ມອບ-ຮັບ ໜ້າທີ່ອໍານວຍການລັດວິສາຫະກິດນໍ້າປະປາຜູ້ເກົ່າ ແລະຜູ້ໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງ ທ່ານ ບຸນເຫຼືອ ສີລິພັນ ອໍານວຍການລັດວິສາຫະກິດນໍ້າປະປາ ແຂວງເຊກອງ (ຜູ້ເກົ່າ) ແລະທ່ານ ສຸລະພົນ ໝື່ນວິເສດ ອໍານວຍການລັດວິສາຫະກິດນໍ້າປະປາແຂວງເຊກອງ (ຜູ້ໃໝ່) ຈັດຂຶ້ນໃນວັນທີ 18 ກັນຍາ 2022 ທີ່ພະແນກໂຍທາທິການ ແລະຂົນສົ່ງແຂວງ ໂດຍມີທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ, ທ່ານ ບຸນຫຼາຍ ບຸດທິ ຫົວໜ້າຄະນະຈັດຕັ້ງແຂວງ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ໄດ້ມີຄຳເຫັນໂອ້ລົມໂດຍໄດ້ສະແດງຄວາມຊົມເຊີຍຕໍ່ອໍານວຍການລັດວິສາຫະກິດນໍ້າປະປາແຂວງຜູ້ເກົ່າ ພ້ອມດ້ວຍໝູ່ຄະນະທີ່ໄດ້ທຸ່ມເທເຫື່ອແຮງ, ສະຕິປັນຍາ, ຄວາມຮູ້ຄວາມສາມາດເຂົ້າໃນການນໍາພາ, ບັນຊາປະຕິບັດໜ້າທີ່ວຽກງານ, ຜ່ານຜ່າຄວາມຫຍຸ້ງຍາກຢູ່ໃນຂົງເຂດວຽກງານຂອງຕົນຮັບຜິດຊອບ ກໍຄືໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດກໍຄືແຂວງເຊກອງເວົ້າລວມ, ເວົ້າສະເພາະແມ່ນການປະຕິບັດຕາມສິດ ແລະໜ້າທີ່ທີ່ການຈັດຕັ້ງມອບໝາຍໃຫ້ໃນແຕ່ລະໄລຍະຈົນສຳເລັດຜົນຢ່າງຈົບງາມຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນຜົນງານລວມຂອງລັດວິສາຫະກິດນໍ້າປະປາແຂວງເຊກອງ.

ພ້ອມນັ້ນ, ທ່ານຮອງເຈົ້າແຂວງຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜູ້ທີ່ໄດ້ຮັບໜ້າທີ່ໃໝ່, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າທ່ານທີ່ໄປຮັບໜ້າທີ່ໃໝ່ຈະສືບຕໍ່ເສີມຂະຫຍາຍບົດຮຽນການນໍາພາ, ການບັນຊາຮ່ວມກັບໝູ່ຄະນະຕະຫຼອດໄລຍະຜ່ານມາຢູ່ແຕ່ລະຂະແໜງການເພື່ອນໍາໄປໝູນໃຊ້ເຂົ້າໃນການຄຸ້ມຄອງ, ບັນຊາ, ນໍາພາວຽກງານໃນກົມກອງໃຫ້ນັບມື້ນັບດີຂຶ້ນ.
ຂ່າວ-ພາບ: ສັນຍາ