ເຜີຍຕົ້ນທຶນຊຳຊຸງ ກາແລັກຊີ S10+ ຢູ່ປະມານ 420 ໂດລາ

ເປີດໂຕໄດ້ດີສຳລັບເຮືອທຸງໃນ 6 ເດືອນຕົ້ນປີຂອງ (Samsung Galaxy S10  ແລະSamsung Galaxy S10 Plus) ຫຼ້າ ສຸດມີນັກວິເຄາະສາຍເຕັກໂນໂລຊີຕ່າງປະເທດໄດ້ເຮັດການເປີດເຜີຍ ລາຍງານຕົວເລກການຄຳນວນ ລາຍການວັດສະດຸ ແລະສ່ວນປະ ກອບ (BOM) ຂອງ Galaxy S10 Plus ອອກມາ.

ໂດຍລະບຸວ່າຕົ້ນທຶນການຜະ ລິດຂອງ Galaxy S10 Plus ນັ້ນຢູ່ທີ່ 420 ໂດລາສະຫະລັດ ຊຶ່ງຄິດເປັນ 42 % ຂອງລາຄາວາງຈຳໜ່າຍທີ່ 999 ໂດລາຢ່າງໃດກໍຕາມຕົວເລກນີ້ຍັງບໍ່ລວມຄ່າພັດ ທະນາວິໄຈ, ຄ່າຈັດສົ່ງ, ຄ່າແຮງ ງານ ແລະຄ່າໂຄສະນາສື່ແຕ່ກໍຄາດກັນວ່າ Samsung ໄດ້ກຳ ໄລຢູ່ທີ່ປະມານ  50% ຕໍ່ເຄື່ອງທັງ ນີ້ນັກວິເຄາະສາຍທີ່ໄດ້ຕີແຜ່ຕົວ ເລກຕົ້ນທຶນຂອງສ່ວນປະກອບໃນ Galaxy S10 Plus ໄວ້ດັ່ງນີ້:

ໜ້າຈໍ Infinity-O ຂະໜາດ 6,4 ນິ້ວທີ່ມີເຊນເຊີສະແກນນິ້ວ ບົນໜ້າຈໍດ້ວຍຄື້ນ Ultrasonic ຊຶ່ງມີຕົ້ນທຶນຢູ່ທີ່ 86,5 ໂດລາສະຫະລັດສ່ວນປະກອບຊິບເຊັຕຊີພີ ຢູExynos 9820 ຕົ້ນທຶນປະມານ 70,50 ໂດລາສ່ວນປະ ກອບໂມດູລກ້ອງຕົ້ນທຶນ 56,5 ໂດລາ.

ນສພ ເສດຖະກິດ-ສັງຄົມ