ອັນຕະລາຍ ຈາກການກິນຊີ້ນສຸກ ຫຼາຍເກີນໄປ

ການກິນຊີ້ນສຸກໂດຍສະເພາະຜູ້ທີ່ມັກກິນຊີ້ນສຸກຫຼາຍເກີນໄປຈະເພີ່ມຄວາມສ່ຽງເຮັດໃຫ້ເປັນພະຍາດມະເຮັງກະເພາະອາຫານຫຼາຍຂຶ້ນຍ້ອນວ່າ: ການຈືນ, ປີ້ງ ຫຼື ເຜົາຈົນໄໝ້ເຮັດໃຫ້ເກີດສານເຄມີທີ່ເປັນສາເຫດຂອງມະເຮັງຂຶ້ນມະຫາວິທະຍາໄລເທັກຊັສ ໄດ້ວິໃຈພົບວ່າ: ຜູ້ທີ່ກິນຊີ້ນຜ່ານການປຸງແຕ່ງໃຫ້ສຸກຫຼາຍເກີນໄປຈະສ່ຽງເປັນພະຍາດມະເຮັງກະເພາະອາຫານຫຼາຍກວ່າຜູ້ທີ່ກິນຊີ້ນສຸກແຕ່ທາງນອກທາງໃນຍັງແດງຢູ່ເຊິ່ງຄວາມສ່ຽງນີ້ສູງເຖິງ 2 ເທົ່າໂດຍສະເພາະຜູ້ທີ່ມັກກິນສະເຕັກ, ໝູເຄັມຫຼືເຜົາອົບຊຶ່ງ ເຮັດໃຫ້ຊີ້ນງົວ ຫຼື ຊີ້ນແບ້ອ່າວດໍາ ຫຼື ສຸກເກີນໄປຈະມີ ຄວາມສ່ຽງຫຼາຍທີ່ສຸດລວມທັງຊີ້ນປາຈືນ ແລະ ໄກ່ຈືນສຸກໆກອບໆກໍ່ສ່ຽງເປັນພະຍາດມະເຮັງຄື ກັນ.

ໂດຍສານເຄມີເຮັດໃຫ້ມີພະຍາດມະເຮັງໄດ້ມີທັງໝົດ 3 ຊະນິດໃຫຍ່ໆເຊິ່ງສາມາດເອີ້ນລວມກັນໄດ້ວ່າ: ສານປະກອບເຮເທີໂຣໄທລິກຊຶ່ງມັນຈະເພີ່ມຄວາມສ່ຽງໃຫ້ເປັນມະເຮັງຫຼາຍຂຶ້ນເຖິງ 2 ເທົ່າເຄິ່ງ. ນອກນັ້ນ, ການກິນອາຫານສຸກໆດິບໆທີ່ມີສີແດງນັ້ນ, ກໍ່ສາມາດເຮັດໃຫ້ເປັນພະຍາດອາຫານເປັນພິດໄດ້ຄືກັນ. ດັ່ງນັ້ນ, ທ່ານຄວນຫັນມາກິນອາຫານທີ່ຜ່ານການປຸງແຕ່ງທີ່ສຸກພໍດີກິນພ້ອມທັງກິນຜັກ ແລະ   

ຮຽບຮຽງໂດຍ: ຟ້າ