ທະນາຄານໂລກເນັ້ນໜັກວຽກງານສ້າງທຶນດ້ານຊັບພະຍາກອນມະນຸດ ແລະການເຕີມໂຕສີຂຽວ

  ວັນທີ 1 ເມສາ 2019 ທ່ານ ນາງ ວິກຕໍເຣຍ ກວັກວາ ຮອງປະທານທະນາຄານໂລກປະຈຳພາກພື້ນອາຊີຕາເວັກອອກ ແລະ ປາຊີຟິກ ໄດ້ສິ້ນສຸດການຢ້ຽມ ຢາມ ສປປ ລາວ ຢ່າງເປັນທາງການໃນຊ່ວງໄລຍະຢ້ຽມຢາມ ແຕ່ວັນທີ 27 ມີນາ ຫາ1 ເມສາ ເພິ່ນໄດ້ຊົມເຊີຍຕໍ່ຄວາມຄືບໜ້າຂອງວຽກງານພັດທະນາທີ່ ສປປ ລາວ ຍາດມາ ໄດ້ໃນໜຶ່ງທົດສະວັດທີ່ຜ່ານມາ, ແລະໄດ້ເນັ້ນຢ້ຳເຖິງຄວາມສຳຄັນ ຂອງການສະໜັບສະໜູນຮູບແບບ ການເຕີບໂຕທາງດ້ານເສດຖະກິດແບບທົ່ວເຖິງ ແລະຍືນຍົງໃຫ້ຫຼາຍຂຶ້ນໃນອະນາຄົດ.

  ໃນຊ່ວງໄລຍະຢ້ຽມຢາມ, ເພິ່ນໄດ້ເຂົ້າຢ້ຽມຄຳນັບທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທ່ານ ສຸພັນ ແກ້ວມີໄຊ ລັດ ຖະມົນຕີກະຊວງແຜນການ ແລະການລົງທຶນ ແລະທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາ ກອນທຳມະຊາດ ແລະສິ່ງແວດລ້ອມ. ທ່ານ ນາ ງ ກວັກວາ ແລະ ບັນດາ ທ່ານໄດ້ປຶກສາຫາລືກ່ຽວກັບການເປັນຄູ່ຮ່ວມງານທີ່ໃກ້ຊິດ ລະຫວ່າງ ສປປ ລາວ ແລະກຸ່ມ ທະນາຄານໂລກ ແລະການສົນທະນາໄດ້ສຸມໃສ່ຂົງເຂດການຮ່ວມມືທີ່ສຳຄັນລວມມີວຽກງານເດັກຕໍ່າກວ່າມາດຕະຖານ ແລະ ໂພຊະນາການ,ຄວາມປອດໄພຂອງເຂື່ອນໄຟຟ້ານ້ຳຕົກ, ສະພາບແວດ ລ້ອມ ໃນການດຳເນີນທຸລະກິດ, ການຄຸ້ມຄອງວຽກງານການເງິນແຫ່ງລັດ ແລະການເຕີບໂຕສີຂຽວ.

