ພິທີເຊັນສັນຍາ ສຳຫຼວດໂຄງການໄຟ້າແສງຕາເວັນຢູ່ເມືອງໂຂງແຂວງຈຳປາສັກ

ກະຊວງແຜນການ ແລະການລົງທຶນໄດ້ຈັດພິທີເຊັນສັນຍາຮ່ວມກັບບໍລິສັດ ໂຮມຊັບກໍ່ສ້າງ ຈໍາກັດ ແລະບໍລິສັດ Yangzhou Saiyu Environmental Technology Co.,Ltd ໃນການສຶກສາສໍາຫຼວດຄວາມເປັນໄປໄດ້ໃນການສ້າງໂຄງການພະລັງງານໄຟຟ້າແສງຕາເວັນ ຢູ່ເມືອງໂຂງ ແຂວງຈໍາປາສັກເນື້ອທີ 150,47 ເຮັກຕາ ກໍາລັງການຜະລິດ 150 ແມັກກາວັດມູນຄ່າການລົງທຶນເບື້ອງຕົ້ນ 130 ລ້ານໂດລາ.

ພິທີເຊັນສັນຍາຈັດຂຶ້ນ ໃນວັນທີ 26 ຕຸລາ 2022 ທີ່ກະຊວງແຜນການ ແລະການລົງທຶນເຂົ້າຮ່ວມຂອງທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ, ທ່ານຄໍາລາວັນ ຈັນທະລາວັນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ,ທ່ານ ພວງພັນ ພົມມະລາດ ຜູ້ອໍານວຍການ ບໍລິສັດໂຮມຊັບ ກໍ່ສ້າງຈໍາກັດ,ທ່ານນາງ Peng Jinhua ຮອງຜູ້ອໍານວຍການ Yangzhou Saiyu Environmental Technology Co.,Ltd ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນຮຽງ ເພັງສຸກ ທີ່ປຶກສາບໍລິສັດໂຮມຊັບກໍ່ສ້າງ ໄດ້ໃຫ້ສໍາພາດວ່າ: ໂຄງການດັ່ງກ່າວເປັນໂຄງການໄຟຟ້າແສງຕາເວັນຢູ່ບ້ານກະດັນ ເມືອງໂຂງ ແຂວງຈໍາປາສັກ ເນື້ອທີ່ 150,47 ເຮັກຕາ ເຊິ່ງບໍລິສັດພວກເຮົາເລີ່ມຕົ້ນການສໍາຫຼວດ ແລະປະກອບເອກະສານຂັ້ນແຂວງ ໃຊ້ເວລາ 3 ປີ ເນື່ອງຈາກບັນຫາພະຍາດໂຄວິດ-19 ລະບາດຈິ່ງເຮັດໃຫ້ເກີດຄວາມຫຼ້າຊ້າມາຮອດມື້ນີ້ບໍລິສັດໂຮມຊັບ ກໍ່ສ້າງ ຈໍາກັດ ຈຶ່ງໄດ້ລົງນາມບົດບັນທຶກຄວາມເຂົ້າໃຈກັບລັດຖະບານກໍຄືນໍາກະຊວງແຜນການ ແລະ ການລົງທຶນ,ເມື່ອໂຄງການນີ້ສໍາເລັດຈະຕອບສະໜອງພະລັງງານໄຟຟ້າໃຫ້ເຂດພິເສດມະຫານະທີສີພັນດອນ ແລະອີກສ່ວນໜຶ່ງຈະສົ່ງຂາຍໄປປະເທດກໍາປູເຈຍ.ນອກນີ້ຍັງສາມາດປະກອບສ່ວນເພີ່ມຈໍານວນພະລັງງານໄຟຟ້າໃຫ້ລັດວິສາຫະກິດໄຟຟ້າລາວ ແລະການຈັດຕັ້ງປະຕິບັດໂຄງການນີ້ຍັງຈະຊ່ວຍສ້າງວຽກເຮັດງານທໍາໃຫ້ປະຊາຊົນຢູ່ເຂດພື້ນທີ່ດັ່ງກ່າວໄດ້ນໍາອີກ.

ໂຄງການພະລັງງານໄຟຟ້າແສງຕາເວັນຢູ່ເຂດເມືອງໂຂງ ແຂວງຈໍາປາສັກ ຈະເລີ່ມດໍາເນີນການສຶກສານັບແຕ່ມື້ລົງນາມເປັນຕົ້ນໄປໂດຍມີກໍານົດເວລາ 8 ເດືອນມູນຄ່າການລົງທຶນເບື້ອງຕົ້ນ 130 ລ້ານໂດລາສະຫະລັດ ເຊິ່ງສາມາດຕິດຕັ້ງແຜງໂຊລາເຊວໄດ້ 150 ເມກາວັດ ແລະສາມາດພັດທະນາຂຶ້ນເປັນ 500 ເມກາວັດ ແລະ ການລົງທຶນກໍຈະເພີ່ມຂຶ້ນເປັນ 800 ລ້ານໂດລາສະຫະລັດ ຖ້າອໍານາດການປົກຄອງແຂວງຈໍາປາສັກສະໜອງເນື້ອທີ່ດິນໃຫ້ຕື່ມ 450-500 ເຮັກຕາ.