດ, ນໍ້າໜັກ 26.067.447 ກຣາມ, ຢາໄອສ໌ 14.805 ກຣາມ, ຢາອີ 2.433 ກຣາມ, ກັນຊາແຫ້ງ442 ແທ່ງ, ນໍ້າໜັກ 433,814 ກຣາມ.

ທ່ານ ນາງ ຫລິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ທັງເປັນປະທານກະກຽມສະເຫລີມສະຫລອງວັນແຫ່ງຊາດຕ້ານຢາເສບຕິດໄດ້ໃຫ້ຮູ້ວ່າ: ໃນ 1 ປີ ຜ່ານມາ,ເຈົ້າໜ້າທີ່ ປກສ ແຂວງ ໄດ້ມ້າງຄະດີຈັບກຸມຜູ້ກະທໍາຜິດ ແລະ ກັກຕົວບັນດາຫົວໂປ່ໂຕການ ຄ້າຂາຍຢາເສບຕິດລາຍໃຫຍ່ຈຳນວນໜຶ່ງມາດຳເນີນຄະດີຕາມກົດໝາຍເຊິ່ງມີຄະດີເກີດຂຶ້ນ ທັງໝົດ 393 ລາຍ, ຜູ້ຖືກຫາ 594 ຄົນ, ຍິງ 53 ຄົນ,ຊາວຕ່າງປະເທດ 8 ຄົນ,ຍິງ 0 ຄົນ ແລະ ຢຶດຂອງກາງຄະດີປະເພດຢາບ້າໄດ້ ຈຳນວນ 2.600.277 ເມັດ, ຢາໄອສ໌1.300 ກຣາມ.ກັນຊາແຫ້ງ 490 ກິໂລ,ຢາເຄ0,1148 ກຣາມ,ຢາອີ148 ເມັດ,ເຮໂລອິນ 1ແທ່ງ ແລະ ໄດ້ຍຶດສັບສິນປະເພດອື່ນໆເຊັ່ນ: ພາຫະນະ,ສິ່ງປຸກສ້າງ, ອາວຸດແລະວັດຖຸມີຄ່າເປັນຈຳນວນຫລວງຫລາຍ.

ໂອກາດນີ້,ນາງ ຫລິງທອງ ແສງຕາວັນ ໄດ້ກ່າວວ່າ: ການຈັດພິທີທໍາລາຍຢາເສບຕິດເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 21 ປີ ເປັນການສະແດງເຖິງເຈດຈໍານົງ ແລະ ການຮ່ວມມືຂອງສັງຄົມ ທີ່ພ້ອມຈິດພ້ອມໃຈໃນການຕໍ່ຕ້ານກັບບັນຫາຢາເສບຕິດ ເຊິ່ງເປັນໄພຮຸກຮານເຖິງການພັດທະນາເສດຖະກິດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະຄວາມໝັ້ນຄົງຂອງຊາດ.ຍ້ອນແນວນັ້ນ, ໃນໄລຍະຜ່ານມາ ກໍຄື ປັດຈຸບັນ ພັກ ແລະ ລັດຖະບານ ຈຶ່ງໄດ້ຖືເອົາການຄວບຄຸມ,ສະກັດກັ້ນ, ຕ້ານ ແລະແກ້ໄຂບັນຫາຢາເສບຕິດເປັນໜ້າທີ່ສໍາຄັນ ແລະໄດ້ນໍາພາ-ຊີ້ນໍາການຈັດຕັ້ງທີ່ກ່ຽວຂ້ອງປະຕິ ບັດວຽກງານຢ່າງຕັ້ງໜ້າ ແລະຈິງຈັງຕະຫລອດມາ.ພ້ອມທັງໄດ້ເອົາໃຈໃສ່ສຶກສາອົບຮົມທຸກຊັ້ນຄົນໃນສັງຄົມເປັນ ຕົ້ນແມ່ນ ຊາວໜຸ່ມ,ເຍົາວະຊົນຜູ້ທີ່ເປັນໜໍ່ແໜງຂອງຊາດໄດ້ຮັບຮູ້ ແລະເຂົ້າໃຈຢ່າງຖືກຕ້ອງກ່ຽວກັບພິດໄພ ແລະຜົນຮ້າຍຂອງຢາເສບຕິດ.