  ທ່ານ ນາງ ກວັກວາ ໄດ້ກ່າວ ວ່າ“ສປປ ລາວ ມີການຂະຫຍາຍຕົວທາງດ້ານເສດຖະກິດຢ່າງວ່ອງໄວ ແລະມີຄວາມຄືບໜ້າໃນການພັດທະນາປະເທດຢ່າງໜ້ າປະທັບ ໃຈໃນໜຶ່ງທົດສະວັດທີ່ຜ່ານມາ. ທັງນີ້ ເພື່ອເຮັດໃຫ້ການພັດທະນາມີ ລັກສະນະທົ່ວເຖິງ ແລະຍືນຍົງຫຼາຍ ຂຶ້ນ, ຈຶ່ງສຳຄັນຍິ່ງທີ່ ສປປ ລາວ ຈະຕ້ອງໄດ້ລົງທຶນສ້າງທຶນທາງ ດ້ານຊັບພະຍາກອນມະນຸດ, ມຸ່ງ ກ້າວໄປຕາມເສັ້ນທາງການເຕີບໂຕ ສີຂຽວກວ່າເກົ່າ ແລະເປີດກວ້າງ ໃຫ້ພາກສ່ວນເອກະຊົນເຂົ້າມາ ມີສ່ວນຮ່ວມຫຼາຍຂຶ້ນ, ການລົງທຶນ ໃສ່ຊັບພະຍາກອນມະນຸດຈະເປັນ ການເພີ່ມພູນຜະລິດຕະຜົນຂອງ ປະຊາຊົນລາວ ແລະຊ່ວຍໃຫ້ປະ ຊາຊົນສາມາດນຳໃຊ້ໄດ້ສີມືແຮງ ງານຕົນເອງໄດ້ຢ່າງເຕັມສ່ວນເພື່ອ ປະກອບສ່ວນເຂົ້າໃນການຍາດ ແຍ່ງໂອກາດທາງດ້ານເສດຖະກິດ. ວິໄສທັດຂອງການເຕີບໂຕສີຂຽວຊຶ່ງຖືກວາງອອກໂດຍລັດຖະບານ ແມ່ນເປັນເງື່ອນໄຂຮັບປະກັນວ່າ ການຈະເລີນເຕີບໂຕທາງດ້ານເສດຖະກິດຈະມີລັກສະນະແຕກອອກເປັນຫຼາຍຂະແໜງການຫຼາຍຂຶ້ນ ແລະບໍ່ຄວນນຳມາຊຶ່ງການສູນເສຍທາງດ້ານຊັບພະຍາກອນທຳມະຊາດຂອງ ສປປ ລາວ ການສ້າງບົດບາດໃຫ້ພາກເອກະຊົນມີຄວາມເຂັ້ມແຂງຂຶ້ນກໍຈະເປັນສິ່ງ ສຳຄັນໃນການເພີ່ມພູນຜະລິດຕະຜົນຂອງປະຊາຊົນລາວ ແລະຈະ ສ້າງວຽກເຮັດງານທຳໃຫ້ປະຊາ ຊົນລາວອີກດ້ວຍ, ພວກເຮົາຮູ້ສຶກ ພາກພູມໃຈທີ່ໄດ້ເຮັດວຽກຮ່ວມ ກັບ ສປປ ລາວ ໃນບັນດາແຜນງານທີ່ສຳຄັນເຫຼົ່ານີ້ ແລະພວກເຮົາ ພ້ອມແລ້ວທີ່ຈະສືບຕໍ່ເປັນຄູ່ຮ່ວມງານທີ່ເຂັ້ມແຂງໃນອະນາຄົດ.”

  ໃນຊ່ວງໄລຍະທີ່ຢູ່ວຽງຈັນ ທ່ານ ນາງ ກວັກວາ ຍັງໄດ້ພົບປະກັບຄູ່ຮ່ວມພັດທະນາສອງຝ່າຍ ແລະຫຼາຍຝ່າຍ ແລະບັນດາຜູ້ຕາງໜ້າຈາກພາກສ່ວນເອກະຊົນ ເພື່ອປຶກສາຫາລືກ່ຽວກັບບັນດາຂົງເຂດວຽກງານທີ່ທຸກໆພາກສ່ວນຈະສາມາດເສີມຂະຫຍາຍການຮ່ວມມືກັນເພື່ອການເຕີບໂຕແບບທົ່ວເຖິງຢູ່ ສປປ ລາວ ບາງຫົວຂໍ້ທີ່ສຳຄັນລວມມີການປັບຟື້ນຕົວຄືນ ແລະການຮັບມືກັບໄພພິບັດ, ການເຕີບໂຕສີຂຽວ, ການເຊື່ອມໂຍງ ແລະການດຳເນີນທຸລະກິດຢູ່ ສປປ ລາວ.

