ຮ້ານໂຊກທະວີ ການຄ້າຂາອອກ-ຂາເຂົ້າ ຮ່ວມສືບສານປະເພນີແຫ່ຜາສາດເຜີ້ງ

ເນື່ອງໃນໂອກາດບຸນນະມັດສະການພະທາດຫຼວງວຽງຈັນ (ນວ) ແລະງານວາງສະແດງ ຈຳໜ່າຍສິນ ຄ້າພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ 2022 ລະຫວ່າງວັນທີ 4-8 ພະຈິກ 2022 ຜ່ານມາທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ມີມວນຊົນທັງພາຍໃນ ແລະຕ່າງປະເທດ ເດີນທາງເຂົ້າຮ່ວມກິດຈະກຳພາຍໃນງານດັ່ງກ່າວຢ່າງຄັບຄາໜາແໜ້ນ.

ເພື່ອເປັນການປົກປັກຮັກສາຮີດຄອງປະເພນີອັນດີງາມຂອງຊາດເປັນການປູກຈິດສຳນຶກໃຫ້ແກ່ພະນັກງານໃນການອະນຸຮັກມູນມໍລະດົກທາງດ້ານສີລະປະວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດເນື່ອງໃນໂອກາດບຸນນັດມັດສະການພະທາດຫຼວງວຽງຈັນ 2022 ນີ້ ທາງຄະນະອຳນວຍການໂຮງຮຽນສົມທົບກັບອົງການຈັດຕັ້ງມະຫາຊົນ ແລະຄະນະຊັ້ນ ລວມທັງຄອບຄົວຄູ-ອາຈານ ໄດ້ພ້ອມກັນຫ້າງກະກຽມຕົ້ນເຜີ້ງ ຕົ້ນເງິນຂັນດອກໄມ້ເຄື່ອງໄຫວ້ຕ່າງໆເພື່ອເຂົ້າຮ່ວມຂະບວນແຫ່ຜາສາດເຜີ້ງໃນບຸນນະມັດສະການພະທາດຫຼວງວຽງຈັນ ໃນວັນທີ 7 ພະຈິກ 2022 ຜ່ານມາ.

ກິດຈະກຳຄັ້ງນີ້ໄດ້ຈັດໃຫ້ຄະນະຊັ້ນຮຽນແຕ່ລະຊັ້ນປະກອບຕົ້ນຂອງຕົນຕາມເງຶ່ອນໄຂສັດສາຂອງແຕ່ລະຊັ້ນ ແລະບຸກຄົນລວມທັງຕົ້ນເຜີ້ງລວມຂອງໂຮງຮຽນເປັນຈຳນວນ 7 ຕົ້ນ ພ້ອມກັບຕົ້ນເງິນສັດທາຂອງຄອບຄົວຄູ-ອາຈານ ແລະບຸກຄົນລວມກັນເຂົ້າຮ່ວມຂະບວນແຫ່ຜາສາດເຜີ້ງເຊິ່ງທາງໂຮງຮຽນໄດ້ມອບໝາຍໃຫ້ແຕ່ລະຊັ້ນຮຽນອົງການຈັດຕັ້ງມະຫາຊົນໃຫ້ການກະກຽມພ້ອມກັບການແບ່ງການປະຈຳການ ແລະຂະບວນນັກຮຽນຈຳນວນ 200 ກວ່າຄົນເຂົ້າຮ່ວມຂະບວນແຫ່ທັງນີ້ກໍເພື່ອເປັນການຮັກສາໄວ້ຮີດຄອງປະເພນີອັນດີງາມຂອງຊາດໃຫ້ຄຽງຢູ່ຄູ່ຊາດລາວຕະຫຼອດໄປ.