ຝຶກອົບຮົມ ວຽກງານລະບົບຫ້ອງການທັນສະໄໝ

ໃນວັນທີ 26 ຕຸລາ 2022 ທີ່ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານລະບົບຫ້ອງການທັນສະໄໝ E-Office, G-Chat, E-mail, Video Conference ໃຫ້ແກ່ພະນັກງານອົງການໄອຍະການປະຊາຊົນພາຍໃນນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ບຸນທັນ ບຸນທະວີໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ທ່ານ ນາງ ສາຍຄິດ ວິສີສົມບັດ ຮອງຫົວໜ້າກົມຮ່ວມມືສາກົນ ກະຊວງຍຸຕິທໍາ ຮອງຫົວໜ້າຄະນະຄຸ້ມຄອງໂຄງການ ໃຫ້ການບໍລິການທາງດ້ານກົດໝາຍ ແລະ ການເສີມຂະຫຍາຍຂີດຄວາມສາມາດ ໃຫ້ສູນຝຶກອົບຮົມ ແລະ ສະຖາບັນຝຶກອົບຮົມທາງດ້ານກົດໝາຍ ຢູ່ ສປປ ລາວ, ມີບັນດາພະນັກງານງານຈາກ ອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນພາກກາງນະຄອນຫຼວງວຽງຈັນ, ເຂດ, ເຂົ້າຮ່ວມ .

ຊຶ່ງຈຸດປະສົງຂອງການສຳມະນາໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ ການຫັນເປັນລະບົບບໍລິຫານລັດຖະບານດິຈິຕອນ ເພີ່ມຂິດຄວາມສາມາດໃຫ້ແກ່ພະນັກງານລັດຖະກອນຕາມທິດຂອງໂຄງການລັດຖະບານ, ນໍາເອົາການບໍລິການຂອງລັດ ໄປສູ່ປະຊາຊົນ ໂດຍນໍາໃຊ້ເອເລັກໂຕຣນິກເປັນການສື່ສານໃນການໃຫ້ບໍລິການ ເຮັດໃຫ້ວຽກງານມີປະສິດທິຜົນສູງ, ມີຄວາມສະດວກ, ວ່ອງໄວ, ປອດໄພ, ໂປ່ງໃສ ແລະ ປະຢັດ ທັງນີ້ກໍເພື່ອເຮັດໃຫ້ພະນັກງານ-ລັດຖະກອນ ຂອງອົງການໄອຍະການປະຊາຊົນ​ ພາຍໃນນະຄອນຫຼວງວຽງຈັນ ໃຫ້ສາມາດຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ລະບົບຫ້ອງການທັນສະໄໝ E-Office, G-Chat, E-mail, Video Conference ຮູບແບບ ແລະ ວິທີການນໍາໃຊ້ ໃຫ້ແກ່ການເຄື່ອນໄຫວຈັດຕັ້ງປະຕິບັດແຜນພັດທະນາວຽກງານອົງການໄອຍະການປະຊາຊົນຫັນເປັນທັນສະໄໝໃນອານາຄົດ ແລະ ເປັນການຈັດຕັ້ງປະຕິບັດ ຫັນເປັນລັດຖະບານດິຈິຕອນນຳອີກດ້ວຍ.

ໃນໂອກາດດັ່ງກ່າວ, ທ່ານ ບຸນທັນ ບຸນທະວີໄລ ກໍໄດ້ມີຄໍາເຫັນ ຕໍ່ນັກສໍາມະກອນທີ່ເຂົ້າຮ່ວມສຳມະນາໃນຄັ້ງນີ້ພ້ອມກັນເອົາໃຈໃສ່ຢ່າງຕັ້ງໜ້າໃນການແລກປ່ຽນບົດຮຽນນຳຄູ-ອາຈານ ແລະ ຜູ້ເຂົ້າຮ່ວມດ້ວຍກັນ, ເພື່ອນໍາເອົາຄວາມຮູ້ດັ່ງກ່າວໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານທີ່ຕົນຮັບຜິດຊອບ ເວົ້າລວມ, ເວົ້າສະເພາະຢູ່ໃນກົມກອງຂອງຕົນໃຫ້ສາມາດນໍາໃຊ້ເອເລັກໂຕຣນິກເປັນການສື່ສານໃນການໃຫ້ບໍລິການເຂົ້າໃນຂົງເຂດວຽກງານໄອຍະການປະຊາຊົນ ໄດ້ຢ່າງມີຜົນປະໂຫຍດ ແລະປະສິດທິຜົນສູງສຸດພ້ອມທັງສາມາດນໍາໄປຈັດຕັ້ງຜັນຂະຫຍາຍທົ່ວອົງການໄອຍະການປະຊາຊົນທັງສູນກາງແລະທ້ອງຖີ່ນຫັນປ່ຽນເຂົ້າສູ່ລະບົບອົງການໄອຍະການປະຊາຊົນທີ່ທັນສະໄໝເທື່ອລະກ້າວ.
ຂ່າວ: ນ້ອຍມີນາ