ແຂວງອັດຕະປື ແລະແຂວງຢາລາຍ ສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍ

ວັນທີ 26 ຕຸລາ 2022,ທີ່ແຂວງຢາລາຍ ສສ ຫວຽດນາມ, ສະຫາຍ ເລັດ ໄຊຍະພອນ ກໍາມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງອັດຕະປືໄດ້ນຳພາຄະນະຜູ້ແທນ ແຂວງອັດຕະປື​ ສປປ​ ລາວ​ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຢາລາຍ,​ເພື່ອສືບຕໍ່ ແລະເພີ່ມທະວີການຮ່ວມມືສອງຝ່າຍ, ໂດຍການຕ້ອນຮັບຂອງສະຫາຍ ໂຮ​່ ວັນ​ ນຽນ​ ກໍາມະການສູນກາງພັກ​ ເລຂາພັກແຂວງ​ປະທານສະພາປະຊາຊົນແຂວງຢາລາຍພ້ອມດ້ວຍຄະນະຜູ້ແທນຂອງແຂວງຢາລາຍໃຫ້ການຕ້ອນຮັບ.

ໃນການຢ້ຽມຢາມແຂວງຢາລາຍ​ຂອງຄະນະຜູ້ແທນແຂວງອັດຕະປືເທື່ອນີ້,ກໍ່ໄດ້ມີການພົບປະສອງຝ່າຍ ເພື່ອຕີລາຄາຄືນໝາກຜົນການຮ່ວມມືໄລຍະປີຜ່ານມາ,ສຳລັບການພົວພັນ ລະຫວ່າງ ແຂວງອັດຕະປື ກັບ ແຂວງຢາລາຍ ຜ່ານມາໄດ້ມີການຢ້ຽມຢາມ ແລະອວຍພອນວັນບຸນປີໃໝ່ແຕ່ຍັງບໍ່ທັນມີການຢ້ຽມຢາມຢ່າງເປັນທາງການ. ເຊິ່ງໃນປີນີ້ເປັນປີສາມັກ ຄີ,ມິດຕະພາບ​ ລາວ-ຫວຽດນາມ​ ດັ່ງນັ້ນຄະນະນໍາ ແຂວງອັດຕະປື ຈຶ່ງໄດ້ມາຢ້ຽມຢາມ,ພົບປະແລກປ່ຽນການພັດທະນາເສດຖະກິດ​-ສັງ​ຄົມ ກໍ່ເພື່ອເປັນການເພີ່ມທະວີຮັດແໜ້ນຄວາມສາມັກຄີການພົວພັນ ແລະ ເປັນພື້ນຖານໃຫ້ແກ່ການຮ່ວມມືໄປສູ່ລະດັບໃໝ່ໃນຫຼາຍຂົງເຂດ,ຂະແໜງການ ໂດຍສະເພາະ ໃນຂົງເຂດການສຶກສາ,ກະສິກໍາ,ການຄ້າ ແລະການລົງທຶນ .

ໃນກອງປະຊຸມພົບປະທັງສອງ ແຂວງອັດຕະປື ແລະ ແຂວງຢາລາຍ ກໍ່ໄດ້ລາຍງານສະພາບການພັດທະນເສດຖະກິດ- ສັງ​ຄົມ ຂອງແຂວງໃຫ້ກັນຊາບ ແລະ ໄດ້ມີການປຶກສາຫາລື ຄົ້ນຄວ້າ ເພື່ອກຳນົດທິດທາງການຮ່ວມມື ໃນຕໍ່ໜ້າ,ໂດຍສະເພາະ ໃນໄລຍະຕໍ່ໄປທັງສອງແຂວງ ອັດຕະປື ແລະແຂວງ​ຢາລາຍ ຈະໄດ້ເພີ່ມທະວີການຮ່ວມມື ໄປມາຢ້ຽມຢາມກັນເປັນປົກກະຕິ,ພ້ອມໃຫ້ແຕ່ລະພະແນກການ,ຂະແໜງການຂອງສອງແຂວງ ມີການພົບປະແລກປ່ຽນ, ຖອດຖອນບົດຮຽນນໍາກັນເພື່ອກ້າວໄປເຖິງການເຊັນບົດບັນທຶກຮ່ວມມືນຳກັນໃນຕໍ່ໜ້າ.

ສະຫາຍ​ ເລັດ​ ໄຊຍະພອນ​ ໄດ້ສະເໜີຕໍ່ທີ່ປະຊຸມພົບປະວ່າ: ແຂວງ​ອັດຕະປື ຍິນດີຕ້ອນຮັບຄະນະນຳ ແລະບັນດາພະແນກການຂອງ ແຂວງ​ຢາລາຍ ໄປຢ້ຽມຢາມແຂວງ​ ອັດຕະປື. ທີ່ສຳຄັນຍິນດີຕ້ອນຮັບນັກທຸລະກິດຂອງແຂວງ​ ຢາລາຍ ໄປສຶກສາເບິ່ງທ່າແຮງຂອງ ແຂວງ​ອັດຕະປື ເພື່ອຊອກໂອກາດລົງທຶນ,ທຳທຸລະກິດທີ່ແຂວງ​ອັດຕະປື.

ທັງນີ້ກໍ່ເພື່ອເປັນການເສີມຂະຫຍາຍຄວາມສາມັກຄີມິດຕະພາບລະຫວ່າງສອງຊາດ ລາວ-ຫວຽດນາມ ເວົ້າລວມເວົ້າສະເພາະລະຫວ່າງ ແຂວງ​ອັດຕະປື ແລະແຂວງ​ຢາລາຍ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍ ແລະກ້າວເຂົ້າສູ້ລວງເລິກ .

ຂ່າວ: ພອນປະເສີດ