ອົງການກາແດງລາວ ເລີ່ມມອບເງິນຊ່ວຍເຫຼືອໃຫ້ຜູ້ປະສົບໄພນ້ຳຖ້ວມຢູ່ 3 ແຂວງພາກເໜືອ

ອົງການກາແດງແຫ່ງຊາດລາວໄດ້ນຳໃຊ້ເງິນໄປຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ 3 ແຂວງພາກເໜືອຄື: ອຸດົມໄຊ, ຜົ້ງສາລີ ແລະຫົວພັນ ໂດຍໄດ້ຮັບການສະໜັບສະໜູນຈາກສະຫະພັນກາແດງ ແລະຊີກວົງເດືອນແດງສາກົນ.

ໃນໄລຍະຜ່ານມາໂຄງການດັ່ງກ່າວນີ້ໄດ້ຊ່ວຍເຫຼືອປະຊາຊົນໃນ 3 ແຂວງຄື: ໄຊຍະບູລີ, ສາລະວັນ ແລະ ຈຳປາສັກ ທີ່ໄດ້ຮັບຜົນກະທົບຈາກພະຍຸມູຫລາຫລາຍກວ່າ 3.000 ຄອບຄົວ ເຊິ່ງຊ່ວຍເຫຼືອເປັນວັດຖຸສິ່ງຂອງ, ເຄື່ອງໃຊ້ໃນຄົວເຮືອນ, ສຸຂະອະນະໄມ ແລະ ອື່ນໆໄດ້ຈັດຕັ້ງປະຕິບັດສຳເລັດແລ້ວ, ສະເພາະ 3 ແຂວງພາກເໜືອ ຈະໃຫ້ການຊ່ວຍເຫຼືອເງິນສົດມີ 1.275 ຄອບຄົວ, 61 ບ້ານ, 9 ເມືອງ, ຈະໄດ້ຮັບເງິນສົດຄອບຄົວລະ 2.500.000 ກີບ ຕໍ່ຄອບຄົວ ລວມມູນຄ່າການຊ່ວຍທັງຫມົດໃນ 6 ແຂວງຊຸດທີ່ຫນຶ່ງ ແລະຊຸດທີສອງເປັນມູນຄ່າ 7.502.400.000 ກີບ.

ໃນວັນທີ 24 ຕຸລາ 2022 ຢູ່ທີ່ຫ້ອງວ່າກາແຂວງອຸດົມໄຊໄດ້ກອງປຶກສາຫາລືເພື່ອມອບຮັບເງິນຊ່ວຍເຫຼືອໃຫ້ແກ່ຄອບຄົວຜູ້ປະສົບໄພນໍ້າຖ້ວມຈາກພາຍຸມາອອນໃຫ້ໃຫ້ແກ່ປະຊາຊົນ 3 ແຂວງພາກເໜືອ ຄືແຂວງອຸດົມໄຊ, ຜົ້ງສາລີ, ຫົວພັນ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ, ມີທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດ, ທ່ານ ນາງ ອີລານໍຣ໌ ລາມ ຜູ້ປະສານງານແຜນງານ ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ປະຈຳບາງກອກ ປະເທດໄທ, ມີຫົວພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ພູທອນ ເມືອງປາກ ໄດ້ກ່າວວ່າ: ການຊ່ວຍເຫຼືອຄັ້ງນີ້ແມ່ນມີຄວາມສຳຄັນຫຼາຍເພື່ອໃຫ້ປະຊາຊົນນຳເງິນຈຳນວນດັ່ງກ່າວໄປຊື້ ແລກປ່ຽນວັດຖຸສິ່ງຂອງມາຮັບໃຊ້ຄອບຄົວຕາມຄວາມຕ້ອງການ ເພື່ອແນ່ໃສ່ເຮັດໃຫ້ຊິວິດການເປັນຢູ່ຂອງເຂົາເຈົ້າດີຂຶ້ນ.

ທ່ານ ບຸນຄົງ ຫຼ້າຈຽມພອນ ໄດ້ລາຍງານກ່ຽວກັບສະພາບຜົນເສຍຫາຍຈາກໄພນໍ້າຖ້ວມຢູ່ແຂວງອຸດົມໄຊໃນໄລຍະຜ່ານມາ ໂດຍສະເພາະແມ່ນ ເດືອນສິງຫາ ທີ່ໄດ້ເກີດມີຝົນຕົກໜັກຕິດຕໍ່ກັນຫຼາຍວັນເຮັດໃຫ້ນໍ້າຖ້ວມ, ນໍ້າປ່າໄຫຼຊຸ ເຂົ້າເຮືອນຊານບ້ານຊ່ອງ ໄຮ່ນາຮົ້ວສວນຂອງປະຊາຊົນ, ໄຟຟ້າ, ນໍ້າປະປາຖະໜົນຖົນທາງ ແລະ ລະບົບຄົມມະນາຄົມຫຼາຍຈຸດຖຶກຕັດຂາດ, ຂະແໜງອຸດສາຫະກຳ ບັນດາຮ້ານຄ້າ ແລະອື່ນໆ ທົ່ວແຂວງເສຍຫາຍເປັນມູນຄ່າ 272 ຕື້ກີບ, ມາຮອດປັດຈຸບັນແມ່ນສາມາດຟື້ນຟູໂຄລ່າງພື້ນຖານ ໂດຍສະເພາະນໍ້າລິນ, ຖະໜົນຫົນທາງ, ປຸກສ້າງເຮືອນຢູ່ຊົ່ວຄາວໃຫ້ປະຊາຊົນທີ່ບໍ່ມີບ່ອນຢູ່ ໃຫ້ເຂົາເຈົ້າມາສາດໃຊ້ຊີວິດໄດ້ປົກກະຕິ ແລະ ຍັງໄດ້ສືບຕໍ່ຊ່ວຍເຫຼືອຟື້ນຟູໄລຍະຍາວຕື່ມອີກ.

ສຳລັບແຂວງອຸດົມໄຊການມອບເງີນແມ່ນຈະໄດ້ເລີ່ມໃນວັນທີ 25 ຕຸລາ 2022 ໂດຍຈະເລີ່ມຈາກເມືອງໄຊ ກ່ອນຈະໄປເມືອງນາຫມໍ້ ແລະເມືອງຫຼາ ເມື່ອສຳເລັດໃນແຂວງອຸດົມໄຊແລ້ວ, ທິມງານອົງການກາແດງແຫ່ງຊາດລາວຈະໄດ້ສືບຕໍ່ມອບໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຢູ່ແຂວງຜົ້ງສາລີ ແລະແຂວງຫົວພັນ ຄາດວ່າຈະໃຫ້ສຳເລັດກ່ອນວັນທີ 4 ພະຈິກ 2022.
ຂ່າວ: ອົງການກາແດງແຫ່ງຊາດ