 ໃນສ່ວນໜຶ່ງຂອງການຢ້ຽມຢາມ, ທ່ານ ນາງ ກວັກວາ ໄດ້ເດີນທາງໄປຢ້ຽມຢາມເມືອງຫຼາຢູ່ ແຂວງອຸດົມໄຊ ຊຶ່ງເປັນໜຶ່ງໃນສີ່ແຂວງທີ່ຈັດຕັ້ງປະຕິບັດວິທີ ການເຊື່ອມສານຫຼາຍຂະແໜງການເພື່ອແກ້ໄຂບັນຫາການຂາດໂພຊະນາການ. ຢູ່ແຂວງອຸດົມໄຊ, ເດັກທີ່ລວງສູງຕໍ່າກວ່າມາດຕະຖານແມ່ນມີສູງກວ່າ 42 % ຂອງຈຳນວນ ເດັກນ້ອຍລຸ່ມ 5 ປີ ຊຶ່ງຈະມີຜົນກະທົບໄລຍະຍາວຕໍ່ຕົວເດັກເອງ. ໃນວິທີການເຊື່ອມສານຫຼາຍຂະ ແໜງການນີ້, ບັນດາວຽກງານປົກປ້ອງສັງຄົມ, ນ້ຳ, ສຸຂາພິບານ ແລະສຸຂະອະນາໄມ, ສາທາລະນະສຸກ, ການສຶກສາ ແລະການຜະລິດອາຫານທີ່ມີຄວາມຫຼາກຫຼາຍຈະສຸມໃສ່ຫົວໜ່ວຍຄົວເຮືອນດຽ ວກັນໃນໄລຍະຕໍ່ເນື່ອງ 10 ປີຕໍ່ໜ້ານີ້ເພື່ອແກ້ໄຂບັນດາປັດໄຈຕົ້ນຕໍທີ່ສົ່ງຜົນໃຫ້ເດັກນ້ອຍເປັນເດັກທີ່ມີລວງສູງຕ່ຳກວ່າມາດຕະຖານ. ທ່ານ ນາງ ກວັກວາ ໄດ້ມີໂອກາດຮັບຟັງການລາຍງານຈາກພະນັກງານຂັ້ນເມືອງກ່ຽວກັບການຈັດຕັ້ງປະຕິບັດແຜນງານດັ່ງກ່າວ ແລະໄດ້ຢ້ຽມຢາມຊຸມຊົນທ້ອງຖິ່ນເພື່ອເບິ່ງການຈັດຕັ້ງປະຕິບັດແຜນງານດັ່ງກ່າວ ແລະສົນທະນາກັບຜູ້ໄດ້ຮັບຜົນປະໂຫຍດຈາກແຜນງານດັ່ງກ່າວ.

  ໃນເວລາຢູ່ ແຂວງ ອຸດົມໄຊ, ທ່ານ ນາງ ກວັກວາ ໄດ້ຢ້ຽມຢາມບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງຂອງທະນາຄານໂລກລວມມີໂຄງການຂົວທາງໄລຍະ 2 ແລະໂຄງການຄຸ້ມຄອງຄວາມສ່ຽງທາງດ້ານໄພພິບັດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ຂອງ ສປປ ລາວ  ທັງສອງໂຄງການພະຍາຍາມຫຼຸດຜ່ອນຄວາມອ່ອນໄຫວຂອງຊຸມຊົນຕໍ່ກັບການປ່ຽນແປງດິນຟ້າອາກາດໂດຍຜ່ານການອອກແບບພື້ນຖານໂຄງລ່າງທີ່ສາມາດປັບຟື້ນຕົວທັນຕໍ່ກັບດິນຟ້າອາກາດທີ່ປ່ຽນ ແປງ ແລະເພື່ອກະກຽມຄວາມພ້ອມໃຫ້ດີຂຶ້ນເພື່ອຕ້ານທານ ແລະຮັບມືກັບໄພທຳມະຊາດ.

ຂ່າວ: ນສພ ເສດຖະກິດ-ສັງຄົມ